ສຳຫຼວດຜາເຜີ້ງ ບ້ານນາຍອນ ເມືອງອາດສະພອນ ເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວ

     ເພື່ອເປັນການຂຸດຄົ້ນແຫຼ່ງທ່ອງທ່ຽວໃໝ່ໆທີ່ມີຢູ່ໃນເມືອງອາດສະພອນ ແຂວງສະຫວັນນະເຂດ ໃຫ້ເປັນທີ່ຮູ້ຈັກຂອງນັກທ່ອງທ່ຽວທັງ ໃນວັນທີ 21 ມັງ ກອນ 2019 ນີ້, ທີມງານສຳຫຼວດແຫຼ່ງທ່ອງທ່ຽວຂອງເມືອງມີ ທ່ານ ປ່ຽນມາ ຈັນທະວົງ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວເມືອງ, ທ່ານ ສິດທິເດດ ສຸລິວົງ ຮອງຫົວໜ້າຈຸດສຸມນາປອດ, ທ່ານ ສີພັນດອນ ເລຂານາຍ ບ້ານນາຍອນ ພ້ອມດ້ວຍຄະນະວິຊາການກ່ຽວຂ້ອງ.

  ດານຜາເຜິ້ງ ຕັ້ງຢູ່ເຂດປ່າສະຫງວນແຫ່ງຊາດສາຍພູຊ້າງແຫ່ເປັນສະຖານທີ່ມີອຸດົມສົມບູນໄປດ້ວຍຊັບພະຍາກອນປ່າໄມ້ ແລະສັດປ່ານາໆພັນ, ມີທິວທັດ ທຳມະຊາດຢູ່ຈອມພູສູງງົດງາມໜ້າອັດສະຈັນ, ມີຖ້ຳ, ໂງ່ນຫີນຮູບຮ່າງຕ່າງໆທີ່ສວຍງາມ; ຜາເຜິ້ງເປັນໜ້າຜາທີ່ສູງຊັນຄາດວ່າ ສູງເຖິງ 50 ກວ່າແມັດ ເປັນຈຸດຊົມທິວທັດທຳມະຊາດສາຍພູທີ່ສວຍງາມທີ່ສຸດ, ບັນຍາກາດດີເໝາະແກ່ການທ່ອງທ່ຽວ ແລະພັກຜ່ອນໄປກັບທໍາມະຊາດຕາມສາຍພູຊ້າງແຫ່, ນອກຈາກຜາເຜິ້ງແລ້ວ, ຍັງມີສະຖ່ານທີ່່ທ່ອງທ່ຽວອື່ນໆທີ່ສຳຄັນ ແລະສວຍງາມເຊັ່ນ: ທຳມະຊາດຍອດເຊຈຳພອນ, ຂຸມສະຄຶ, ເຮືອຊາວວາ ແລະກຸ່ມດານຫີນຕ່າງໆທີ່ສວຍງາມເຊັ່ນກັນ, ແຫຼ່ງທ່ອງທ່ຽວດັ່ງກ່າວຕັ້ງຢູ່ຫ່າງຈາກເທສະບານເມືອງອາດສະພອນປະມານ 50 ກວ່າກິໂລແມັດ, ການເດີນທາງຈາກເທສະບານເມືອງໄປຫາບ້ານນາຍອນແມ່ນສະດວກສະບາຍ, ສ່ວນການເດີນທາງຈາກບ້ານນາຍອນໄປດານຜາເຜິ້ງແມ່ນໃຊ້ລົດໄຖນາ ແລະຍ່າງອີກໄລຍະໜຶ່ງຈຶ່ງຈະຮອດສະຖານ ທີ່ດັ່ງກ່າວ.

  ການລົງສຳຫຼວດໃນຄັ້ງນີ້ແມ່ນເພື່ອຊອກຫາແຫຼ່ງທ່ອງທ່ຽວທຳມະຊາດທີ່ມີຢູ່ພາຍໃນເມືອງ, ເພື່ອດຶງດູດນັກທ່ຽວທ່ຽວເຂົ້າມາທ່ຽວຊົມເມືອງອາດສະພອນ ໃຫ້ຫຼາຍຂຶ້ນ, ອີກທັງເປັນການປູກຈິດສຳ ນຶກໃຫ້ລູກຫຼານພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະເຂົ້າໃຈກ່ຽວກັບການທ່ອງທ່ຽວ, ຮູ້ຈັກອະນຸລັກຮັກສາທຳມະຊາດກໍຄືຊັບພະຍາກອນປ່າໄມ້ໃຫ້ມີພື້ນທີ່ສີຂຽວສວຍງາມຕະຫຼອດໄປ.