ກຣີນ ນີວເອັນເນີຈີ ທຸ້ມທືນ 38 ຕື້ກີບ ສາ້ງໂຮງງານອັດຮ່າຍແກັສ ໃຫຍ່ສູດໃນລາວ

  ເພື່ອຕອບສະໜອງຕາມຄວາມຕ້ອງການຂອງສັງຄົມປະຈຸບັນທີ່ຊົມໃຊ້ແກັສເຂົ້າໃນການຫຸງຕົ້ມນັບມື້ເພີ່ມ ຫຼາຍຂຶ້ນ, ບໍລິສັດ ກຣີນນີວເອັນເນີຈີ ຈຳກັດ ຈຶ່ງໄດ້ຈົກທຶນ 38 ຕື້ກີບ ສ້າງໂຮງງານອັດຮ່າຍອາຍແກັສຫຸງຕົ້ມທີ່ບ້ານ ໂຊກໃຫຍ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະໃນວັນທີ 28 ຕຸລາ 2019 ກໍໄດ້ມີພິທີເປີດໂຮງງານຢ່າງເປັນທາງ ການ ໂດຍການເຂົ້າຮ່ວມຂອງ ທ່ານ ສຸລິ ຍົນ ພິລາວົງ ຫົວໜ້າກົມການນຳເຂົ້າ ແລະສົ່ງອອກ ກະຊວງອຸດສາຫະກຳ ແລະການຄ້າ, ທ່ານນາງ ຈັນທິດາ ອຸ່ນມີໄຊ ຮອງຜູ້ອຳນວຍການໃຫຍ່ບໍລິສັດກຣິດ ຕິພົງ ກຣຸບ ຈຳກັດ, ທ່ານ ມ່າ ຊືຢູ ຕາງໜ້າບໍລິສັດຮົງກົງປາຍຈົວລົງທຶນຈຳກັດ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

  ທ່ານ ມ່າ ຊືຢູ ກ່າວວ່າ: ໂຮງງານອັດຮ່າຍແກັສພາຍໃຕ້ເຄື່ອງໝາຍການ ຄ້າ “ກຣີນແກັສ” ພັດທະນາໂດຍບໍລິສັດ ກຣີນ ນີວເອັນເນີຈີ ຈຳກັດ, ຊຶ່ງເປັນການລົງທຶນຮ່ວມຂອງສອງບໍລິສັດທີ່ມີ ປະສົບການກໍຄືບໍລິສັດກຣິດຕິພົງ ກຣຸບ ຈຳກັດ ແລະບໍລິສັດຮົງກົງປາຍຈົວລົງ ທຶນ ຈຳກັດ, ດ້ວຍທຶນທັງໝົດ 38 ຕື້ກີບ (30 ລ້ານຢວນ), ກວມເອົາເນື້ອ ທີ່ 18 ພັນຕາແມັດ, ໄດ້ຕິດຕັ້ງຖັງບັນຈຸອາຍແກັສໃຫຍ່ຂະໜາດ 200 ແມັດກ້ອນ ແລະສາມາດອັດຮ່າຍແກັສໄດ້ 100 ໂຕນ ຕໍ່ວັນ ແລະໃນອະນາຄົດຈະຂະຫຍາຍເພີ່ມເປັນ 400 ແມັດກ້ອນ, ໂຮງງານດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນເດືອນພະຈິກ 2018 ແລະໄດ້ສຳເລັດໃນເດືອນສິງຫາ 2019, ປະຈຸບັນພ້ອມເປີດ

ໃຫ້ບໍລິການຢ່າງເປັນທາງການແລ້ວ, ແຕ່ດ້ວຍໂຮງງານມີລະບົບທີ່ໄດ້ມາດຕະຖານເປັນຕົ້ນມີທີມງານທີ່ມີຄວາມສາມາດ, ມີລະບົບການໂຫຼດແກັສ ແລະ ລະບົບອັດຮ່າຍແກັສທີ່ທັນສະໄໝ,ຕິດຕັ້ງລະບົບປ້ອງກັນອັກຄີໄພທີ່ໄດ້ມາດຕະຖານສາກົນ,ດັ່ງນັ້ນຈຶ່ງເຮັດໃຫ້ໂຮງງານອັດຮ່າຍແກັສຫຸງຕົ້ມແຫ່ງນີ້ກາຍເປັນໂຮງງານທີ່ໃຫຍ່ທີ່ສຸດ ແລະໄດ້ມາດຕະຖານທີ່ສຸດ ໃນລາວ, ທີ່ສະໜອງບໍລິການອາຍແກັສ ທີ່ດີທີ່ສຸດ, ບໍລິການວ່ອງໄວ ແລະເປັນມື ອາຊີບໃຫ້ແກ່ບັນດາປະຊາຊົນ, ຫ້າງຮ້ານ ແລະພາກອຸດສາຫະກຳຕ່າງໆ, ໂດຍຜ່ານກິດຈະກຳຂອງບໍລິສັດແມ່ນພັດທະນາໂຮງງານອັດຮ່າຍແກັສຫຸງຕົ້ມ, ການນຳເຂົ້າ ແລະຈຳໜ່າຍອາຍແກັສຫຸງຕົ້ມ, ຖັງແກັສ, ເຕົາແກັສ, ອຸປະ ກອນເຕົາແກັສແບບຄົບວົງຈອນ ແລະອື່ນໆ.

   ສະໜັບສະໜຸນໂດຍ: HONDA

  ທ່ານນາງ ຈັນທິດາ ອຸ່ນມີໄຊ ກ່າວວ່າ: ໂຮງງານອັດຮ່າຍແກັສເປັນກິດຈະການດ້ານພະລັງງານໂຄງການທຳອິດຂອງກຣິດຕິພົງທີ່ຮ່ວມທຶນກັບບໍລິສັດ ຮົງກົງ ປາຍຈົວ ລົງທຶນ ຈຳກັດ, ທີ່ມີປະສົບການ ໃນການດຳເນີນທຸລະກິດດ້ານອຸປະກອນພະລັງງານ, ການຂົນສົ່ງພະລັງງານ ແລະການບໍລິການດ້ານການສະໜອງພະລັງງານ, ພ້ອມນັ້ນຍັງຖືເປັນວິສາຫະກິດແຖວໜ້າດ້ານພະລັງງານ ແລະຍັງເປັນຕົວແທນຈຳໜ່າຍຊັ້ນຕົ້ນໃຫ້ແກ່ 3 ບໍລິສັດເຊື້ອໄຟຍັກໃຫຍ່ຂອງຈີນ, ສະນັ້ນການຮ່ວມມືຄັ້ງນີ້ບໍລິສັດ

ຮົງກົງ ກໍໄດ້ນຳເອົາອຸປະກອນ ແລະເຕັກນິກທີ່ທັນສະໄໝເຂົ້າມານຳໃຊ້ໃນລາວ, ພ້ອມນັ້ນກໍໄດ້ສົ່ງວິຊາການສະເພາະທີ່ມີປະສົບການດ້ານການຄຸ້ມຄອງໂຮງງານອັດຮ່າຍ ເຂົ້າມາບໍລິຫານ ແລະຝຶກອົບຮົມຖ່າຍທອດຄວາມຮູ້ໃຫ້ແກ່ພະນັກງານຄົນລາວ, ຊຶ່ງຖືເປັນສິ່ງທີ່ດີ ແລະເປັນການສ້າງວຽກເຮັດງານທຳໃຫ້ແກ່ຄົນທ້ອງຖິ່ນ, ສ້າງລາຍຮັບພາສີອາກອນໃຫ້ແກ່ພາກລັດເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວໃຫ້ນັບມື້ມີການຂະຫຍາຍຕົວ.

  ສຳລັບກຸ່ມລູກຄ້າທີ່ຕ້ອງການເຂົ້າມາອັດແກັສ ຫຼືສົນໃຈເປັນຕົວແທນຈຳໜ່າຍແມ່ນສາມາດເຂົ້າໄປພົວພັນໄດ້ທີ່ໂຮງງານກຣີນແກັສ, ຊຶ່ງຕັ້ງຢູ່ບ້ານໂຊກໃຫຍ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

---------------

 ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444