ຮອງເຈົ້າເມືອງທ່າປາງທອງ ຊຸກຍູ້ການຜະລິດເຂດເຊສາລະລອງ

   ເພື່ອເຮັດໃຫ້ການຜະລິດລະດູແລ້ງຢູ່ເຂດໂຄງການຊົນລະປະທານເຊສາລະລອງ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ບັນລຸຕາມແຜນການທີ່ວາງໄວ້, ມາໃນວັນທີ 23 ມັງກອນ 2019 ທ່ານ ບຸນຍົງ ຍົດສີຟອງ ຮອງເຈົ້າເມືອງທ່າປາງທອງ ພ້ອມດ້ວຍຄະນະນຳຫ້ອງການກະສິກຳ ແລະປ່າໄມ້ເມືອງໄດ້ລົງເຄື່ອ ນໄຫວຕິດຕາມຊຸກຍູ້ສົ່ງເສີມເບິ່ງການເຮັດການຜະລິດລະດູແລ້ງປະຈຳປີ 2019 ຢູ່ເຂດໂຄງການຊົນລະປະທານເຊສາລະລອງຂອງຊາວກະສິກອນໃນ 4 ບ້ານຄື: ບ້ານໜອງ ກັນ, ນາຫົວຄວາຍ, ພູແສງຄຳ ແລະບ້ານໃໝ່ໂພສີ.

  ໂອກາດທີ່ໄດ້ລົງເຄື່ອນໄຫວ ແລະເຮັດວຽກໃນຄັ້ງນ້ີ້, ທ່ານຮອງເຈົ້າເມືອງທ່າປາງທອງ ກໍ່ໄດ້ມີຊັກຖາມບັນດາຫົວໜ້າກຸ່ມຊາວຕາງໜ້າໃຫ້ກັບຊາວນາໃນແຕ່ ລະບ້ານເຖິງບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກຕ່າງໆຂອງຊາວກະສິກອນໃນການເຮັດການຜະລິດລະດູແລ້ງເປັນຕົ້ນແມ່ນການເຮັດນາແຊງ, ການປູກພືດຜັກປະເພດຕ່າງໆຂອງຊາວກະສິກອນເຊິ່ງບັນດາຫົວໜ້າກຸ່ມຊາວນາກໍ່ໄດ້ມີຄຳເຫັນວ່າ: ຕົກມາໃນປີນີ້,ການຜະລິດລະດູແລ້ງຢູ່ພາຍໃນບ້ານຂອງຕົນແມ່ນມີທ່າອ່ຽງເພີ່ມຂຶ້ນຫຼາຍ ແລະ ເປັນຂະບວນການຟົດຟື້ນຂຶ້ນພໍສົມຄວນຖ້າທຽບໃສ່ສຸມປີຜ່ານມາ, ຍ້ອນວ່າຊາວນາໃນແຕ່ລະຄອບຄົວມີຄວາມຫ້າວຫັນເຫັນໄດ້ເຖິງ ຄວາມສຳຄັນຂອງການເຮັດຜະລິດລະດູແລ້ງໂດຍຜະລິດຫຼາຍໃຫ້ ກາຍເປັນສິນຄ້າໃຫ້ນັບມື້ນັບຫຼາຍຂຶ້ນຕາມທິດນຳຂອງພັກ-ລັດ, ບວກກັບເຂົາເຈົ້າມີຄວາມດຸໝັ່ນຂະຫຍັນພຽນ.

  ເຊິ່ງການຜະລິດເຂົ້ານາແຊງຢູ່ເມືອງທ່າປາງທອງປະຈຳປີ 2019 ນີ້, ສະເພາະຢູ່ເຂດໂຄງການຊົນລະປະທານເຊສາລະລອງແມ່ນມີການສູ້ຊົນຈະຜະລິດໃຫ້ ໄດ້ທັງໝົດ 500 ເຮັກຕາ, ມາຮອດປະຈຸບັນຊາວກະສິກອນແມ່ນສາມາດປັກດຳຕົວຈິງໄປໄດ້ແລ້ວ 455 ເຮັກຕາ, ເທົ່າກັບ 91% ຂອງແຜນການເຊິ່ງຄາດວ່າການປັກດຳເຂົ້ານາແຊງຂອງຊາວກະສິກອນແມ່ນຈະສຳເລັດ 100% ໃນທ້າຍເດືອນມັງກອນ 2019 ນີ້, ສ່ວນພືດຜັກຕ່າງໆໃນທົ່ວເມືອງກໍ່ມີທ່າເພີ່ມຂຶ້ນຕາມລຳດັບອີກດ້ວຍ.