ຄຳໄພຊະນະ ຮັບລາງວັນປະກອບສ່ວນດີເດັ່ນຈາກ ສຄອຊ 4 ປີຊ້ອນ

  ກຸ່ມບໍລິສັດຄຳໄພຊະນະໄດ້ເປັນໜຶ່ງໃນ 68 ຫົວໜ່ວຍທຸລະກິດທີ່ໄດ້ຮັບໃບຍ້ອງຍໍ ແລະ ໂລ້ລາງວັນຫົວໜ່ວຍທຸລະກິດດີເດັ່ນ 30 ປີ ທີ່ມີຜົນງານປະກອບສ່ວນສະໜັບສະໜູນດ້ານທຶນຮອນ ແລະວັດຖຸປັດໄຈໃນການສ້າງຄວາມເຂັ້ມແຂງແກ່ ສຄອຊ ຊຶ່ງການຮັບຄັ້ງນີ້ແມ່ນເປັນປີທີ 4 ຊ້ອນຂອງກຸ່ມບໍລິສັດດັ່ງກ່າວ.

   ທ່ານ ຄຳໄພ ສົມຊະນະ ປະທານກຸ່ມບໍລິສັດຄຳໄພຊະນະເປີດເຜີຍຕໍ່ທີມຂ່າວໜັງສືພິມເສດຖະກິດ-ສັງຄົມໃນໂອກາດເຂົ້າຮ່ວມກອງປະຊຸມປະຈຳປີ 2018 ແລະສະເຫຼີມສະຫຼອງ 30 ປີ ສຄອຊ ທີ່ຈັດຂຶ້ນໃນວັນທີ 23 ມັງກອນຜ່ານມາທີ່ນະຄອນຫຼວງວຽງຈັນວ່າ: ນັກທຸລະກິດແມ່ນຄອບຄົວດຽວກັນກັບພັກ-ລັດ ຂີ່ເຮືອລຳດຽວກັບພັກ-ລັດ ເຮືອນັ້ນຈະເຂັ້ມແຂງຍືນຍົງໄດ້ກໍຕ້ອງອາໃສນັກທຸລະກິດຜູ້ທີ່ຈິງໃຈ ແລະຜູ້ເຮັດແທ້ທຳຈິງເຊັ່ນດຽວກັບເສດຖະກິດຂອງປະເທດຊາດຈະເຕີບໃຫຍ່ຂະຫຍາຍຕົວໄດ້ກໍຕ້ອງມີນັກທຸລະກິດ ແຕ່ນັກທຸລະກິດຈະໄປໄດ້ກໍຕ້ອງໄດ້ຮັບການຊຸກຍູ້ສົ່ງເສີມຈາກພັກ- ລັດ ແລະນັກທຸລະກິດກໍຕ້ອງມີນ້ຳໃຈໃນປະກອບສ່ວນຊ່ວຍເຫຼືອສັງຄົມ ແລະປະຊາຊົນ.

 ສຳລັບກຸ່ມບໍລິສັດ ຄຳໄພຊະນະໃນ ຜ່ານມາເອົາໃຈໃສ່ປະກອບສ່ວນໃນການຊ່ວຍເຫຼືອພັກ-ລັດ ໂດຍສະເພາະແມ່ນໃຫ້ການຊ່ວຍເຫຼືອດ້ານທຶນຮອນ ແລະ ວັດຖຸປັດໄຈແກ່ສະພາການຄ້າ ແລະ ອຸດສະຫາກຳແຫ່ງຊາດເປັນຕົ້ນແມ່ນໃນການຈັດກອງປະຊຸມໃຫຍ່ໆ ແລະ ວຽກງານຕ່າງໆຂອງ ສຄອຊ ໃນແຕ່ລະປີຈາກຜົນຂອງການປະກອບສ່ວນຜ່ານມານັ້ນຈຶ່ງເຮັດໃຫ້ກຸ່ມບໍລິສັດໄດ້ຮັບລາງວັນດີເດັ່ນໃນການປະກອບສ່ວນສະໜັບສະໜູນດ້ານທຶນຮອນ ແລະ ວັດຖຸປັດໄຈສ້າງຄວາມ ເຂັ້ມແຂງແກ່ ສຄອຊ 30 ປີ ຊຶ່ງການຮັບຄັ້ງນີ້ແມ່ນເປັນປີທີ 4 ຕິດຕໍ່ກັນຂອງກຸ່ມບໍລິສັດ.

  ທັງນີ້ ທ່ານ ຄຳໄພ ສົມຊະນະສະ ແດງຄວາມຮູ້ສຶກດີໃຈຫຼາຍ ແລະຂອບໃຈທີ່ທາງຂັ້ນເທີງໄດ້ເບິ່ງເຫັນຜົນງານພ້ອມໃຫ້ການຍ້ອງຍໍ ແລະຢືນຢັນວ່າໃນອະນາ ຄົດຕໍ່ໜ້າກຸ່ມບໍລິສັດຈະສືບຕໍ່ດຳ ເນີນທຸລະກິດໃຫ້ເຕີບໃຫຍ່ເຂັ້ມແຂງໄປຕາມທິດຊີ້ນຳໆພາຂອງພັກ-ລັດ ກໍຄືຂອງກະຊວງອຸດສາຫະກຳ ແລະ ການຄ້າ ແລະສະພາການຄ້າ ແລະອຸດສາຫະກຳແຫ່ງຊາດວາງອອກໃນແຕ່ລະໄລຍະ.