ກະລຶມ ຂຸ້ນຂ້ຽວເກັບລາຍຮັບໃຫ້ໄດ້ບັນລຸແຜນ

  ຜ່ານໄປ 3 ໄຕມາດ ເມືອງກະລຶມ ແຂວງເຊກອງ ສາມາດຈັດຕັ້ງປະຕິບັດການເກັບລາຍຮັບໄດ້ແລ້ວເກືອບ 3 ຕື້ກວ່າກີບ,ເວລານີ້ຍັງເຫຼືອເວລາອີກ 3 ເດືອນແຕ່ເມືອງຈະເອົາໃຈໃສ່ເກັບໃຫ້ບັນລຸໄດ້ຕາມຕົວເລກແຜນປີ 4,3 ຕື້ກວ່າກີບ.

  ທ່ານ ສີບັງອອນ ດາລາວົງ ຫົວໜ້າຫ້ອງການ-ການເງິນເມືອງກະລຶມໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໂດຍສະເພາະແມ່ນການເກັບລາຍຮັບເຂົ້າງົບປະມານຂອງຫ້ອງການໆເງິນເມືອງກະລຶມໃນໄລຍະຜ່ານມາແມ່ນໄດ້ນໍາເອົາແນວທາງນະໂຍບາຍຂອງພັກ, ຂໍ້ກໍານົດ, ກົດໝາຍຂອງລັດເປັນບ່ອນອີງ ແລະໄດ້ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານທຸກຄົນເອົາໃຈໃສ່ເຮັດໜ້າທີ່ຕາມພາລະບົດບາດເພື່ອຕ້ານ ແລະສະກັດກັ້ນການຮົ່ວໄຫຼຂອງລາຍຮັບງົບປະມານ.

  ເມືອງກະລຶມໄດ້ຮັບມອບໝາຍຕົວເລກການເກັບລາຍຮັບຈາກແຂວງທັງໝົດ 4,3 ຕື້ກວ່າກີບ ທຽບໃສ່ປີຜ່ານມາເພີ່ມຂຶ້ນເທົ່າຕົວ, ແຕ່ຜ່ານການປະຕິບັດມາຮອດວັນທີ 17 ຕຸລາ 2019 ເມືອງສາມາດເກັບໄດ້ 2,9 ຕື້ກວ່າກີບ ທຽບໃສ່ແຜນປີເທົ່າກັບ 68,03% ໃນນີ້ລາຍຮັບຈາກອາກອນປົກກະຕິ 2,68 ຕື້ກີບ ເທົ່າກັບ 72,60 %; ລາຍຮັບພາສີທີ່ດິນ 49 ລ້ານກວ່າກີບ ເທົ່າກັບ98,74%; ລາຍຮັບຄ່າທໍານຽມ 16 ລ້ານກວ່າກີບ ເທົ່າກັບ 27,63%; ລາຍຮັບວິຊາການ 37,8 ລ້ານກີບເທົ່າກັບ 8,88% ແລະລາຍຮັບຄຸ້ມຄອງຊັບສິນຂອງລັດ 193,7 ລ້ານກີບເທົ່າກັບ 129,13% ຂອງແຜນການປີ.

ສະໜັບສະໜຸນໂດຍສ່ວນບຸກຄົນ

   ສໍາລັບລາຍຈ່າຍປະຕິບັດໄດ້ 25,9 ຕື້ກີບ ເທົ່າກັບ 50,54% ຂອງແຜນການປີ ໃນນັ້ນຈ່າຍເງິນເດືອນ 10,5 ຕື້ກີບ ເທົ່າກັບ 64,61%; ເງິນອຸດໜູນ 3,7 ຕື້ກວ່າກີບເທົ່າກັບ 74,70%; ເງິນບໍລິຫານ 1,6 ຕື້ກີບ ເທົ່າກັບ 68,50%; ເງິນດັດສົມສົ່ງເສີມ 755 ລ້ານກວ່າກີບເທົ່າກັບ 82,56%; ເງິນການລົງທຶນ 9,2 ຕື້ກີບ ເທົ່າກັບ 34,78% ແລະເງິນອື່ນໆເກືອບ 8 ລ້ານກີບ ເທົ່າກັບ 41,46%.

ສະໜັບສະໜຸນໂດຍ: HONDA

 ແນວໃດກໍດີເພື່ອເຮັດໃຫ້ຍອດລາຍຮັບບັນລຸຄາດໝາຍແຜນການ 4,3 ຕື້ກີບ ເມືອງກະລຶມຈະຂຸດຄົ້ນທຸກແຫຼ່ງທີ່ບໍ່ເກີດລາຍຮັບເຂົ້າງົບປະມານ, ປົກປັກຮັກສາ ແລະຄຸ້ມ ຄອງລາຍຈ່າຍປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ, ເມືອງຈະຕ້ອງເອົາໃຈໃສ່ຝຶກອົບຮົມພະນັກງານວິຊາການ ແລະ ສຶກສາອົບຮົມການເມືອງແນວຄິດເພື່ອນໍາເອົາແນວທາງນະໂຍບາຍຂອງພັກ, ນິຕິກໍາ, ກົດໝາຍຕ່າງໆທາງດ້ານການເງິນລົງເຜີຍແຜ່ໃຫ້ປະຊາຊົນ ແລະຜູ້ປະກອບການຮັບຮູ້ຕື່ນຕົວໃນການເສຍພັນທະໃຫ້ລັດ.

________

ຂຽນໂດຍສັນຍາ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444