ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ IV ໜ່ວຍພັກກົມກວດກາພາຍໃນ

 ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກກົມກວດກາພາຍໃນທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ສໍາເລັດລົງໃນວັນທີ 12 ພະຈິກ 2019 ທີ່ຫ້ອງປະຊຸມໃຫຍ່ ທຫລ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ວຽງສະຫວັນ ໄຊຍະວົງເລຂາໜ່ວຍພັກ-ຫົວໜ້າກົມກວດກາພາຍໃນ; ພ້ອມນັ້ນ, ກໍ່ໃຫ້ກຽດເຂົ້າ ຮ່ວມຂອງສະຫາຍ ສອນໄຊ ສິດພະໄຊ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກ-ຜູ້ວ່າການ ທຫລ, ສະຫາຍ ພານຸສັກ ແກ່ນວົງພະຈັນ ຄະນະພັກ-ຫົວໜ້າກົມຈັດຕັ້ງ ແລະພະນັກງານ, ບັນດາສະຫາຍຜູ້ຕາງໜ້າຈາກໜ່ວຍພັກ ແລະສະມາຊິກພັກເຂົ້າຮ່ວມ.

ສະຫາຍເລຂາໜ່ວຍພັກກົມກວດກາພາຍໃນໄດ້ຜ່ານບົດລາຍງານການເມືອງຊຶ່ງໃນຕະຫຼອດໄລຍະແຫ່ງການນໍາພາ-ຊີ້ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ຊຶ່ງຍາມໃດຄະນະໜ່ວຍພັກກໍ່ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວພະນັກ ງານ-ສະມາຊິກພັກເປັນບັນຫາສໍໍໍາຄັນຕົ້ນຕໍ ດ້ວຍ ຫຼາຍຮູບການພ້ອມທັງຖືເອົາວຽກງານນີ້ສອດຫ້ອຍເຂົ້າໃນທຸກການເຄື່ອນໄຫວວຽກງານຕົວຈິງ ອັນເຮັດໃຫ້ສະພາບແນວຄິດຂອງທຸກຄົນ ມີຄວາມອຸ່ນອ່ຽນທຸ່ນທ່ຽງ,ເຊື່ອໝັ້ນຕໍ່ການນໍາພາຂອງພັກ,ມີການຫັນປ່ຽນທີ່ຕັ້ງໜ້າກວ່າເກົ່າ, ມີສະຕິຕໍ່ການຈັດຕັ້ງແລະຫ້າວຫັນໃນການປະຕິບັດວຽກງານໃນ 5 ປີຜ່ານມາ ແລະສາມາດຍາດໄດ້ຜົນງານອັນພົ້ນເດັ່ນໃນຫຼາຍດ້ານ ເປັນຕົ້ນທາງດ້ານວິຊາສະເພາະກໍ່ໄດ້ເປັນເຈົ້າການ ແລະມີຜົນສໍາເລັດເປັນຢ່າງດີ. ພ້ອມນັ້ນ; ຍັງມີຂໍ້ຄົງຄ້າງຈຳນວນໜຶ່ງທີ່ໄດ້ຮັບການແກ້ໄຂ ແລະ ຈາກນັ້ນໄດ້ມີການນໍາສະເໜີທິດທາງລວມ, ແຜນການ ແລະໜ້າທີ່ຕົ້ນຕໍໃນການນໍາພາ-ຊີ້ ນຳໃນຕໍ່ໜ້າ.

ກອງປະຊຸມ, ຍັງມີການປະກອບຄໍາຄິດຄໍາເຫັນຢ່າງຕົງໄປຕົງມາ, ພາວະວິໄສ ແລະມີປະຊາທິປະໄຕຂອງບັນດາຜູ້ແທນກອງປະຊຸມເພື່ອໃຫ້ບົດລາຍງານການເມືອງ ແລະທິດທາງລວມ,ແຜນການໃນຕໍ່ໜ້າມີຄວາມສົມບູນຍິ່ງໆຂຶ້ນ ແລະໃນເວລາຕໍ່ມາກໍໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ປະກອບດ້ວຍ 5 ສະຫາຍ ໂດຍເລືອກເອົາສະຫາຍ ວຽງສະຫວັນ ໄຊຍະວົງ ເປັນເລຂາໜ່ວຍພັກ, ເລືອກເອົາ ສະຫາຍ ສົມມຸດ ແກ້ວມະນີ ເປັນຮອງເລຂາທັງເປັນປະທານຄະນະກວດກາໜ່ວຍພັກ; ກອງປະຊຸມຍັງໄດ້ເລືອກເອົາຜູ້ແທນ 5 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ທຫລ ທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

  ໃນໂອກາດດັ່ງກ່າວ; ສະຫາຍເລຂາຄະນະພັກ ທຫລ ໄດ້ຕີລາຄາສູງຕໍ່ການຊີ້ນໍາ-ນໍາພາໃນ ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຂອງຄະນະໜ່ວຍພັກ-ສະ ມາຊິກ, ພະນັກງານຂອງກົມກວດກາພາຍໃນໃນຜ່ານມາ ແລະເນັ້ນໃຫ້ເສີມຂະຫຍາຍການປະຕິບັດໜ້າທີ່ໃຫ້ດີຂຶ້ນ ກວ່າເກົ່າ; ສືບຕໍ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ແລະເພີ່ມທະວີຄວາມສາມັກຄີເປັນເອກະພາບໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ແລະພ້ອມກັນນໍາເອົາເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ປາກົດຜົນເປັນຈິງໃນຕໍ່ໜ້າ.

__________

ຂຽນໂດຍຣັດສະໝີ ດວງສັດຈະ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511