ໂຈະອອກອະນຸຍາດເປີດໃໝ່ຮ້ານອິນເຕີເນັດ

  ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປທສ ສະບັບເລກທີ 2232/ ປທສ ລົງວັນທີ 29 ສິງຫາ 2019 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງພະແນກ ປທສ ນະຄອນຫຼວງວຽງຈັນ,ບົດບັນທຶກກອງປະຊຸມລະຫວ່າງພະແນກ ປທສ ນະຄອນຫຼວງວຽງຈັນຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ແລະຮອງເຈົ້າເມືອງ 8 ເມືອງໃນນະຄອນຫຼວງວຽງຈັນ ຄັ້ງວັນທີ 7 ສິງຫາ 2019 ກ່ຽວກັບການ ຄຸ້ມຄອງ, ດັດສົມ, ແກ້ໄຂບັນຫາຮ້ານອິນ ເຕີເນັດກາເຟຢູ່ນະຄອນຫຼວງວຽງຈັນ ແລະ ການຕົກ ລົງເຫັນດີຂອງພະແນກ ປທສ ນະຄອນຫຼວງວຽງຈັນໃນວັນທີ 29 ຕຸລາ 2019.

  ພະແນກໄປສະນີໂທລະຄົມມະນາຄົມ ແລະສື່ສານ (ປທສ) ອອກແຈ້ງການລະບຸວ່ານັບແຕ່ເດືອນພະຈິກ ປີ 2019 ເປັນຕົ້ນໄປທາງພະແນກໄປສະນີໂທລະຄົມມະນາ ຄົມ ແລະສື່ສານນະຄອນຫຼວງວຽງຈັນ ຈະໄດ້ໂຈະການພິຈາລະນາອອກອະນຸຍາດເປີດໃໝ່ໃຫ້ວິສາຫະກິດສ່ວນບຸກຄົນຮ້ານອິນເຕີເນັດກາເຟໄວ້ກ່ອນເນື່ອງວ່າໃນໄລຍະຜ່ານມາມີຈໍານວນຫຼາຍແລ້ວໃນນັ້ນມີຮ້ານອິນເຕີເນັດຈໍານວນໜຶ່ງໃຫ້ບໍລິການບໍ່ຖືກຕາມໃບອະນຸຍາດ, ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍເຮັດໃຫ້ການຄຸ້ມ ຄອງມີຄວາມຫຍຸ້ງຍາກ, ສະນັ້ນສະເໜີໃຫ້ພະແນກອຸດສາຫະກໍາ ແລະການຄ້ານະຄອນຫຼວງວຽງຈັນແຈ້ງໃຫ້ຫ້ອງການອຸດສາຫະກໍາ ແລະການຄ້າເມືອງໂຈະການອອກໃບທະບຽນວິສາຫະກິດເປັນຊົ່ວຄາວຈາກນີ້ເປັນຕົ້ນໄປຈົນກວ່າຈະມີການປ່ຽນແປງ.

____________

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511