2 ພາກສ່ວນຮ່ວມພັດທະນາບຸກຄະລາກອນ

 ໃນວັນທີ 24 ມັງກອນ 2019, ທີ່ຟາມພູຕາເວັນໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງບໍລິສັດ ພູຕາເວັນການທ່ອງທ່ຽວຈຳກັດ ແລະ ວິທະຍາໄລເຕັກນິກ-ວິຊາຊີບແຂວງຄຳມ່ວນເພື່ອຮ່ວມກັນພັດທະນາຫຼັກສູດການຮຽນ-ການສອນ ຂອງວິທະຍາໄລເຕັກນິກ-ວິຊາຊີບແຂວງຄຳມ່ວນໃນການສ້າງບຸກຄະລາກອນໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານໃນປະຈຸບັນກໍຄືອະນາຄົດ, ໂດຍລົງນາມໃນສັນຍາຂອງທ່ານ ນາງ ດາລຸນນີ ດວງປະເສີດ ຜູ້ອຳນວຍບໍລິສັດ ພູຕາເວັນການທ່ອງທ່ຽວຈຳກັດ ກັບທ່ານ ວຽງສະຫວັນ ພັດທະວົງ ຜູ້ອຳນວຍການວິທະຍາໄລເຕັກນິກ-ວິຊາຊີບ ແຂວງຄຳມ່ວນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ຈຸດປະສົງຂອງການເຊັນສັນຍາຄັ້ງນີ້ແມ່ນເພື່ອຮ່ວມກັນອອກແບບ ແລະພັດທະນາຫຼັກສູດການຮຽນ-ການສອນຂອງຕະຫຼາດແຮງງານ, ພ້ອມທັງສະໜອງວັດຖຸ, ເຄື່ອງມື ແລະອຸປະກອນທີ່ຈຳເປັນບາງສ່ວນເພື່ອໃຊ້ໃນການຮຽນການສອນ ແລະການຝຶກອົບຮົມ, ຈັດຕັ້ງການຝຶກອົບຮົມໃຫ້ຄູ-ອາຈານ ແລະຄູຝຶກໃນການຝຶກອົບຮົມວິຊາສະເພາະໃນຫົວຂໍ້ທີ່ຈຳເປັນ, ກຳນົດການລົງຝຶກງານເພື່ອໃຫ້ນັກສຶກສາໄດ້ມີໂອກາດໄດ້ຮຽນຮູ້ໜ້າວຽກຕົວຈິງ, ນອກນີ້ສັນຍາຍັງເປັນການສ້າງສາຍພົວພັນທີ່ເປັນປະໂຫຍດໃນການເຮັດວຽກຂອງທັງສອງຝ່າຍໃນນັ້ນເບື້ອງວິທະຍາໄລເຕັກນິກ-ວິຊາຊີບແມ່ນພັດທະນາອາຊີວະສຶກສາ ແລະການຝຶກ ອົບຮົມວິຊາຊີບແບບຄວບຄູ່ທີ່ມີລະບົບຮັບຮອງຜົນການຮຽນຜ່ານມາໂດຍການນຳໃຊ້ລະບົບການສະສົມໜ່ວຍກິດທັງນີ້ກໍເພື່ອແນໃສ່ຂະຫຍາຍໂອກາດ ການເຂົ້າຮັບການຝຶກອົບຮົມໃຫ້ແກ່ຜູ້ດ້ອຍໂອກາດ ແລະບຸກຄົນທົ່ວໄປທີ່ຕ້ອງການຍົກລະດັບ, ຄວາມຮູ້ດ້ານວິຊາຊີບແກ່ນັກສຶກສາທີ່ຮຽນຈົບໄປເຮັດວຽກກັບບໍລິສັດພູຕາເວັນການທ່ອງທ່ຽວ, ສ່ວນພາກບໍລິສັດແມ່ນສະໜັບສະໜູນໃຫ້ນັກສຶກສາວິທະຍາໄລເຕັກນິກ-ວິຊາຊີບ ແຂວງຄຳມ່ວນມາຮ່ວມຝຶກປະຕິ ບັດຕົວຈິງຢູ່ຟາມພູຕາເວັນ, ພ້ອມສະໜອງວັດຖຸດິບ ແລະອຸປະກອນທີ່ຈຳເປັນຮັບໃຊ້ໃນການຝຶກອົບຮົມວິຊາຊີບແບບຄວບຄູ່ ແລະ ປັບປຸງຫຼັກສູດການຮຽນ-ການສອນ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ.

  ທ່ານ ນາງ ດາລຸນນີ ດວງປະເສີດ ໃຫ້ຮູ້ວ່າ: ການເຊັນສັນຍາຄັ້ງນີ້ນອກຈາກເປັນການຮ່ວມມືແລ້ວຍັງເປັນການແລກປ່ຽນບົດຮຽນ ແລະ ປະສົບການ, ຍັງເປັນການພັດທະນາ, ສົ່ງເສີມການໃຫ້ຄວາມຮູ້ໃນພາກປະຕິບັດຕົວຈິງຊຶ່ງຖືເປັນກິດຈະກຳໜຶ່ງທີ່ບໍລິສັດສະໜັບສະໜູນແກ່ສັງຄົມດ້ວຍການໃຫ້ທຶນການສຶກ ສາຈຳນວນ 40 ຄົນຕໍ່ປີ, ລວມເປັນເງິນ 150 ລ້ານກີບຕໍ່ປີ, ພາຍຫຼັງທີ່ຮຽນຈົບສາມາດນຳໄປປະກອບອາຊີບໄດ້ ແລະ ບ້ວງທຶນດັ່ງກ່າວແມ່ນບໍ່ສະເພາະແຕ່ ນັກຮຽນນັກສຶກສາທີ່ບໍລິສັດໄດ້ເຊັນສັນຍາຮ່ວມກັນເທົ່ານັ້ນ, ແຕ່ຍັງກວມເອົາປະຊາຊົນຜູ້ທີ່ສົນໃຈຕະຫຼອດຮອດນັກຮຽນຜູ້ທີ່ຮຽນຈົບໃໝ່ທີ່ບໍ່ມີທຶນຮຽນຕໍ່ກໍສາມາດເຂົ້າຮ່ວມໂຄງການນີ້ໄດ້, ໂດຍບໍລິສັດຈະໃຫ້ທີ່ພັກ, ອາຫານ, ເບ້ຍລ້ຽງ 40 ພັນກີບຕໍ່ຄົນຕໍ່ມື້ຊຶ່ງນອນໃນໂກຕ້າ 40 ຄົນຕໍ່ປີ, ໃນຕະຫຼອດໄລຍະທີ່ມາຝຶກງານກັບບໍລິສັດ.