ເປີດປີທ່ອງທ່ຽວລາວ-ຈີນ 2019 ເປັນທາງການ ຄາດນັກທ່ອງທ່ຽວຈີນຈະມາລາວຫຼາຍຂື້ນ

    ໃນວັນທີ 25 ມັງກອນຜ່ານມາທີ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດປີທ່ອງທ່ຽວລາວ-ຈີນ 2019 ຂຶ້ນຢ່າງເປັນທາງການໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ບໍ່ແສງ ຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ (ຖວທ), ທ່ານ ລູ ຊູ ກາງລັດຖະມົນຕີກະຊວງວັດທະນະທຳ ແລະທ່ອງທ່ຽວແຫ່ງ ສປ ຈີນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

  ໃນພິທີທ່ານ ບໍ່ແສງຄຳ ວົງດາລາ ໄດ້ອ່ານສານຊົມເຊີຍຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ວ່າ: ປີ 2019 ເປັນອີກປີໜຶ່ງທີ່ມີຄວາມໝາຍຄວາມສໍາຄັນໃນປະຫວັດສາດຂອງການຮ່ວມມືສອງຝ່າຍລາວ-ຈີນ, ໃນທ່າມບັນຍາກາງທີ່ສອງຝ່າຍກໍາລັງສະເຫຼີມສະຫຼອງການຍົກລະດັບການຮ່ວມມືຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ,ຍາວນານຄົບຮອບ 10 ປີ ກໍຄື: ການສ້າງຄູ່ຮ່ວມຊະຕາກໍາສັງຄົມນິຍົມລາວ-ຈີນ ທີ່ມີຄວາມໝາຍຍຸດທະສາດ.

  ການເປີດປີທ່ອງທ່ຽວລາວ-ຈີນ 2019 ນີ້ເປັນກິດຈະກໍາທີ່ສໍາຄັນໜຶ່ງໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນຂອງປະຊາຊົນທັງສອງປະເທດ. ພັກ ແລະລັດຖືສໍາຄັນວຽກງານການທ່ອງທ່ຽວໃນການເປີດກວ້າງການພົວພັນຮ່ວມມືກັບພາຍນອກດ້ວຍການສົ່ງເສີມ ການທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ ແລະວັດທະນະທໍາອັນອຸດົມສົມບູນເປັນຕົ້ນຕໍເພື່ອເຊີນຊວນນັກທ່ອງທ່ຽວ ແລະນັກລົງທຶນຈາກ ສປ ຈີນ ກໍຄືຈາກທົ່ວ ມຸມໂລກມາທ່ອງທ່ຽວ ແລະລົງທຶນຢູ່ ສປປ ລາວ ໃຫ້ນັບມື້ຫຼາຍຂຶ້ນກວ່າເກົ່າ.

   ປີທ່ອງທ່ຽວລາວ-ຈີນ ນີ້ຫວັງວ່າຈະເປັນໂອກາດອັນດີເພື່ອເຮັດໃຫ້ປະຊາຊົນສອງຊາດລາວ-ຈີນ ກໍຄືນັກທ່ອງທ່ຽວຕ່າງປະເທດຈາກມຸມທຸກໂລກໄດ້ມາຢ້ຽມ ຢາມ, ທ່ອງທ່ຽວສໍາພັດກັບສະຖານທີ່ທ່ອງທ່ຽວດ້ານຕ່າງໆຂອງ ສປປ ລາວ ແລະ ສປ ຈີນ ທີ່ມີຄວາມຫຼາຍຫຼາຍ ແລະ ໄດ້ຮັບຮູ້ ແລະເຂົ້າໃຈຕໍ່ສະພາບຄວາມເປັນຈິງທາງດ້ານການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດພວກເຮົາດ້ວຍຕົນເອງຫຼາຍຂຶ້ນກວ່າເກົ່າດັ່ງຄໍາເວົ້າທີ່ວ່າ: “ສິບປາກເວົ້າບໍ່ເທົ່າຕາ ເຫັນ”.

ຂະນະທີ່ ທ່ານ ສອນໄຊ ສີພັນດອນ ກ່າວໃນໂອກາດຂຶ້ນກ່າວເປີດພິທີວ່າ: ໃນຜ່ານມາການທ່ອງທ່ຽວລາວ-ຈີນ ໄດ້ມີທ່າຂະຫຍາຍຕົວນັບມື້ນັບເຂັ້ມ ແຂງຍິ່ງຂຶ້ນ, ມີເສັ້ນທາງເຊື່ອມຈອດກັນ ທັງພາກພື້ນດິນ ແລະທາງອາກາດເຮັດ ໃຫ້ປະຊາຊົນສອງຊາດໄປມາຫາສູ່ກັນ ຢ່າງສະດວກສະບາຍ, ເຮັດໃຫ້ຕົວເລກ ນັກທ່ອງທ່ຽວຈີນເຂົ້າມາທ່ຽວລາວນັບ ມື້ນັບຫຼາຍຂຶ້ນ ໂດຍຫຼາຍເສັ້ນທາງຫຼາຍຮູບແບບສະແດງໃຫ້ເຫັນຜ່ານສະຖິຕິນັກ ທ່ອງທ່ຽວຈາກ 1,99 ແສນຄົນ ໃນປີ 2012 ເປັນ 7,99 ແສນຄົນ ໃນປີ 2018 ແລະຄາດວ່າຈຳນວນນັກທ່ອງທ່ຽວຈີນ ທີ່ເຂົ້າມາທ່ອງລາວຈະເພີ່ມຂຶ້ນຢ່າງ ຕໍ່ເນື່ອງໃນຕໍ່ໜ້າ ໂດຍສະເພາະແມ່ນການ ຢ້ຽມຢາມລັດຖະກິດ ສປປ ລາວ ຂອງ ທ່ານ ສີຈີ້ນຜິງ ປະທານປະເທດແຫ່ງ ສປ ຈີນ ໃນເດືອນພະຈິກ 2017 ຜ່ານ ມາໄດ້ສ້າງຄວາມສົນໃຈໃຫ້ແກ່ຄົນຈີນ ເປັນຈໍານວນຫຼວງຫຼາຍ ແລະເຮັດໃຫ້ຄົນ ຈີນຮັບຮູ້ກ່ຽວກັບປະເທດລາວຫຼາຍຂຶ້ນ.

ທັງນີ້ ທ່ານຮອງນາຍົກ ໄດ້ເຊີນຊວນ ພໍ່ແມ່ປະຊາຊົນລາວບັນດາເຜົ່າເຂົ້າຮ່ວມ                                                       ການທຳການຜະລິດ, ການສະໜອງ ແລະ ການບໍລິການດ້ານຕ່າງໆ ແລະຮ່ວມໃຈ ກັນເປັນເຈົ້າພາບທີ່ດີປະກອບສ່ວນເຂົ້າ ໃນວຽກງານປ້ອງກັນຄວາມສະຫງົບເຮັດ ໃຫ້ນັກທ່ອງທ່ຽວຈາກຈີນ ແລະຈາກ ຕ່າງປະເທດມາທ່ຽວດ້ວຍຄວາມເບີກ ບານມ່ວນຊື່ນ ແລະສະບາຍອົກສະບາຍ ໃຈຄືກັບຢູ່ບ້ານເມືອງຂອງເພິ່ນເອງ.