ຮອງເຈົ້າແຂວງຫຼວງນໍ້າທາລົງກວດກາຄວາມຄືບໜ້າ 3 ໂຄງການກໍ່ສ້າງ

  ວັນທີ 8 ພະຈິກ 2019, ນີ້ທ່ານ ຄໍາໄຫຼ ສີປະເສີດ ຮອງ ເຈົ້າແຂວງໆຫຼວງນໍ້າທາ ພ້ອມດ້ວຍ ຄະນະ, ໄດ້ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງ 3 ໂຄງການຢູ່ພາຍໃນເມືອງຫຼວງນໍ້າທາແຂວງ ຫຼວງນໍ້າທາ, ໂດຍປະຕິບັດຕາມຂໍ້ຕົກລົງຂອງເຈົ້າແຂວງໆຫຼວງນໍ້າທາວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການຄຸ້ມຄອງໂຄງການ, ຄະນະຮັບຜິດຊອບການແກ້ໄຂໄກ່ເກ່ຍສິ່ງກີດຂວາງ, ໜ່ວຍງານຈັດຕັ້ງປະຕິບັດໂຄງການ ແລະ ໜ່ວຍງານຮັບຜິດຊອບການຈ່າຍຄ່າຊົດເຊີຍຜົນກະທົບສໍາລັບໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ 2, ຕົວເມືອງຫຼວງນໍ້າທາສະບັບເລກທີ 573/ຈຂ, ລົງ ວັນທີ 11 ຕຸລາ 2018.

ທ່ານຮອງເຈົ້າແຂວງກໍໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດບັນດາໜ້າວຽກຂອງໂຄງການກໍ່ສ້າງໂດຍຫຍໍ້ຈາກວິຊາການບໍລິສັດທີ່ຮັບເໝົາກໍ່ສ້າງໃຫ້ຮູ້ວ່າ: ສໍາລັບການຈັດຕັ້ງປະຕິບັດໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ 2 ຕົວເມືອງຫຼວງນໍ້າທາແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານພັດທະນາອາຊີ 47 ລ້ານໂດລາ ແລະ  ທຶນສົມທົບຈາກລັດຖະບານລາວ  5  ລ້ານໂດລາ, ລວມທັງໝົດ 52 ລ້ານໂດລາ (ລວມ 2 ຕົວເມືອງ ຄື: ເມືອງຫຼວງນໍ້າທາ ແຂວງຫຼວງ ນໍ້າທາ ແລະ ເມືອງຫ້ວຍຊາຍແຂວງບໍ່ແກ້ວ ).

  ຈາກນັ້ນທ່ານຮອງເຈົ້າແຂວງໆຫຼວງນໍ້າທາພ້ອມດ້ວຍຄະນະໄດ້ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງພາຍຫຼັງທີ່ທາງໂຄງການສໍາເລັດ 100% ໃນການແກ້ໄຂໄກ່ເກ່ຍພ້ອມທັງຈ່າຍຄ່າຊົດເຊີຍໃຫ້ຜູ້ຖືກຜົນກະທົບໃນ 3 ໂຄງການຍ່ອຍ, ໄດ້ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງເສັ້ນທາງ ແລະ ຮ່ອງລະບາຍນໍ້າແຄມທາງມູນຄ່າໂຄງການກໍ່ສ້າງ 7,45 ລ້ານ ໂດລາສະຫະລັດ, ຮັບເໝົາກໍ່ສ້າງ ໂດຍບໍລິສັດຄໍາຟອງກຣຸບຈຳກັດ, ຄວາມຄືບໜ້າຂອງການກໍ່ສ້າງ ໜ້າວຽກສໍາເລັດ 1,10 % ,  ໂຄງ ການກໍ່ສ້າງຂົວຂ້າມນໍ້າທາ ແລະ ເສັ້ນທາງເຂົ້າຂົວມູນຄ່າໂຄງການກໍ່ສ້າງ 2,32 ລ້ານໂດລາສະຫະລັດ, ຮັບເໝົາກໍ່ສ້າງໂດຍບໍລິສັດຈຳປາຄຳກໍ່ສ້າງສ້ອມແປງຂົວ, ທາງ ແລະ ເຄຫາສະຖານຈຳກັດ, ຄວາມຄືບໜ້າຂອງການກໍ່ສ້າງສໍາເລັດ 34,60%, ໂຄງການກໍ່ສ້າງ ສວນສາທາລະນະ, ເດີ່ນກີລາໃນ ຮົ່ມ ແລະ ຕະຫຼາດກາງຄືນມູນຄ່າໂຄງການກໍ່ສ້າງ 1.53 ຕື້ໂດລາສະຫະລັດ, ຮັບເໝົາກໍ່ສ້າງໂດຍບໍລິສັດຮ່ວງຊະນະໄຊກໍ່ສ້າງຈຳກັດ, ຄວາມຄືບໜ້າວຽກສໍາເລັດ 4,30%, ແລະໂຄງການກໍ່ສ້າງສະ ໜາມຂີ້ເຫຍື້ອ, ຮັບເໝົາກໍ່ສ້າງ ໂດຍບໍລິສັດ VSP ກໍ່ສ້າງຈຳກັດ, ຄວາມຄືບໜ້າວຽກງານສໍາເລັດ 34,60%,  ຄາດວ່າການກໍ່ສ້າງຈະໃຫ້ສໍາເລັດພາຍໃນ 6 ເດືອນຕໍ່ໜ້າ.  

_____________

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511