ລາວຟອດຈັບສະຫຼາກ ມອບໂຊກໃຫຍ່ໃຫ້ລຸກຄ້າ

  ໃນວັນທີ 6 ພະຈິກ2019 ບໍລິສັດ ລາວຟອດຊີຕີ ໄດ້ຈັດງານຈັບສະຫຼາກມອບໂຊກໃຫຍ່ເພື່ອເປັນການຄືນກໍາໄລໃຫ້ກັບລູກຄ້າທີ່ໄວ້ວາງໃຈໃນລົດຟອດ, ຊື່ງເງື່ອນໄຂລຸ້ນໂຊກກໍ່ງ່າຍໆພຽງແຕ່ ລູກຄ້້າທ່ານໃດທີ່ຊື້ຫຼືຜ່ອນລົດຟອດທຸກລຸ້ນຕັ້ງແຕ່ເດືອນມັງກອນ 2019 ຫາ 30 ມຶຖຸນາ 2019 ກໍ່ຈະມີສິດລຸ້ນຮັບລາງວັນໃຫຍ່ ໂດຍຈະມີຄູປອງເພື່ອລຸ້ນຮັບໂຊກລາງວັນທີ 1 ລົດຟອດ Eco-sport ECOBOOTS ຈໍານວນ 1 ຄັນ; ລາງວັນທີ 2 ສາຍຄໍຄໍາຫນັກ 2 ບາດຈໍາ ນວນ 5 ລາງວັນ; ລາງວັນທີ 3 ໂທລະສັບ Samsung Galaxy Note 10 ຈໍານວນ 5 ລາງວັນ.

ພາບຂ່າວ:

ສະໜັບສະໜຸນໂດຍ: HONDA

 ພາຍໃນງານແມ່ນເຕັມໄປດ້ວຍບັນດາແຂກຜູ້ມີກຽດ ແລະສັກຂີພິຍານຜູ້ຊົງຄຸນວຸດທິທ່ີເປັນກຽດໃນການຈັບສະຫຼາກໃນຄັ້ງນີ້ ແລະລູກຄ້າຜູ້ໂຊກດີທ່ີໄດ້ຮັບລາງວັນທີ 1 ໄດ້ແກ່ທ່ານ ດາວອນ ທອງວິໄລ; ລາງວັນທີ 2 ມີທ່ານ ບ່ອງ ນິລາວັນ; ທ່ານ ໄກສອນ ສົນທິກຸມມານ; ທ່ານ ຄໍາໄຊຍະວົງ; ທ່ານ ວັນນະສິດ ພວງມະໄລ; ທ່ານ ສິລິໂສພາ ສຸມຸນທາ ແລະລາງວັນທີ3 ໄດ້ແກ່ທ່ານ ສີສຸນົນ; ທ່ານ ນາງ ດາວອນ (ດາວອນ ອໍໂຕ້); ທ່ານ ມະໄລທອງ ແກ່ນສັກດາ; ບໍລິສັດ ເຊບລອນ ຄອບຟີ ແລະ ທ່ານ ວຽງສິງ ທອງມະນີວົງ.

ພາບຂ່າວ:

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

___________

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444