200 ກວ່າຮາ້ນນໍາສິນຄ້າຮວ່ມງານວາງສະແດງມະຫະກໍາສີມືຫັດຖະກໍາລາວ

 ງານມະຫະກໍາສີມືຫັດຖະກໍາລາວຄັ້ງທີ 18 ປະຈໍາປີ 2019 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 26 ຕຸລາ 3 ພະຈິກ ທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ ໂດໃຫກຽດເຂົ້າຮ່ວມຂອງທ່ານ ນາງ ນາລີ ສີສຸລິດ ພັນລະຍານາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີຈາກກະຊວງອຸດສາຫະກໍາ ແລະການຄ້າ, ກະຊວງແຮງງານ ແລະສະຫວັດດີການສັງຄົມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດານັກ ທຸລະກິດ, ຊາວຊ່າງຫັດຖະກໍາ ແລະ ມວນຊົນເຂົ້າຮ່ວມ.

ທ່ານ ຫານຊະນະ ສີສານ ປະທານ ສະມາຄົມຫັດຖະກໍາລາວ ໃຫ້ຮູ້ວ່າ: ງານ ຄັ້ງນີ້ຈັດຂຶ້ນເພື່ອສືບຕໍ່ສ້າງໂອກາດໃຫ້ ກັບຊາວຊ່າງຫັດຖະກໍາລາວທີ່ຢູ່ທ້ອງ ຖິ່ນຕ່າງໆໃນທົ່ວປະເທດໄດ້ນໍາເອົາສິນຄ້າຂອງຕົນມາວາງສະແດງແລະຈໍາໜ່າຍຂາຍສ້າງລາຍຮັບໃຫ້ກັບຕົນເອງ,ພ້ອມນີ້ກໍສ້າງໂອກາດໃຫ້ຊາວຊ່າງຫັດຖະກໍາໄດ້ພົບປະກັນແລກປ່ຽນບົດຮຽນກ່ຽວກັບການຜະລິດເຄື່ອງຫັດຖະກໍານໍາກັນ, ຊຶ່ງມີເຄື່ອງຫັດຖະກໍາປະເພດຜ້າ ໄໝ, ຜ້າຝ້າຍພື້ນເມືອງ, ເຄື່ອງວັດຖຸມີຄ່າ, ເຄືອງປັ້ນດິນເຜົາ, ເຄື່ອງຈັດສານ ແລະ ເຄື່ອງຊົນເຜົ່າຕ່າງໆເຂົ້າຮ່ວມວາງສະ ແດງ 200 ກວ່າຮ້ານ.

  ນອກຈາກນີ້ ພາຍໃນງານຍັງມີກອງ ປະຊຸມສໍາມະນາໃນຫົວຂໍ້ ການອອກແບບ, ການຕະຫຼາດ, ການຫຸ້ມຫໍ່ຜະລິດຕະພັນ, ການເຂົ້າຫາແຫຼ່ງທຶນກອງທຶນ SMEs ແລະກອງທຶນສົມທົບເພື່ອສົ່ງເສີມທຸລະກິດ (BAF) ການປະກວດຫັດຖະກໍາສ້າງສັນ,ການສອນແປຮູບຜະລິດຕະພັນເຄື່ອງທີ່ລະນຶກ, ການສະແດງສິລະປະວັນນະຄະດີເປັນຕົ້ນແມ່ນ ສະແດງກາຍະສິນ, ຟ້ອນລາຍງ້າວ, ຂັບງື່ມ, ມວຍລາຍລາວ ແລະການສະແດງສິລະປະຂອງຫຼານນ້ອຍເຍົາວະຊົນຈາກໂຮງຮຽນຕ່າງໆ.

ສະໜັບສະໜຸນໂດຍ: HONDA

ສະໜັບສະໜຸນໂດຍ: ສ່ວນບຸກຄົນ 

 ທ່ານ ຫານຊະນະ ສີສານ ກ່າວຕື່ມວ່າ: ປີນີ້ສະມາຄົມຫັດຖະກໍາລາວຄົບຮອບ 21 ປີ ຊຶ່ງຕະຫຼອດໄລຍະຜ່ານມາໄດ້ສູ້ຊົນໃຊ້ສະຕິປັນຍາຄວາມສາມາດໃນການອະນຸລັກຮັກສາພູມປັນຍາທາງດ້ານຫັດ ຖະກໍາໄປພ້ອມກັບການຟື້ນຟູການຜະລິດເຄື່ອງຫັດຖະກໍາຂອງຊົນເຜົ່າຕ່າງໆ ທີ່ຖືກປະຖິ້ມຄືນໃໝ່ ແລະສົ່ງເສີມໃຫ້ການຜະລິດຫັດຖະກໍາກາຍເປັນສິນຄ້າ ສ້າງລາຍໄດ້ໃຫ້ກັບຊຸມຊົນ, ຊຶ່ງໃນເດືອນ ສິງຫາຜ່ານມານີ້ ສະມາຄົມຫັດຖະກໍາ ໄດ້ສ້າງຜົນງານ ໂດຍໄດ້ຮັບລາງວັນຊະນະເລີດໃນການປະກວດຜ້າໄໝອາຊຽນຊຶ່ງແມ່ນຮ້ານສີໄຄຫັດຖະກໍາ ແລະລາງວັນທີ 3 ແມ່ນບໍລິສັດປູກມອນລ້ຽງມ້ອນ ແລະສາວໄໝ ແຂວງຊຽງຂວາງ.

------------

 ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444