ທະນາຄານຮ່ວມພັດທະນາຈັບມືອີດີແອລເພື່ອຮັບຊໍາລະຄ່າໄຟຟ້າ

  ໃນວັນທີ 24 ຕຸລາຜ່ານມາທີ່ສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ (EDL) ໄດ້ມີພິທີເຊັນສັນຍາວ່າດ້ວຍການຊໍາລະຄ່າໄຟຟ້າຜ່ານລະບົບທະນາຄານລະຫວ່າງລັດວິສາຫະກິດໄຟຟ້າລາວກັບທະນາຄານຮ່ວມພັດທະນາ (JDB) ໂດຍການເປັນປະທານຮ່ວມຂອງທ່ານ ບຸນອູ້ມ ສີວັນເພັງ ຜູ້ອໍານວຍການໃຫຍ່ EDL ແລະ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ JDB ມີບັນດາຄະນະອໍານວຍການ ແລະຄະນະຜູ້ບໍລິຫານ, ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

  ໃນພິທີຄັ້ງນີ້ທັງສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບໃນການເປີດນໍາໃຊ້ບໍລິການຊໍາລະຄ່າກະແສໄຟຟ້າທຸກປະເພດລູກຄ້າຂອງລັດວິສາຫະກິດໄຟຟ້າລາວຜ່ານລະ ບົບຂອງທະນາຄານໃນຂອບເຂດທົ່ວປະເທດໂດຍຜ່ານປ່ອງບໍລິການ Counter Teller, Mobile Banking ຼື ສາມາດຊໍາລະຜ່ານຜະລິດຕະພັນການບໍລິການອີເລັກໂທນິກອື່ນໆຂອງທະນາຄານຮ່ວມພັດທະນາເຊັ່ນຜ່ານແອັບ JDB Yes ຂອງທະນາຄານຮ່ວມພັດທະນາທັງນີ້ຈຸດປະສົງກໍເພື່ອສ້າງຄວາມສະດວກສະບາຍໃຫ້ກັບລູກຄ້າໃນການເພີ່ມຊ່ອງທາງການຊໍາລະກະແສໄຟຟ້າໄດ້ຫຼາຍຂຶ້ນກວ່າເກົ່າ.

ສະໜັບສະໜຸນໂດຍ: HONDA

  ປະຈຸບັນທະນາຄານຮ່ວມພັດທະນາໄດ້ຮ່ວມມືກັບຫຼາຍອົງກອນ ແລະຫຼາຍບໍລິສັດເພື່ອບໍລິການດ້ານການເງິນທີ່ຄົບວົງຈອນໃຫ້ກັບລູກຄ້າທຸກລະດັບຢ່າງເທົ່າທຽມກັນປະຕິບັດນະໂບຍາຍຕ່າງຝ່າຍມີຜົນປະໂຫຍດຕາມຄໍາຂັວນທີ່ວ່າ: ຕີບໃຫຍ່ໄປພ້ອມກັນ”.

________________

ຂຽນໂດຍ: ຄຳຕົ້ນ ວໍລະຈັກ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444