60 ຫຼັງຄາຖືກໂຄງການ ເມືອງພູຄູນໃໝ່

ເມືອບໍ່ດົນມານີ້ທ່ານ ທອງຈັນ ແພງຈັນທີ ຮອງເຈົ້າເມືອງພູຄູນແຂວງຫຼວງພະບາງພ້ອມດ້ວຍຄະນະກຳມະການຈາກຫ້ອງການທີ່ກ່ຽວຂ້ອງຂອງເມືອງສົມທົບກັບອົງ ການປົກຄອງບ້ານສາມແຍກໄດ້ລົງສຳຫຼວດເກັບກຳຂໍ້ມູນຜົນກະທົບເບື້ອງຕົ້ນຢູ່ບັນດາຈຸດຕ່າງໆພາຍໃນຂອບເຂດເທສະບານເມືອງເພື່ອເປັນຂໍ້ມູນໃນການສືບຕໍ່ສະເໜີໂຄງການປັບປຸງ ແລະຂະຫຍາຍເທສະບານເມືອງພູຄູນໃໝ່.

  ໂຄງການດັ່ງກ່າວຈະມີເນື້ອທີ່ທັງໝົດຫຼາຍກວ່າ 80 ເຮັກຕາ ກວມເອົາເນື້ອທີ່ໃນຂອບເຂດຈໍານວນ 5 ບ້ານ ພາຍໃນເທສະບານເມືອງຄືບ້ານສາມແຍກແສນສີບັງກາໂລຫຼັກຫ້າ ແລະ ບ້ານວຽງຄຳ ໃນນີ້ໄດ້ສຳຫຼວດໃນຈຸດກໍ່ສ້າງເສັ້ນທາງເຂົ້າແລະໂຄງການຫຼັກຂອງໂຄງການເຊັ່ນອາຄານສຳນັກງານອົງການ ແລະສະຖານທີ່ສາທາ ລະນະປະໂຫຍດລວມຂອງລັດລວມທັງໝົດ 9 ຈຸດ.

  ຜ່ານການລົງເກັບກໍາຂໍ້ມູນຜົນກະທົບເບື້ອງຕົ້ນມີເຮືອນຈຳນວນ 60 ຫຼັງຄາໂຮງຮຽນ 1 ຫຼັງເສັ້ນທາງຫຼວງບາງຈຸດ ແລະເນື້ອທີ່ປູກໄມ້ຂອງປະຊາຊົນຈຳນວນໜຶ່ງທັງນີ້ກໍ່ເພື່ອເປັນການບັນທຶກຂໍ້ມູນຜົນກະທົບໃຫ້ລະອຽດຊັດເຈນທັງເປັນບ່ອນອີງໃຫ້ແກ່ການຊົດເຊີຍໂຄງການກໍ່ສ້າງໃຫ້ຖືກຕ້ອງສອດຄອງຕາມແຜນພັດທະນາເສດຖະກິດ-ສັງຄົມ ກໍ່ຄືການແຜນຂະຫຍາຍເທສະບານເມືອງພູຄູນໃໝ່ໃຫ້ຮອງຮັບກັບການພັດທະນາໃນອະນາຄົດ.

-------------

ຂຽນໂດຍຄໍາຕົ້ນ ວໍລະຈັກ
ພາບ ແລະຂ່າວຈາກໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444