ປີນີ້ອາດແລ້ງໜັກ ລັດວາງ 4 ມາດຕະການຮັບມື

 2019 ລາວຖືເປັນປີທີ່ໄດ້ຮັບວິກິດຢ່າງໜັກຈາກໄພທຳມະຊາດທີ່ເກີດຂຶ້ນໂດຍສະເພາະໄພນໍ້າຖ້ວມຢູ່ 6 ແຂວງພາກກາງ ແລະພາກໃຕ້, ແຕ່ຫຼ້າສຸດ 4 ແຂວງທີ່ເປັນອູ່ເຂົ້າອູ່ປາຂອງປະເທດພັດພວມປະເຊີນໜ້າກັບໄພແຫ້ງແລ້ງໜັກສຸດຮອບ 48 ປີ ຂະນະທີ່ພາກລັດກໍຄືກະຊວງກະສິກຳຊອກຫາທາງອອກຢູ່, ພ້ອມທັງກຳນົດ 4 ມາດຕະການຊ່ວຍແກ້ໄຂ ເພື່ອຮັບປະກັນໃຫ້ປະເທດມີສະບຽງອາຫານພຽງພໍ.

  ທ່ານ ສຸລາພອນ ອິນທະວົງ ຮອງຫົວ ໜ້າກົມປູກຝັງກະຊວງກະສິກຳ ແລະປ່າ ໄມ້ ໃຫ້ສຳພາດກັບທີມຂ່າວວ່າ: ໄພພິບັດ ທີ່ເກີດຂຶ້ນໃນປີນີ້ ຖືເປັນໄພພິບັດແຫ່ງຊາດ  ແລະໜັກສຸດໃນຮອບ 48 ປີ ເປັນຕົ້ນ ໄພນ້ຳຖ້ວມ ທີ່ກວມເອົາ 6 ແຂວງພາກ ກາງ ແລະພາກໃຕ້, ສ່ວນໄພແຫ້ງແລ້ງ ທີ່ກຳລັງປະເຊີນໜ້າຢູ່ແມ່ນເລີ່ມແຕ່ ແຂວງວຽງຈັນຄື ເມືອງຊະນະຄາມ, ແຂວງໄຊຍະບູລີ, ຫຼວງພະບາງ ແລະ ແຂວງອຸດົມໄຊ, ຊຶ່ງຕໍ່ກັບການແກ້ໄຂ ແລະຮັບມືກັບໄພພິບັດທີ່ເກີດຂຶ້ນ, ຄະນະ ນຳຂອງກະຊວງກໍໄດ້ສົ່ງພະນັກງານລົງ ເກັບກຳໂດຍສົມທົບກັບໜ່ວຍງານທ້ອງ ຖິ່ນ ເພື່ອກຳນົດສະເພາະການແກ້ໄຂໄພ ນ້ຳຖ້ວມເປັນ 4 ເຂດດັ່ງທີ່ກ່າວກ່ອນໜ້າ ນັ້ນ ແລະມາຮອດ

 

ປະຈຸບັນພາຍຫຼັງໄດ້ ວາງມາດຕະການອອກເປັນ 4 ຈຸດ ແມ່ນ ມີການຟື້ນຟູແລ້ວ ຕົ້ນຕໍ ຢູ່ແຂວງສາລະວັນກໍໄດ້ຫັນໄປເຮັດນາຕ່າວເປັນ ທີ່ຮຽບຮ້ອຍແລ້ວ, ສ່ວນເຂດນາທີ່ຖືກ ຖ້ວມແຕ່ຍັງບໍ່ຕາຍ ແລະສ່ຽງຕໍ່ກັບສັດ ຕູພືດທຳລາຍ ກະຊວງກໍໄດ້ສົ່ງຢາກຽມ ພ້ອມຮັບມືແລ້ວ, ສຳລັບນາໂນນແມ່ນ ໄດ້ເກັບກ່ຽວແລ້ວ, ຈາກສະພາບທີ່ເກີດ ຂຶ້ນໃນປີນີ້ ທັງນໍ້າຖ້ວມ, ໄພແຫ້ງແລ້ງ ແລະສັດຕູພືດທຳລາຍ, ຊຶ່ງເປັນປັດໄຈ ຫຼັກທີ່ເຮັດໃຫ້ການຜະລິດບໍ່ໄດ້ຕາມປະ ສິດທິພາບ, ແຕ່ເຖິງຢ່າງໃດກໍຕາມ ສະ ເພາະເຂົ້າປີນີ້ຄາດຄະເນຈະເສຍຫາຍທັງໝົດ 40% ແລະເພື່ອຟື້ນ ຟູທົດແທນຜົນເສຍຫາຍດັ່ງກ່າວກະຊວງ ໄດ້ມີການສົ່ງເສີມໃຫ້ເຮັດນາຕ່າວສຳລັບ ຈຸດທີ່ມີເງື່ອນໄຂທີ່ມີຄວາມເໝາະສົມ, ນອກຈາກນັ້ນເຂດທີ່ບໍ່ເໝາະສົມແມ່ນໃຫ້ໄປປູກພືດອາຍຸສັ້ນເປັນສິນຄ້າເພື່ອສົ່ງອອກແທນ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

ທ່ານ ສຸລາພອນ ອິນທະວົງ ໃຫ້ຮູ້ອີກ ວ່າ: ສຳລັບການແກ້ໄຂໄພແຫ້ງແລ້ງ ທີ່ເກີດຂຶ້ນຢູ່ບັນດາແຂວງວຽງຈັນ, ໄຊ ຍະບູລີ, ຫຼວງພະບາງ ແລະອຸດົມໄຊ, ຊຶ່ງ ຈັດເປັນແຂວງອູ່ເຂົ້າອູ່ປາຂອງປະເທດ,  ພັກ ແລະລັດຖະບານ ກໍຄືກະຊວງກະສິ ກຳກໍໄດ້ເອົາໃຈໃສ່ໃນການແກ້ໄຂ ໂດຍ ສະເພາະການຫັນໄປປູກພືດອຸດສາຫະກຳ ທີ່ອາຍຸສັ້ນ ແຕ່ຕະຫຼາດຕ້ອງການ ຕົ້ນຕໍ ພືດຕະກຸນຖົ່ວ, ສ່ວນພື້ນທີ່ມີເງື່ອນໄຂ ເໝາະສົມໃນການຜະລິດເຂົ້ານາແຊງ ໄດ້ແມ່ນຈະສືບຕໍ່ສົ່ງເສີມ, ຄຽງຄູ່ກັບ 4 ມາດຕະການທີ່ກະຊວງວາງອອກເພື່ອ ແກ້ໄຂ ແນໃສ່ຮັບປະກັນຄວາມປອດໄພ ທາງດ້ານສະບຽງອາຫານພຽງພໍກັບ ການບໍລິໂພກ ເປັນຕົ້ນແມ່ນ ລັດຈະຕ້ອງ ໄດ້ກຳນົດຈຸດສຸມການຜະລິດຢ່າງລະ ອຽດ ກໍຄື ແຂວງໃດ ເອົາຫຍັງ ຢູ່ໃສ ປູກ ຫຍັງ; ດ້ານເຕັກນິກ ແລະເຕັກໂນໂລຊີ ຕ້ອງເໝາະສົມກັບຊະນິດພືດດັ່ງກ່າວ; ແຫຼ່ງທຶນສະເພາະກະສິກຳຕ້ອງໃຫ້ມີ, ຮັດກຸມ, ຄຸ້ມຄອງໄດ້ ແລະມີຄວາມໂປ່ງ ໃສ; ເພີ່ມທະວີການຄຸ້ມຄອງການນຳເຂົ້າ ແລະສົ່ງເສີມການຜະລິດພາຍໃນ ກໍຄື ຫຼຸດຜ່ອນການນຳເຂົ້າ ແລະຈະອະນຸຍາດ ສະເພາະສິນຄ້າທີ່ລາວຜະລິດບໍ່ໄດ້ ຫຼື ຜະ ລິດໄດ້ນ້ອຍ.

ສະໜັບສະໜຸນໂດຍ: HONDA

ແນວໃດກໍດີ ສະເພາະການຜະລິດລະ ດູນາແລ້ງປີນີ້, ລັດຖະບານຍັງຄົງວາງ ຄາດໝາຍສູ້ຊົນທົ່ວປະເທດແມ່ນ 1 ແສນກວ່າເຮັກຕາ, ໂດຍກຳນົດເອົາເຂດ ພາກກາງ ແລະພາກໃຕ້ ເປັນເຂດຫຼັກ ໃນການຜະລິດເຂົ້າແທນຜົນຜະລິດທີ່ ເສຍຫາຍຂອງເຂດພາກເໜືອ ແລະໄພ ນ້ຳຖ້ວມໃນລະດູການທີ່ຜ່ານມາ, ພ້ອມ ດຽວກັນນັ້ນ ກໍໄດ້ອອກມາດຕະການເດັດ ຂາດບໍ່ອະນຸຍາດໃຫ້ມີການສົ່ງເຂົ້າອອກ ຂາຍ, ສ່ວນເຂດພາກເໜືອທີ່ພວມປະສົບ ກັບໄພແຫ້ງແລ້ງ ແລະບໍ່ມີເງື່ອນໄຂພຽງ ພໍໃນການຜະລິດເຂົ້ານາແຊງແມ່ນຈະສືບຕໍ່ສຸມໃສ່ປູກພືດອຸດສາຫະກຳເປັນສິນ ຄ້າຕາມທີ່ຕະຫຼາດຕ້ອງການ ເພື່ອເປັນ ການນຳລາຍໄດ້ເຂົ້າປະເທດ.

---------------

 ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444