ສະຖາບັນບັນດິດວິທະຍາສາດຈີນ ຮ່ວມກັບ ເອັດສຊີຈີ ພັດທະນາອຸດສາຫະກໍາ

 ສະຖາບັນບັນດິດວິທະຍາສາດຈີນອົງກອນດ້ານການວິໄຈ ແລະການພັດທະນາຊັ້ນນຳລະດັບໂລກຮ່ວມມືກັບບໍລິສັດເອັດສຊີຈີ ຜ່ານສຳນັກງານນະວັດຕະກຳ ແລະຄວາມຮ່ວມມື (ບາງກອກພັດທະນາ ແລະແລກປ່ຽນອົງຄວາມຮູ້ດ້ານເຕັກໂນໂລຊີແລະນະວັດຕະກຳໃນ 5 ອຸດສາຫະກຳຄືເມືອງອັດສະລິຍະປັນຍາປະດິດ ແລະຫຸ່ນຍົນ, ສານເຄມີທີ່ມີມູນຄ່າສູງ, ທຸ ລະກິດພະລັງງານໃໝ່, ສິ່ງແວດລ້ອມ ແລະການ ພັດທະນາແບບຍືນຍົງ ເພື່ອຕອບໂຈດຕະຫຼາດ ແລະແນວທາງດ້ານທຸລະກິດໃນອະນາຄົດດ້ວຍມູນຄ່າໂຄງການເລີ່ມຕົ້ນກວ່າ 100 ລ້ານຢວນ ຫຼື ປະມານ 500 ລ້ານບາດ.

ສະໜັບສະໜຸນໂດຍ: HONDA

  ພິທີເຊັນສັນຍາໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2019 ທີ່ ບາງກອກ, ທ່ານ ຣຸ້ງໂຣດ ຣັງສິໂຍພາດ ກໍາມະການຜູ້ຈັດການໃຫຍ່ເອັດສຊີຈີໄດ້ກ່າວວ່າ: “ເອັດສຊີຈີ ເນັ້ນການສ້າງຄວາມຮ່ວມມື ກັບສະຖາບັນ ແລະອົງກອນຊັ້ນນຳຕ່າງໆທັງໃນ ແລະຕ່າງປະເທດເພື່ອເສີມສ້າງສັກກະຍະພາບ ແລະການແລກປ່ຽນອົງຄວາມຮູ້ດ້ານການພັດທະນານະວັດຕະກຳມາຢ່າງຕໍ່ເນື່ອງ ຊຶ່ງຊ່ວຍ ໃຫ້ ເອັດສຊີຈີ ມີສິນຄ້າ ແລະການບໍລິການທີ່ສາມາດຕອບໂຈດຄວາມຕ້ອງການຂອງລູກຄ້າທົ່ວ ພູມີພາກອາຊຽນໄດ້ຢ່າງວອງໄວ ແລະຖືກຈຸດ ຍິ່ງຂຶ້ນ; ເອັດສຊີຈີ ມີຄວາມຍິນດີເປັນຢ່າງຍິ່ງທີ່ສະຖາບັນບັນດິດວິທະຍາສາດຈີນ ໄດ້ເລີ່ມ ຕົ້ນຄວາມຮ່ວມມືກັບ ເອັດສຊີຈີ ໃນການວິໄຈ ແລະພັດທະນາດ້ານວິທະສາດເຕັກໂນໂລຊີ ແລະນະວັດຕະກຳເພື່ອຮ່ວມກັນພັດທະນາເຕັກໂນໂລຊີໃໝ່ໆທີ່ສາມາດຕອບໂຈດທ່າອ່ຽງໃນອະນາຄົດເຊັ່ນ: ອາຄານ, ໂຮງງານອັດສະລິຍະ ແລະການຈັດ ການມົນລະພິດເປັນຕົ້ນຊຶ່ງຈະສາມາດຍົກລະດັບການສ້າງສັນຂອງນະວັດຕະກຳໃນພາກທຸລະກິດ ແລະອຸດສາຫະກຳລວມທັງໃນໄທ ແລະຈີນຕະຫຼອດຈົນເຖິງຄຸນນະພາບຊີ ວິດຂອງຄົນໃນສັງຄົມໃຫ້ດີຍິ່ງຂຶ້ນຈຶ່ງມີການລົງນາມຄວາມຮ່ວມມືອີກຄັ້ງໃນມື້ນີ້, ໂດຍຜ່ານສຳນັກງານນະວັດຕະກຳແລະຄວາມຮ່ວມມື (ບາງກອກ) ສະຖາບັນບັນດິດວິທະ ຍາສາດຈີນ.

ພາບຂ່າວ:

 ທ່ານ ຈຽງ ປຽວ ຜູ້ອໍານວຍການສໍານັກງານນະວັດຕະກໍາ ແລະຄວາມຮ່ວມມື (ບາງກອກ) ສະຖາບັນບັນດິດວິທະຍາສາດຈີນກ່າວວ່າ “CAS ICCB ເປັນໜຶ່ງໃນສໍານັກງານຕ່າງ ປະເທດ 9 ສາຂາຂອງ CAS ທີ່ມີບົດບາດ ສຳຄັນໃນການສະແຫວງຫາຄວາມຮ່ວມມືກັບ ອົງກອນຊັ້ນນຳຕ່າງໆໃນແຕ່ລະປະເທດ, ຊຶ່ງການເຊັນສັນຍາຄັ້ງນີ້ເນັ້ນ 5 ອຸດສາຫະກໍາ ແຫ່ງ ອະນາຄົດຄື: 1) ເມືອງອັດສະລິຍະ, 2) ປັນຍາປະດິດ ແລະຫຸ່ນຍົນ, 3) ສານເຄມີທີ່ມີມູນຄ່າສູງ, 4) ທຸລະກິດພະລັງງານໃໝ່ເຊັ່ນ: ພະລັງງານໝູນວຽນ, ແບັດເຕີຣີ ຫຼືລະບົບກັກເກັບພະລັງງານ, 5) ສິ່ງແວດລ້ອມ ແລະການພັດທະນາແບບຍືນຍົງ.  

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

  CAS ICCB ເຊື່ອໝັ້ນວ່າການຮ່ວມມືຄັ້ງນີ້ຈະຊ່ວຍໃຫ້ເກີດການຖ່າຍທອດເຕັກໂນໂລຊີ ແລະນະວັດຕະກຳທີ່ເປັນປະໂຫຍດຕໍ່ທັງພາກທຸລະກິດ ແລະອຸດສາຫະກຳທັງໃນໄທ ແລະຈີນຕາມແນວທາງຂອງໂຄງການເສັ້ນທາງສາຍໃໝ່ແຫ່ງສະຕະວັດທີ 21 ຂອງຈີນ, ຊຶ່ງມູນຄ່າໂຄງການໃນໄລຍະເລີ່ມຕົ້ນຫຼາຍກວ່າ 100 ລ້ານຢວນ (ປະ ມານ 500 ລ້ານບາດ).

___________

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444