ລາວ-ອາເມລິກາເປີດສະຖາບັນໂພຊະນາການແຫ່ງຊາດ

  ກະຊວງສາທາລະນະສຸກຂອງ ສປປ ລາວ ແລະ ສະຫະລັດອາເມລິກາໄດ້ຮ່ວມມືກັນເປີດສະຖາບັນໂພຊະນາການແຫ່ງຊາດ ແລະໂຄງການລິເລີ່ມດ້ານໂພຊະນາການ ລາວ-ອາເມລິກາ ໃນວັນທີ 14 ພະຈິກ 2019 ທີ່ນະຄອນຫຼວງວຽງຈັນເພື່ອຊ່ວຍປັບປຸງວຽກງານໂພຊະນາການຂອງປະຊາຊົນລາວໂດຍສະເພາະເດັກນ້ອຍ, ສະຖາ ບັນໃໝ່ແຫ່ງນີ້ປະກອບມີຫ້ອງກວດພະຍາດ ແລະ ຫ້ອງຮຽນໄດ້ຖືກສ້າງຂຶ້ນໂດຍຄວາມພະຍາຍາມຂອງກອງວິສະວະກອນກອງທັບສະຫະລັດ (US ACE) ລວມມີມູນຄ່າ 3,9 ລ້ານ ໂດລາສະຫະລັດ, ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ໂຄລິນ ຄຣອສບີ ອຸປະທູດ ສະຫະ ລັດອາເມລິກາປະຈຳລາວ ແລະທ່ານ ພົົນ ຈັດຕະວາ ໂທມາສ ເຈ ທິກເນີ ຜູ້ບັນຊາການ ແລະວິສະວະກອນຂັ້ນກອງພົນສຳລັບພະແນກມະຫາສະໝຸດປາຊີຟິກຂອງກອງວິສະວະກອນກອງທັບສະຫະລັດ.

 ທ່ານ ໂຄລິນ ຄຮອສບີ ກ່າວວ່າ: “ສະຖາບັນນີ້ແມ່ນໃນນາມ ຂອງປະຊາຊົນອາເມລິກາມອບໃຫ້ແກ່ປະຊາຊົນ ແລະລັດຖະບານ ສປປ ລາວ,” “ຊຶ່ງໂຄງການຕ່າງໆເຊັ່ນ :ນີ້ຈະຊ່ວຍເພີ່ມທະວີສາຍພົວພັນລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ແລະ ຈະຊ່ວຍປັບປຸງຄຸນນະພາບຊີວິດຂອງປະຊາຊົນລາວໃນທົ່ວປະເທດໃຫ້ດີຂຶ້ນ.”

ສະໜັບສະໜຸນໂດຍ: HONDA

  ສະຖາບັນແຫ່ງນີ້ປະກອບດ້ວຍໂຄງການລິເລີ່ມດ້ານໂພຊະນາການ LANI ຊຶ່ງເປັນໂຄງການຫ້າປີທີ່ໄດ້ຮັບທຶນສະໜັບສະໜູນຈາກອົງການພັດທະນາສາກົນສະຫະລັດອາເມລິກາ USAID ຊຶ່ງຈະປະກອບສ່ວນຊ່ວຍໃນການພັດທະນາຄວາມເປັນຜູ້ນຳທາງດ້ານວິຊາການ ແລະການຄົ້ນຄວ້າໂດຍການເຮັດວຽກຮ່ວມກັນ ແລະ ມີສ່ວນຮ່ວມກັບບັນດາມະຫາວິທະຍາໄລແຖວໜ້າ, ສະຖານທີ່ແຫ່ງນີ້ຈະເປັນສະຖານທີ່ເຮັດວຽກຮ່ວມກັນລະຫວ່າງສະຖາບັນໂພຊະນາການແຫ່ງຊາດລາວ ແລະກິດຈະກຳຂອງສູນ LANI ຊຶ່ງເຈົ້າໜ້າທີ່ຈາກສະຫະລັດອາເມລິກາຈະໄດ້ເຮັດວຽກຮ່ວມກັນກັບວິຊາການຈາກ ສປປ ລາວ ເພື່ອຈັດຕັ້ງປະຕິວຽກງານເຮັດການຄົ້ນຄວ້າໃນທ້ອງຖິ່ນເພື່ອຊອ ກຫາວິທີການແກ້ໄຂຄວາມທ້າທາຍທາງດ້ານໂພຊະນາການ ແລະພັດທະນາໝາກຜົນດ້ານວຽກງານໂພຊະນາການໃນຊຸມຊົນພາຍໃນປະເທດໂດຍສະເພາະບັນດາເດັກ ນ້ອຍໃນ ສປປ ລາວ, ເປົ້າໝາຍອັນສຳຄັນທີ່ສຸດກໍ່ຄືການສ້າງສູນທີ່ມີປະໂຫຍດໃນການສົ່ງເສີມໃຫ້ກະຊວງສາທາລະນະສຸກໃນການພັດທະນາທາງດ້ານແຜນງານດ້ານໂພຊະນາການ ແລະການພັດທະນາສຸຂະພາບໃຫ້ແກ່ປະຊາຊົນໃນທົ່ວປະເທດ.

ກອງວິສະວະກອນກອງທັບສະຫະລັດໄດ້ປະຕິບັດງານຮ່ວມກັບລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອມະນຸດສະທຳ ແລະ ແລກປ່ຽນຜູ້ຊ່ຽວ ຊານດ້ານການຄຸ້ມຄອງນໍ້ານັບແຕ່ປີ 2006 ເປັນຕົ້ນ ມາ, ໂດຍຮ່ວມກະຊວງປ້ອງກັນປະເທດຂອງສະຫະລັດອາເມລິກາ,ຊຶ່ງມາຮອດປະຈຸບັນສຳເລັດໄປແລ້ວເກືອບ 50 ໂຄງການ ມູນຄ່າຫຼາຍກວ່າ 25 ລ້ານໂດລາ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ສປປ ລາວ ໃຫ້ດີຂຶ້ນ, ການປະກອບສ່ວນທັງໝົດຂອງອົງການ USAID ໃນໄລຍະ 3 ປີທີ່ຜ່ານມາແມ່ນມີມູນຫຼາຍກວ່າ 11,5 ລ້ານໂດລາ.

  ພ້ອມດຽວກັນນັ້ນ, ບັນດາໂຄງການຊ່ວຍເຫຼືອດ້ານມະນຸດສະທຳຂອງສະຫະລັດອາເມລິກາຈະຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ, ໂດຍສອດຄ່ອງກັບບູລິມະສິດຕ່າງໆທີ່ລັດຖະບານລາວໄດ້ກຳນົດໄວ້, ສະຫະລັດອາເມລິກາຍັງໄດ້ປະຕິບັດງານຮ່ວມກັບລັດຖະບານ ແລະປະຊາຊົນ ສປປ ລາວ ເພື່ອບັນລຸບັນດາຈຸດປະສົງຍຸດທະສາດຕ່າງໆທີ່ລັດຖະບານລາວໄດ້ກຳນົດໄວ້ ແລະ ຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້ກັບວຽກງານທາງດ້ານການສຶກສາ, ສາທາລະນະສຸກ ແລະ ໂພຊະນາການ, ການຄ້າ ແລະການລົງທຶນ, ຫຼັກນິຕິທຳ, ທາງດ້ານການຄຸ້ມຄອງນໍ້າ ແລະຄວາມຍືນຍົງທາງດ້ານສະພາບແວດລ້ອມໃນທົ່ວ ສປປ ລາວ.

__________

ຂຽນໂດຍ: ອຸ່ນເຮືອນ ໂພທິລັກ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511