ສະຫວັນນະເຂດ ກຽມຈັດງານເທສະການສຸກສັນສະຫວັນຫັນສາ

  ກຸ່ມທຸລະກິດທ່ອງທ່ຽວ ແຂວງສະຫວັນນະເຂດຈະໄດ້ຈັດງານທ່ອງທ່ຽວເທສະການສຸກສັນ ສະຫວັນຫັນສາຂຶ້ນໃນລະຫວ່າງ ວັນທີ 22-24 ພະຈິກ 2019 ທີ່ບໍລິເວນຕົວເມືອງເກົ່າ ນະຄອນ ໄກສອນ ພົມວິຫານ (ບໍລິເວນ ຕະຫຼາດກາງຄືນ) ຊຶ່ງເປັນການເປີດໂອກາດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າມາທ່ອງທ່ຽວການຮຽນຮູ້ປະເພນີວັດທະນະທໍາ ແລະ ວິຖີການດໍາລົງຊີວິດປະຈໍາຂອງຊາວສະຫວັນນະເຂດ ຊຶ່ງໃນເມື່ອນັກທ່ອງທ່ຽວໄດ້ເຂົ້າມາທ່ອງທ່ຽວແລ້ວກໍ່ຈະສ້າງຄວາມປະທັບໃຈທີ່ບໍ່ວັນຫຼົງລືມໄດ້ໃນເວລາກັບເມືອຊຶ່ງເວົ້າໄດ້ວ່າ: ການຈັດງານດັ່ງກ່າວນີ້ແມ່ນເປັນການສົ່ງເສີມອະນຸລັກພື້ນຖານປະຕິມະກໍາເຮືອນສະໄໝຝຣັ່ງ.

ທ່ານ ນາງ ວິໄລວັນ ຈັນທະ ວົງ ປະທານກຸ່ມທຸລະກິດທ່ອງທ່ຽວແຂວງໃຫ້ສໍາພາດແກ່ນັກຂ່າວໃນວັນທີ 12 ພະຈິກ 2019 ວ່າ: ງານທ່ອງທ່ຽວເທສະການ ສຸກສັນສະຫວັນຫັນສານີ້ແມ່ນຈັດຂຶ້ນເປັນຄັ້ງທໍາອິດດ້ວຍການຮ່ວມມືຈາກຫຼາຍພາກສ່ວນເປັນຕົ້ນກໍ່ແມ່ມກຸ່ມທຸລະກິດດ້ວຍກັນທັງພາຍໃນປະເທດ ແລະຕ່າງປະເທດອັນຫຼັກແມ່ນການນໍາແຂວງສະຫວັນນະເຂດ ແລະນະຄອນໄກສອນພົມວິຫານ ໂດຍງານຫຼັກແມ່ນເປັນການໂຄສະນາຕົວເມືອງເກົ່າ ແລະ ວິຖີຊີວິດຂອງປະຊາຊົນຊາວ ແຂວງສະຫວັນນະເຂດ ຊຶ່ງໃນງານຈະມີການວາງສະແດງ ແລະ ຂາຍຜະລິດຕະພັນຕ່າງໆທີ່ເປັນ ເອກະລັກຂອງແຂວງສະຫວັນນະ ເຂດ, ມີການທ່ອງທ່ຽວຊອກຊິມ ລົດຊາດອາຫານສູດດັ້ງເດີມຂອງຄົນເມືອງສະຫວັນເຊັ່ນວ່າ: ຊີ້ນສະ ຫວັນ, ອົ່ວ, ໝໍ້າ, ຫໍ່ສົ້ມປາ, ປີ້ງໄກ່ ເຊໂນ, ອ່ອມຫວາຍ, ຊອກທ່ຽວຊົມ ສິລະປະວັນນະຄະດີ, ຟັງໝໍລຳ 4 ຈັງຫວະ ແລະມີນັກຮ້ອງນັກສະ ແດງຊື່ດັງຈາກພາຍໃນ ແລະຕ່າງ ປະເທດໃນເວທີແສງສີສຽງອະລັງການ.

ສະໜັບສະໜຸນໂດຍ: HONDA

--------------

ໜັງສືພີມເສດຖະກິດ-ສັງຄົມ