ເລຂາທິການໃຫຍ່ເຂົ້າຮ່ວມສະຫຼອງວັນມູນເຊື້ອອະດີດທະຫານອາສາສະໝັກຫວຽດນາມຢູ່ລາວ ຄົບຮອບ 70 ປີ

  ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ຫງວຽນ ຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດລາວ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ມາປະຕິບັດໜ້າທີ່ສາກົນຢູ່ລາວຄົບຮອບ 70 ປີ (30 ຕຸລາ 1949-10 ຕຸລາ 2019) ທີ່ຈັດຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.

  ໃນໄລຍະເຂົ້າຮ່ວມພິທີສະຫຼອງວັນສຳຄັນດັ່ງກ່າວໃນຕອນແລງວັນທີ 28 ຕຸລາ 2019 ສະຫາຍ ບຸນຍັງ ວໍລະຈິດ ໄດ້ພົບປະກັບ ສະຫາຍ ຫງວຽນ ຟູຈ້ອງ ແລະ ສະ ຫາຍ ນາງ ຫງວຽນ ທິ ກີມ ເງິນ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດຫວຽດນາມ, ໃນການພົບປະດັ່ງກ່າວ ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນຂອງສະຫາຍ ຫງວຽນ ຟູຈ້ອງ ແລະ ການຕ້ອນຮັບຢ່າງອົບອຸ່ນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ, ສະແດງຄວາມດີໃຈທີ່ໄດ້ມີໂອກາດພົບໜ້າພໍ້ຕາກັບບັນດາເພື່ອນຮ່ວມຮົບໃນໄລຍະຫຼາຍສິບປີຜ່ານມາ, ສະຫາຍ ບຸນຍັງ ວໍລະຈິດ ໄດ້ຕາງໜ້າ ໃຫ້ພັກ, ລັດ, ກອງທັບ ແລະ ປະຊາຊົນລາວບັນດາ

ເຜົ່າສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ, ມີປະສິດທິຜົນຂອງພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມໃຫ້ແກ່ພາລະກິດປະຕິວັດຂອງລາວ, ໃນນັ້ນຕໍ່ບັນດາທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ, ກໍ່ຄືຄອບຄົວຂອງບັນດານັກຮົບປະຕິວັດທີ່ເສຍຊີວິດຢູ່ລາວໃນປາງສົງຄາມ ແລະຢືນຢັນວ່າພັກ, ລັດ, ກອງທັບ ແລະປະຊາຊົນລາວຍາມໃດກໍ່ຈະຈາລຶກຄຸນງາມຄວາມດີ, ການເສຍສະຫຼະອັນໃຫຍ່ຫຼວງ ເພື່ອພາລະກິດປົດປ່ອຍຊາດຂອງສອງປະເທດລາວ ແລະ ຫວຽດນາມ ແລະ ຈະຮ່ວມກັບພັກ, ລັດ ແລະ ປະຊາຊົນຫວຽດນາມເພື່ອເສີມຂະຫຍາຍສາຍພົວພັນພິເສດທີ່ຫາຍາກລະຫວ່າງລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນເພື່ອສົມກັບຄວາມເສຍສະຫຼະອັນໃຫຍ່ຫຼວງຂອງບັນດານັກຮົບປະຕິວັດຂອງສອງປະເທດ, ທັງເປັນ

ການເພີ່ມພູນຄູນສ້າງສາຍພົວພັນພິເສດທີ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍປະທານໂຮ່ຈິມິນຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະປະທານສຸພານຸວົງ ທີ່ແສນເຄົາລົບຮັກຊຶ່ງໄດ້ຮັບການສືບທອດໂດຍການນຳ, ນັກຮົບປະຕິວັດລຸ້ນຕ່າງໆຂອງສອງປະເທດຈົນເຖິງປະຈຸບັນໄດ້ກາຍເປັນມໍລະດົກລວມທີ່ ລໍ້າຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະຂະຫຍາຍຕົວຂອງສອງຊາດ, ເປັນໜຶ່ງໃນປັດໄຈຕັດສິນໄຊຊະນະຂອງການປະຕິວັດຢູ່ແຕ່ລະປະເທດນອກນັ້ນ ສະຫາຍ ບຸນຍັງ ວໍລະຈິດ ຍັງໄດ້ແຈ້ງສະພາບອັນພົ້ນເດັ່ນຂອງລາວ, ໂດຍສະເພາະຜົນສຳເລັດການດຳເນີນກອງປະຊຸມຄົບຄະນະ ຄັ້ງທີ 9 ຂອງສູນກາງພັກ ແລະ ການກະກຽມໃສ່ກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ປປ ລາວ ໃນຕໍ່ໜ້າ.

ສະໜັບສະໜຸນໂດຍ: HONDA--------

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

 ໃນຕອນເຊົ້າຂອງວັນທີ 29 ຕຸລາ 2019 ທີ່ນະຄອນຫຼວງຮ່າໂນ້ຍ, ໄດ້ມີການຈັດຕັ້ງໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວ ຊານຫວຽດນາມທີ່ມາປະຕິບັດໜ້າທີ່ຢູ່ລາວຄົບຮອບ 70 ປີ ໂດຍໃຫ້ກຽດເຂົ້າຮ່ວມມີສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາ ຊົນປະຕິວັດລາວ, ປະທານປະເທດແຫ່ງສປປລາວ, ສະຫາຍ ຫງວຽນ ທິ ກີມ ເງິນ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດຫວຽດນາມພ້ອມດ້ວຍຄະ ນະຜູ້ ແທນຂັ້ນສູງພັກ-ລັດລາວ, ບັນດາການນຳຂັ້ນສູງຂອງພັກ-ລັດຫວຽດນາມຕະຫຼອດຮອດບັນດາສະຫາຍອະດີດທະຫານອາສາສະໝັກ ແລະຊ່ຽວຊານທະຫານຫວຽດນາມ ພ້ອມດ້ວຍຜູ້ຕາງໜ້າຂອງໄວໜຸ່ມຂອງສອງປະເທດຢ່າງຫຼວງຫຼາຍ.

--------------

ໜັງສືພິມເສດຖະກິດ-ສັງຄົມ