ຫົງສາໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ VIII

 ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກເມືອງຫົງສາ, ແຂວງໄຊຍະບູລີ ໄດ້ໄຂຂຶ້ນໃນລະຫວ່າງວັນທີ 14-15 ພະຈິກ 2019 ທີ່ຫ້ອງປະຊຸມໃຫຍ່ຂອງເມືອງດັ່ງກ່າວ, ໂດຍການເປັນປະທານ ຂອງ ສະຫາຍ ຄໍາຫຼ້າ ຜີວວັນນາ ວ່າການເລຂາພັກເມືອງ, ວ່າການ ເຈົ້າເມືອງຫົງສາ, ເຂົ້າຮ່ວມເປັນກຽດມີ ສະຫາຍ ພົງສະຫວັນ ສິດ ທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ, ມີປະທານສະພາປະຊາຊົນແຂວງ, ມີຄะນະປະຈຳພັກແຂວງ, ກຳມະ ການ ພັກແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ມີພະນັກ ງານອາວຸໂສບຳນານ, ນັກທຸລະ ກິດ, ຜູ້ປະກອບການ, ແຂກຮັບເຊີນຈາກເມືອງອ້ອມຂ້າງເຂົ້າຮ່ວມ.

ສະໜັບສະໜຸນໂດຍ: HONDA

ສະຫາຍ ຄໍາຫຼ້າ ຜີວວັນນາ ວ່າການເລຂາພັກເມືອງ, ວ່າການ ເຈົ້າເມືອງຫົງສາໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ, ພ້ອມທັງຜ່ານຮ່າງບົດລາຍງານການເມືອງທັງສອງພາກ, ບາງຕອນໄດ້ ກ່າວວ່າ: ໂດຍພາຍໃຕ້ການຊີ້ນໍາໆ ພາຂອງອົງຄະນະພັກເມືອງ, ບັນ ດາຂະແໜງການ, ນັກທຸລະກິດ, ຜູ້ປະກອບການ, ພໍ່ແມ່ປະຊາຊົນ ບັນດາເຜົ່າແມ່ນໄດ້ຕື່ນຕົວປະກອບສ່ວນສຸມທຸກສະຕິປັນຍາເຫື່ອແຮງ, ທຶນຮອນເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຄວາມທຸກຍາກຂອງປະຊາຊົນໄດ້ຮັບການແກ້ໄຂເທື່ອລะກ້າວ, ເມືອງມີຄວາມສະຫງົບປອດໄພຮອບດ້ານ, ບັນດາຄາດໝາຍສู้ຊົນຕ່າງໆໄດ້ບັນລຸຕາມແຜນການ, ເສດຖະກິດໂດຍລວມແມ່ນ

ຂະຫຍາຍຕົວໃນລະດັບ 11,3% ຕໍ່ປີ, ລວມຍອດລາຍໄດ້ຜົນຜະລິດ ທັງໝົດ 644,32 ຕື້ກີບ, ສະເລ່ຍ ຕໍ່ຫົວຄົນໜຶ່ງໄດ້ 21,96 ລ້ານ ກີບ ຫຼື ເທົ່າກັບ 2.745 ໂດລາ ສະຫະລັດຕໍ່ຄົນຕໍ່ປີ, ທຽບໃສ່ປີ 2014 ເພີ່ມຂຶ້ນ 1.142 ໂດລາສะຫະລັດ, ໂຄງປະກອບເສດຖະກິດຫັນປ່ຽນຢ່າງຕັ້ງໜ້າຕາມທິດຫັນເປັນອຸດສາຫະກໍາແລະທັນສະໄໝເທື່ອລະກ້າວ, ເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 78,86 ຕື້ກີບ ທຽບໃສ່ຄາດໝາຍປະຕິບັດໄດ້ 108% ເພີ່ມຂຶ້ນ 373%, ປະຕິບັດລາຍຈ່າຍທັງ ໝົດ 100,86 ຕື້ກີບ ທຽບໃສ່ຄາດໝາຍປະຕິບັດໄດ້ 96,29% ເພີ່ມຂຶ້ນ 124%,  ສໍາ ເລັດການຮຽນ-ການສອນບໍາລຸງ ມັດທະຍົມຕອນປາຍໃຫ້ປະຊາກອນໃນ

ເກນອາຍຸ 15-35 ປີ ແລະໄດ້ປະກາດຈົບຊັ້ນບໍາລຸງມັດ ທະຍົມຕອນຕົ້ນໃນປີ 2014, ທົ່ວ ເມືອງມີໂຮງໝໍຊຸມຊົນ 1 ແຫ່ງ, ໂຮງໝໍນ້ອຍ 7 ແຫ່ງ, ມີບ້ານສາທາ ລະນະສຸກແບບຢ່າງທັງໝົດ 32 ບ້ານ ເທົ່າກັບ 96,96%, ມີຄອບ ຄົວສາທາລະນະສຸກແບບຢ່າງ 5.265 ຄອບຄົວ ເທົ່າກັບ 89%, ອາຍຸຢືນສະເລ່ຍ 67 ປີ, ມີລະບົບ ໂທລະໂຄ່ງທັງໝົດ 36 ຊຸດ, ມີ ບ້ານວັດທະນະທຳ 31 ບ້ານ, ມີ ຄອບຄົວວັດທະນະທຳ 5.289 ຄອບຄົວ, ມີແຫຼ່ງທ່ອງທ່ຽວດ້ານ ວັດທະນະທຳ 7 ແຫ່ງ, ຮ່ອງຮອຍ ປະຫວັດສາດ 2 ແຫ່ງ, ແຫຼ່ງທ່ອງ ທ່ຽວທຳມະຊາດ 12 ແຫ່ງ, ມີ  ຄອບຄົວທຸກຍາກຕາມດໍາລັດ 348/  ລບ 2 ບ້ານ ກວມເອົາ 6,06%, ມີ 408 ຄອບຄົວກວມເອົາ 6,91%.

ກອງປະຊຸມຄັ້ງນີ້ຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດທີ VIII ແລະ ຮັບຟັງການໂອ້ລົມຂອງສະຫາຍ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີຕື່ມອີກ.

__________

ຂຽນໂດຍ: ຂ່າວ: ອຸ່ນເຮືອນ ໂພທິລັກ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511