8 ແຂວງພາກເໜືອເຊື່ອມຊຶມກົດໝາຍວ່າດ້ວຍການກັນ ແລະຄວບຄຸມພະຍາດຕິດຕໍ່

  ກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການກັນ ແລະຄວບຄຸມພະຍາດຕິດຕໍ່ໃຫ້ບັນດາແຂວງພາກເໜືອ ໃນວັນທີ 12 ພະຈິກທີ່ກອງບັນຊາການທະຫານແຂວງຫຼວງພະບາງ ໂດຍມີ ທ່ານ ສິງຕັນ ໄຊລື່ຊົ່ງ ຮອງປະທານສະພາປະຊາຊົນແຂວງຫຼວງພະບາງ, ທ່ານ ດຣ ຣັດ ຕະນະໄຊ ເພັດສຸວັນຄະນະພັກກະຊວງສາທາລະນະສຸກຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ມີຫົວ ໜ້າສໍານັກງານນາຍົກລັດຖະມົນຕີ, ຕາງໜ້າຈາກສະພາແຫ່ງຊາດພ້ອມດ້ວຍສະມາຊິກ ແລະ ສະພາປະຊາຊົນ 8 ແຂວງພາກເໜືອເຂົ້າຮ່ວມ.

ຈຸດປະສົງກໍເພື່ອເປັນການເຜີຍແຜ່ປະກາດໃຊ້ກົດໝາຍວ່າດ້ວຍການກັນ ແລະຄວບຄຸມພະຍາດຕິດຕໍ່,ທັງເປັນການປຸກລະດົມທົ່ວປວງຊົນລາວໃນການເຂົ້າຮ່ວມການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວຢ່າງມີປະສິດທິພາບ, ອີກດ້ານໜຶ່ງກໍເປັນການຍົກສູງຄວາມຮູ້ຂີດຄວາມສາມາດໃຫ້ແກ່ຂະແໜງການສາທາລະນະສຸກ ແລະຂະແໜງການທີ່ກ່ຽວຂ້ອງ 8 ແຂວງພາກເໜືອໄດ້ຮັບຮູ້ເຂົ້າໃຈ ເນື້ອໃນກົດໝາຍດັ່ງກ່າວຢ່າງເລິກເຊິ່ງ ແລະເປັນເອກະພາບກັນໃນຂອບເຂດທົ່ວປະເທດ, ກາຍເປັນບ່ອນອີງ ແລະນຳເອົາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

ທ່ານ ດຣ ຣັດຕະນະໄຊເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: ກອງປະຊຸມ ຄັ້ງນີ້, ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການລາຍງານການສ້າງ ແລະການອະທິບາຍເນື້ອໃນຂອງກົດ ໝາຍຢ່າງຄົບຖ້ວນ, ລວມທັງການແລກປ່ຽນ ຄວາມຄິດຄວາມເຫັນ ແລະເຮັດໃຫ້ເນື້ອໃນກົດໝາຍມີຄວາມກະຈ່າງແຈ້ງຍິ່ງຂຶ້ນກວ່າເກົ່າ ແລະກາຍເປັນພື້ນຖານໃນການຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະໄດ້ຮັບຜົນດີໃນຕໍ່ໜ້າ.

ສະໜັບສະໜຸນໂດຍ: HONDA

ພະຍາດຕິດຕໍ່ເປັນພະຍາດໜຶ່ງທີ່ປະເທດລາວໃຫ້ການເຝົ້າລະວັງ, ມີຄວາມສໍາຄັນ ແລະ ຈໍາເປັນຫຼາຍຕໍ່ການກັນພະຍາດຕິດຕໍ່ເປັນຕົ້ນແມ່ນພະຍາດຊ່າ, ຊຶ່ງເປັນພະຍາດທີ່ລະບາດຫຼາຍຢູ່ບັນດາປະເທດອາຊີແລະກໍາລັງແຜ່ລາມໄປຈາກທະວີບສູ່ທະວີບເຮັດໃຫ້ມີຄົນເສຍຊີວິດເປັນວົງກວ້າງສົ່ງຜົນກະທົບຕໍ່ເສດຖະກິດ-ສັງ ຄົມຂອງແຕ່ລະປະເທດ ແລະປະເທດລາວແມ່ນໄດ້ປະເຊີນໜ້າກັບພະຍາດຕິດຕໍ່ໃນປີ 2013 ເປັນຕົ້ນມາ,ໂດຍແມ່ນພະຍາດໄຂ້ຍຸງລາຍແຜ່ ລະບາດໃນຫຼາຍປີຜ່ານມາພ້ອມນີ້ກະຊວງສາທາລະນະສຸກ ໂດຍສະເພາະແມ່ນກົມຄວບຄຸມພະຍາດຕິດຕໍ່ໄດ້ເປັນເຈົ້າການຈັດຕັ້ງປະຕິບັດ ແລະກໍໄດ້ອອກນິຕິກໍາພ້ອມທັງສະເໜີໃຫ້ສະພາແຫ່ງຊາດພິຈາລະນາຮັບຮອງເອົານິຕິກໍາດັ່ງກ່າວ ແລະມີເບີໂທສຸກເສີນ 166, ໃນປະຈຸບັນກົດໝາຍດັ່ງກ່າວແມ່ນໄດ້ຖືກຮັບຮອງຈາກສະພາແຫ່ງຊາດ ແລະປະກາດໃຊ້ຢ່າງເປັນທາງ ການແລ້ວ.

------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຸະກິດ-ສັງຄົມ