ຄຳມ່ວນ-ນະຄອນພະນົມສືບຕໍ່ເສີມຂະຫຍາຍຄວາມສຳພັນ

    ວັນທີ 22 ມັງກອນ 2019 ທ່ານ ສະຫຍາມ ສິຣິມົງຄົນ ຜູ້ວ່າຣາດຊະການຈັດຫວັດນະຄອນພະນົມຣາຊາອານາຈັກໄທ ພ້ອມດ້ວຍບັນດາທ່ານໃນຄະນະບໍລິຫານງານຈັງຫວັດໄດ້ເຄື່ອນໄຫວພົບປະຢ້ຽມຢາມຄະນະການນຳແຂວງຄຳມ່ວນໂດຍໄດ້ຈັດພິທີພົບປະຂຶ້ນທີ່ເຮືອນພັກເລກ 1 ແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມ ແລະຕ້ອນຮັບຄະນະດັ່ງກ່າວໂດຍທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ, ມີບັນດາເມືອງທີ່ລຽບຕາມຊາຍແດນພ້ອມດ້ວຍພະແນກການທີ່ ກ່ຽວຂ້ອງເຂົ້າຮ່ວມ.

  ຈຸດປະສົງໃນການພົບປະຢ້ຽມຢາມໃນຄັ້ງນີ້ກໍ່ເພື່ອເປັນການສືບ ຕໍ່ເສີມຂະຫຍາຍຄວາມສຳພັນ, ພາວະໄມຕີລະຫວ່າງສອງແຂວງໃຫ້ນັບມື້ໄດ້ຮັບການພັດ ທະນາດີຂຶ້ນເປັນຕົ້ນແມ່ນການພົວພັນຮ່ວມມືທາງດ້ານການຄ້າ-ການລົງທຶນ, ການບໍລິການທ່ອງທ່ຽວລວມເຖິງການຮັກສາຄວາມລະບຽບຮຽບຮ້ອຍຕາມຊາຍແດນລະຫວ່າງສອງແຂວງຄຳມ່ວນ-ນະຄອນພະນົມໂດຍສະເພາະແມ່ນການຈັດຕັ້ງປະຕິບັດລະບຽບກົດໝາຍຊາຍແດນລະຫວ່າງສອງຊາດກໍ່ຄືສອງ ແຂວງໃຫ້ມີຄວາມເຂັ້ມງວດເພື່ອຫຼີກລ້ຽງບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ, ຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນຂອບເຂດຊາຍແດນ.

  ໃນໂອກາດດັ່ງກ່າວທັງສອງຄະນະຍັງໄດ້ມອບຂອງຂວັນທີ່ລະ ນຶກໃຫ້ກັນ ແລະກັນພ້ອມທັງອ່ວຍພອນໄຊເນື່ອງໃນໂອກາດຕ້ອນຮັບປີໃໝ່ 2019 ນີ້, ຈົ່ງມີ ແຕ່ຄວາມຜາສຸກ ແລະໄດ້ຮັບຜົນສຳເລັດໃນໜ້າທີ່ວຽກງານ, ເສີມຂະຫຍາຍມິດຕະພາບ, ຄວາມສຳພັນພາວະໄມຕີໃຫ້ນັບມື້ມີຄວາມໝັ້ນຄົງ.