ກາແດງລາວ ສືບຕໍ່ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພ

  ຫວ່າງບໍ່ດົນມານີ້ອົງການກາແດງລາວໄດ້ຊ່ວຍເຫຼືອປະຊາຊົນເມືອງສະໜາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນປີຜ່ານມາເປັນເງິນສົດ 1 ຕື້ກວ່າກີບມອບໃຫ້ຈຳນວນ 1.464 ຄອບຄົວ, 6.127 ຄົນລວມທັງໝົດ 9 ບ້ານທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມເຊິ່ງໄດ້ແກ່: ບ້ານໃໝ່, ທ່າຫີນ, ທ່າອ້ວນ, ດອນ ມ່ວງ, ທ່າແສງຈັນ, ຫີນລາດສະໜອງ, ຕະມໍຢອດ ແລະບ້ານປີນດົງໃນນັ້ນຄອບຄົວ 1-4 ຄົນແມ່ນຈະໄດ້ຄອບຄົວລະ 6 ແສນກີບ ແລະ ຄອບຄົວ 5 ຄົນຂຶ້ນໄປແມ່ນໄດ້ຮັບເງິນ 9 ແສນກີບ. ການຊ່ວຍເຫຼືອເງິນສົດໃນຄັ້ງນີ້ກໍເພື່ອເຮັດໃຫ້ຊີວິດການເປັນຢູ່ເຂົາເຈົ້າດີຂຶ້ນໃນການໃຊ້ຈ່າຍຕາມຄວາມຕ້ອງການໃນຊີວິດປະຈຳວັນ.

  ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນລະຫວ່າງວັນທີ 21-23 ມັງກອນ 2019 ອົງການກາແດງລາວ ແລະ ກາແດງແຂວງໄຊສົມບູນ ໄດ້ມອບເຄື່ອງຊ່ວຍເຫຼືອປະຊາ ຊົນ 2 ບ້ານ ຢູ່ເມືອງຮົ່ມ ແຂວງໄຊສົມບູນ ຄື: ບ້ານພູກະທະ ແລະບ້ານຜາແອ່ນມີ 315 ຄອບຄົວຈຳນວນ 1.680 ຄົນມີ 20 ຄອບຄົວທີ່ຂາດເຂີນ.

   ເຄື່ອງທີ່ນຳໄປມອບປະກອບມີ: ຜ້າຫົ່ມ, ມຸ້ງ, ເຄື່ອງນຸ່ມ, ເຄື່ອງໃຊ້ຄົວເຮືອນ, ເຂົ້າສານອາຫານແຫ້ງລວມມູນຄ່າທັງໝົດ 54,46 ລ້ານກີບ ກ່າວມອບໂດຍທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ, ທ່ານ ດຣ. ຄຳປານ ເພັດວົງສາ ຫົວໜ້າຫ້ອງການກາແດງລາວແຂວງ, ມີການນຳ ເມືອງ ແລະອຳນາດການປົກຄອງເມືອງ, ບ້ານຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ.