ຈັບຜົວພົບຢາບ້າ 300 ກວ່າເມັດ

  ໃນກາງເດືອນຕຸລາຜ່ານມານີ້ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງ ແລະແຂວງໄຊຍະບູລີ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ມີກຸ່ມບໍ່ດີເຄື່ອນໄຫວຄ້າ-ຂາຍຢາເສບຕິດຢູ່ໃນຂອບເຂດບ້ານໃຫຍ່ພັດທະນາ-ນາຫຼາ ເມືອງໄຊຍະບູລີ ຈຶ່ງໄດ້ນໍາໜ່ວຍງານວິຊາສະເພາະລົງເຄື່ອນໄຫວຕິດຕາມຂະນະດຽວກັນໄດ້ພົບເຫັນເປົ້າໝາຍຕ້ອງສົງໃສກໍາລັງເຄື່ອນຍ້າຍຢາເສບຕິດໃຫ້ກັບພັກພວກທີ່ເປັນເຄືອຂ່າຍດຽວກັນ,

ສະໜັບສະໜຸນໂດຍ: HONDA

  ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກັກຕົວທ້າວ ບຸນມີ ອາຍຸ 26 ປີ ປະຊາຊົນບ້ານໃຫຍ່ນາຫຼາເມືອງໄຊຍະບູລີ ແລະນາງ ຢາ ອາຍຸ 24 ປີປະຊາຊົນຢູ່ບ້ານນາເມືອງ ເມືອງໄຊຍະບູລີ ທັງສອງເປັນຜົວເມຍກັນ ແລະນາງ ຈ່ອຍ ກັນທະວົງ ອາຍຸ 16 ປີອາຊີບປະຊາຊົນຢູ່ບ້ານໃຫຍ່ນາຫຼາຜູ້ເປັນອາພ້ອມທັງໄດ້ເຂົ້າກວດເຮືອນຂອງຜູ້ກ່ຽວສາມາດຍຶດໄດ້ວັດ ຖຸຂອງກາງຢາບ້າຈໍານວນ 393 ເມັດ, ເງີນ 5 ແສນກີບ, ລົດຈັກ 1 ຄັນ, ໂທລະສັບ 4 ເຄື່ອງມາສືບສວນ-ສອບສວນເພື່ອຂະຫຍາຍຜົນຫາກຸ່ມແກ້ງມາລົງໂທດຕາມກົດໝາຍ.

__________

ຂຽນໂດຍແສງທອງ ທອງສະໄໝ  
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511