ຜົນກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນມັງກອນ 2019

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນມັງກອນ 2019 ໄດ້ດໍາເນີນໃນວັນທີ 24-25 ມັງກອນ 2019 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ບັນດາສະມາຊິກລັດຖະບານເຂົ້າ ຮ່ວມຢ່າງພ້ອມພຽງ.

  ກອງປະຊຸມໃນຄັ້ງນີ້ໄດ້ພ້ອມກັນສຸມໃສ່ພິຈາລະນາ, ປະກອບຄໍາເຫັນເຂົ້າໃສ່ 5 ເອກະສານສໍາຄັນປະກອບມີຮ່າງແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາຮອດປີ 2025 ບົດລາຍງານກ່ຽວກັບແຜນພັດທະນາທົ່ວເຂດພູພຽງບໍລະເວນ; ບົດລາຍງານກ່ຽວກັບຜົນການຄົ້ນຄວ້າ ແລະກວດກາຕີລາຄາກ່ຽວ ກັບການປະເມີນຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າໂມ້ ແລະ ນໍ້າມີລີ້ມີລີຕໍ່ສິ່ງແວດລ້ອມ ແລະ ສັງຄົມ; ຮ່າງດໍາລັດວ່າດ້ວຍການແຂ່ງຂັນ ແລະຍ້ອງຍໍ ແລະຮ່າງດໍາລັດວ່າດ້ວຍກົງຈັກການຈັດຕັ້ງຂອງລັດ.

  ກອງປະຊຸມໄດ້ພິຈາລະນາຮັບຮອງຮ່າງແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະຫັດຖະກໍາຮອດປີ 2025 ແລະໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບ ປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານເປັນຕົ້ນການວາງແຜນຍຸດທະສາດ ແລະແຜນພັດທະນາດັ່ງກ່າວແມ່ນໃຫ້ແຍກອອກເປັນແຜນຈັດ ຕັ້ງປະຕິບັດສອງປີເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດແຜນການໃນ 5 ປີ ຕໍ່ໜ້າ, ໃນນີ້ໃຫ້ເອົາໃຈໃສ່ຈັດລຽງບູລິມະສິດຄັກແນ່, ເອົາໃຈໃສ່ປັບປຸງວຽກງານການຂຸດຄົ້ນແຮ່ທາດໃຫ້ເຂົ້າສູ່ການປຸງແຕ່ງຕິດພັນກັບການຊອກຕະຫຼາດທີ່ໝັ້ນຄົງ; ເອົາໃຈໃສ່ຕໍ່ການຜະລິດສິນຄ້າທີ່ເປັນທ່າແຮງໂດຍການວາງນະໂຍບາຍຊຸກຍູ້ສົ່ງເສີມ, ກຳນົດກົນໄກ, ສ້າງສິ່ງອໍານວຍຄວາມສະດວກ ແລະເຮັດໃຫ້ເປັນໂຄງການລະອຽດເພື່ອດຶງດູດໃຫ້ພາກເອກະຊົນ ແລະ ນັກລົງທຶນຕ່າງປະເທດເຂົ້າມາລົງທຶນ, ສຳຄັນແມ່ນໃຫ້ເອົາໃຈໃສ່ຊຸກຍູ້ສົ່ງເສີມບັນດາວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງໃຫ້ມີການຂະຫຍາຍຕົວຫຼາຍຂຶ້ນ.

ກອງປະຊຸມໄດ້ພິຈາລະນາຮັບຮອງເອົາບົດລາຍງານກ່ຽວກັບແຜນພັດທະນາທົ່ວເຂດພູພຽງບໍລະເວນ ແລະໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຕາມຄໍາເຫັນຂອງສະມາຊິກລັດຖະບານກ່ອນນໍາສະເໜີເພື່ອຂໍທິດຊີ້ນໍາຈາກກອງປະຊຸມກົມການເມືອງສູນກາງພັກ.

   ບົດລາຍງານກ່ຽວກັບຜົນການຄົ້ນຄວ້າ ແລະກວດກາຕີລາຄາກ່ຽວກັບການປະເມີນຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າໂມ້ ແລະ ນໍ້າມີລີ້ຕໍ່ສິ່ງ ແວດລ້ອມ ແລະສັງຄົມ, ຕໍ່ບັນຫາດັ່ງກ່າວ, ກອງປະຊຸມໄດ້ມອບໃຫ້ກະຊວງພະລັງງານ ແລະບໍ່ແຮ່ສົມທົບກັບກະຊວງແຜນການ ແລະການລົງທຶນ ແລະພາກ ສ່ວນທີ່ກ່ຽວຂ້ອງນໍາໄປສຶກສາຄົ້ນຄວ້າ, ສໍາຫຼວດລະອຽດຄັກແນ່ແລ້ວນໍາມາລາຍງານຄືນໃຫ້ລັດຖະບານ. 

   ຕໍ່ກັບຮ່າງດໍາລັດວ່າດ້ວຍກົງຈັກການຈັດຕັ້ງຂອງລັດ, ກອງປະຊຸມໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປຄົ້ນຄວ້າຄືນຕາມການປະກອບຄໍາເຫັນຂອງສະມາ ຊິກລັດຖະບານ.

  ໃນຕອນທ້າຍຂອງກອງປະຊຸມ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຍັງໄດ້ຊີ້ນໍາໃຫ້ບັນດາສະມາຊິກລັດຖະບານເອົາໃຈໃສ່ເປັນພິເສດໃນການກະກຽມ ແລະ ຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມຂອງລັດຖະບານໃນປີ 2019 ຕື່ມອີກ.