ສ້າງຄູຝືກອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຜ່ານລະບົບທັນສະໄໝ

 ໃນລະຫວ່າງວັນທີ 22-24 ຕຸລາຜ່ານມາທີ່ໂຮງແຮມເອຣາວັນຣີເວີໄຊ໌ ນະຄອນປາກເຊ ແຂວງຈຳປາສັກ ກົມການນຳເຂົ້າ ແລະສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຈັດຝຶກອົບຮົມເພື່ອສ້າງຄູຝຶກໃນການຈັດຕັ້ງປະຕິບັດລະບົບການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຜ່ານທາງລະບົບອີເລັກໂຕຣນິກ(Electronic Certif icate of Origin Issuing System: e-CO) ແລະ ເຜີຍແຜ່ວຽກງານການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຂອງອາຊຽນໃຫ້ແກ່ຫ້ອງການຄຸ້ມຄອງ ແລະ ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າສຳລັບແຂວງພາກກາງ ແລະ ພາກໃຕ້ຂອງລາວພາຍໃຕ້ການເປັນປະທານຂອງທ່ານ ສຸລິຍົນ ພິລາວົງ ຫົວໜ້າກົມການນຳເຂົ້າ ແລະສົ່ງອອກ, ທ່ານ ສົມບັດ ແສນພັນຊ່ອງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 ໂດຍອີງຕາມຄຳສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການປັບປຸງບັນດາລະບຽບການ ແລະກົນໄກປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ, ສະບັບເລກທີ 02/ນຍ,ລົງວັນທີ 1 ກຸມພາ 2018 ຊຸກຍູ້ໃຫ້ທຸກພາກສ່ວນຕ້ອງປະຕິຮູບການດຳເນີນເອກະສານໃຫ້ມີຄວາມກະທັດຮັດ, ວ່ອງໄວ ແລະອຳນວຍຄວາມສະດວກໃຫ້ແກ່ພາກທຸລະກິດ. ດັ່ງ ນັ້ນ, ກົມການນຳເຂົ້າ ແລະສົ່ງອອກ, ກະ ຊວງອຸດສາຫະກຳ ແລະການຄ້າໄດ້ພັດ ທະນາລະບົບ e-CO ຂຶ້ນເພື່ອເປັນການ ອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການໃນການຫຼຸດຜ່ອນເວລາ, ຂັ້ນຕອນ ແລະຄ່າໃຊ້ຈ່າຍ. ພ້ອມກັນນັ້ນ, ລະບົບດັ່ງກ່າວຍັງຈະຊ່ວຍແກ້ໄຂບັນຫາການເກັບກຳສະຖິຕິຂອງພາກລັດນຳອີກ.

  ລະບົບ e-CO ເປັນລະບົບທີ່ອຳນວຍ ຄວາມຄວາມສະດວກໃຫ້ແກ່ຜູ້ປະກອບ ການໃນການຂໍໃບຢັ້ງຢືນແຫຼ່ງກຳເນີດ ສິນຄ້າ (Certificate of Origin: CO), ຊຶ່ງຜູ້ປະກອບການສາມາດຍື່ນ ເອກະສານປະກອບຂໍ CO ຜ່ານທາງລະ ບົບດັ່ງກ່າວ ແລະສາມາດຮັບເອກະສານ ທີ່ຫ້ອງການເຈົ້າໜ້າທີ່ອອກ CO ພາຍ ໃນ 1 ວັນລັດຖະການ, ເມື່ອທຽບໃສ່ການ ຂໍອອກ CO ແບບປົກກະຕິແລ້ວຖືວ່າ ມີຄວາມວ່ອງໄວກວ່າຫຼາຍ, ເພາະຜູ້ປະ ກອບການຕ້ອງມາຍື່ນ ແລະຮັບເອກະ ສານນຳຫ້ອງການເຈົ້າໜ້າທີ່ອອກ CO ພາຍໃນ 2 ວັນລັດຖະການ, ຈຶ່ງສາມາດເວົ້າໄດ້ວ່າລະບົບ e-CO ສາມາດເຮັດໄດ້ເກືອບທຸກໜ້າວຽກໃນການອອກ CO ເຊັ່ນ: ການຕື່ມລາຍລະ ອຽດລົງໃນ ແບບຟອມ, ການອັບໂຫຼດເອກະສານປະ ກອບແລະການດັດແກ້ຂໍ້ມູນຕ່າງໆຜ່ານລະບົບ ນອກຈາກນັ້ນ, ຜູ້ປະກອບການ ສາມາດຕິດຕາມສະຖານະຂອງເອກະສານຂອງຕົນເອງໄດ້ຕະຫຼອດເວລາ ແລະຍັງເປັນຖານຂໍ້ມູນທີ່ເປັນປະໂຫຍດໃຫ້ທັງເຈົ້າໜ້າທີ່ ແລະຜູ້ປະກອບການໂດຍສະເພາະແມ່ນສະຖິຕິການສົ່ງອອກ.

___________

ຂຽນໂດຍ: ຟ້າ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444