ກສວ ໃຫ້ຄວາມຮູ້ການເຂົ້າເຖິງແຫຼ່ງທຶນ

   ໃນຕອນບ່າຍຂອງວັນທີ 24 ມັງກອນທີ່ຜ່ານມາ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງ (ກສວ), ກະຊວງອຸດສາຫະກຳ ແລະການຄ້າຮ່ວມກັບຄະນະຈັດງານເທສະການອາຫານລາວ, ໄດ້ຈັດສຳມະນາ ແລະຝຶກອົບຮົມຍົກລະດັບຄວາມຮູ້ກ່ຽວກັບທຸລະກິດຂະໜາດນ້ອຍ ແລະກາງ (SME) ໃຫ້ແກ່ຫົວ ໜ່ວຍທຸລະກິດທີ່ເຂົ້າຮ່ວມໃນງານວາງສະແດງສິນຄ້າ ແລະຂາຍລະຫວ່າງວັນທີ 23-26 ມັງກອນ, ແນໃສ່ໃຫ້ເຂົາເຈົ້າຮັບຮູ້ ແລະເຂົ້າໃຈກ່ຽວກັບນະໂຍບາຍການເຂົ້າເຖິງແຫຼ່ງທຶນຂອງ SME ຫຼາຍຂຶ້ນ.

  ທ່ານ ກິ່ງໄຊ ຈຸນລະມຸນຕຣີ ຫົວໜ້າພະແນກຄຸ້ມຄອງກອງທຶນສົ່ງເສີມ ວນກ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງ (ກສວ) ກະຊວງອຸດສາຫະກໍາ ແລະການຄ້າຊຶ່ງເປັນຜູ້ຕາງໜ້າກົມມາໃຫ້ຄວາມຮູ້ໃນຄັ້ງນີ້ໂດຍສະເພາະບັນຫາທີ່ວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ໃນ ສປປ ລາວ ພວມປະ ເຊີນເປັນຕົ້ນການເຂົ້າຫາແຫຼ່ງທຶນຂອງ SME ຊຶ່ງເຫັນວ່າບັນຫາທີ່ SME ລາວ ພວມປະເຊີນຫຼາຍກວ່າໝູ່ແມ່ນສະພາບແວດລ້ອມທາງທຸລະກິດບໍ່ເອື້ອອໍາ ນວຍ, ຄວາມສາມາດໃນການແຂ່ງຂັນຍັງຈຳກັດ, ສະຖາບັນສະໜັບສະໜູນຍັງບໍ່ເຂັ້ມແຂງ, ການບໍລິການພັດທະນາທຸລະກິດຍັງຈຳກັດ, ການເຂົ້າຫາແຫຼ່ງທຶນຍັງມີຄວາມຫຍຸ້ງຍາກ, ກົນໄກການຮ່ວມມືລະຫວ່າງພາກລັດ ແລະທຸລະກິດຍັງບໍ່ມີປະສິດທິພາບ, ໂດຍຕາມການສຳຫຼວດຂອງ GIZ ປີ 2010 ແມ່ນ 60,63% ຂອງ SMEs ຕ້ອງການກູ້ຢືມເງິນເພື່ອຂະຫຍາຍທຸລະກິດ ແລະ 90% ທີ່ກູ້ຢືມນຳທະນາຄານຊຶ່ງເຮັດໃຫ້ມີຕົ້ນທຶນສູງ ແລະເປັນໄລຍະສັ້ນຈຶ່ງເຮັດໃຫ້ SME ບໍ່ສາມາດເຂົ້າເຖິງແຫຼ່ງທຶນໄດ້. 

  ໃນປະຈຸບັນລັດຖະບານໄດ້ມີນະໂຍບາຍສົ່ງເສີມການເຂົ້າເຖິງແຫຼ່ງທຶນຂອງ SME ໂດຍໄດ້ພັດທະນາຜະລິດຕະພັນ ແລະການບໍລິການທາງດ້ານສິນເຊື່ອ ແລະດ້ານການເງິນໃຫ້ແກ່ SME ໃຫ້ມີຄວາມຫຼາກຫຼາຍ, ສ້າງຄວາມເຂັ້ມແຂງໃຫ້ບັນດາທະນາຄານ ແລະສະຖາບັນການເງິນລວມທັງສະຖາບັນການເງິນຈຸລະພາກ ເພື່ອສ້າງຄວາມອາດສາມາດໃຫ້ SME ໃນການເຂົ້າເຖິງແຫຼ່ງທຶນ, ພ້ອມທັງຍົກລະດັບກອງທຶນສົ່ງເສີມ ແລະພັດທະນາ SME ໃຫ້ເປັນສະຖາບັນການເງິນສະເພາະກິດສໍາລັບວິສາຫະກິດຂະໜາດນ້ອຍ ແລະກາງ, ປັບປຸງຄວາມເຂັ້ມແຂງບັນດາອົງການຈັດຕັ້ງທີ່ອຳນວຍຄວາມສະດວກໃນການເຂົ້າເຖິງສິນເຊື່ອຂອງວຽກ ວນກ.

  ທ່ານ ກິ່ງໄຊ ຈຸນລະມຸນຕຣີ ໃຫ້ຮູ້ອີກວ່າ: ສຳລັບແຫຼ່ງທຶນທີ່ມີໃນປະຈຸບັນ ແລະໄດ້ມີການປ່ອຍກູ້ຈາກງົບລັດຖະບານໄລຍະຜ່ານມາຈຳນວນ 30 ຕື້ກີບ ທີ່ໄດ້ປ່ອຍສິນເຊື່ອຜ່ານລະບົບທະນາຄານພັດທະນາລາວ ໃນປີ 2012-2018, ຊຶ່ງສາມາດປ່ອຍກູ້ໄດ້ທັງໝົດ 210 ສັນຍາລວມມີ 105 ຫົວໜ່ວຍ, ເປັນເງິນ 59,02 ພັນຕື້ກີບ, ໃນນີ້ຂະແໜງກະສິກຳ ມີ 57 ສັນຍາ, ອຸດສາຫະກຳ 29 ສັນຍາ, ການຄ້າ 63 ສັນຍາ, ການບໍລິການ 55 ສັນຍາ ແລະຫັດຖະກຳ 6 ສັນຍາ, ໂດຍທັງໝົດນັ້ນເປັນເພດຍິງ 61 ຫົວໜ່ວຍໃນຂອບເຂດທົ່ວປະເທດ.