9 ເດືອນລາວສົ່ງອອກກາເຟ 15 ພັນໂຕນ ມູນຄ່າ 325 ຕື້ກວ່າກີບ

9 ເດືອນຜ່ານມາສະມາຄົມກາເຟລາວໄດ້ຊຸກຍູ້ສົ່ງເສີມປະຊາຊົນພາກທຸລະກິດຂົງເຂດກາເຟຜ່ານສະມາຄົມຢ່າງມີຂະບວນການຟົດຟື້ນສາມາດນໍາກາເຟທີ່ມີຄຸນນະພາບສົ່ງອອກຂາຍໄປທີ່ຕະຫຼາດຕ່າງປະເທດໄດ້ເຖິງ 37 ກວ່າລ້ານໂດລາ ຫຼືປະມານ 325 ຕື້ກວ່າກີບ ພ້ອມຈະສູ້ຊົນເຮັດໃຫ້ການຂາຍສົ່ງອອກໃນ 3 ເດືຶອນທ້າຍປີໃຫ້ບັນລຸເປົ້າໝາຍທີ່ວາງໄວ້.

ທ່ານ ນາງ ບຸນເຮືອງ ລິດດັງ ປະທານສະມາຄົມກາເຟລາວໄດ້ເປີດເຜີຍໃຫ້ຮູ້ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ສະມາຄົມກາເຟລາວແມ່ນເປັນເສນາທິການປະສານງານລະຫວ່າງພາກລັດກັບພາກທຸລະກິດຂະແໜງກາເຟລາວ,ການເຄື່ອນໄຫວຂອງສະມາຄົມແມ່ນເພື່ອສົ່ງເສີມການຜະລິດໃຫ້ເປັນສິນຄ້າເພື່ອສົ່ງອອກໃຫ້ຫຼາຍຂຶ້ນ,ສົ່ງເສີມການຜະ ລິດສິນຄ້າໃຫ້ມີຄຸນນະພາບ ແລະໄດ້ມາດຕະຖານສາກົນ, ແມ່ນຜູ້ເຕົ້າໂຮມບັນ ດາຜູ້ປະກອບການທີ່ດໍາເນີນທຸລະກິດທີ່ ກ່ຽວກັບກາເຟ, ການຜະລິດ, ປຸງແຕ່ງ ແລະສົ່ງອອກໃຫ້ດໍາເນີນທຸລະກິດໄປ ຕາມນະໂຍບາຍຖືກຕ້ອງຕາມລະບຽບ ກົດໝາຍຂອງ ສປປ ລາວ, ທັງເປັນຜູ້ເກັບກໍາຕົວເລກສະຖິຕິ, ການປູກ, ຜົນຜະລິດ, ການປຸງແຕ່ງ ແລະການສົ່ງອອກເພື່ອເປັນສູນລວມດ້ານຂໍ້ມູນຂ່າວສານໃຫ້ແກ່ພາກລັດ ແລະອົງກອນຂອງສາກົນ,

ສະໜັບສະໜຸນໂດຍສ່ວນບຸກຄົນ

   ປະຈຸບັນສະມາຄົມກາເຟລາວມີສະມາຊິກທັງໝົດ 66 ຫົວໜ່ວຍ, ໃນນັ້ນບໍລິສັດພາຍໃນ 29 ຫົວໜ່ວຍ, ນັກລົງທຶນຈາກຕ່າງປະເທດ 26 ຫົວໜ່ວຍ, ກຸ່ມຜູ້ຂົ້ວແບບພື້ນບ້ານ 2 ຫົວໜ່ວຍ, ກຸ່ມຜູ້ຜະລິດ 4 ກຸ່ມ ແລະ 5 ສະຫາກອນທັງໝົດນີ້ແມ່ນກວມລວມເອົາ 4 ແຂວງ ແລະກໍາແພງນະຄອນ.

ສະໜັບສະໜຸນໂດຍ: HONDA

 ຕະຫຼອດໄລຍະ 9 ເດືອນປີ 2019 ສະມາຄົມກາເຟລາວ ໄດ້ເອົາໃຈໃສຕໍ່ວຽກງານຂອງຕົນຢ່າງຕັ້ງໜ້າເພື່ອເຮັດໃຫ້ການສົ່ງເສີມການປູກ, ການຜະລິດ, ການປຸງແຕ່ງ ແລະການສົ່ງອອກກາເຟທີ່ມີ ຄຸນນະພາບໃຫ້ມີບັນຍາກາດຄືກັບຫຼາຍໆ ປີຜ່ານມາ ສາມາດສົ່ງກາເຟຂອງສະມາຊິກໂດຍຜ່ານສະມາຄົມຄື: ສົ່ງອອກກາເຟນ້ອຍໄດ້ 12  ພັນໂຕນ,ກາເຟກາງ 3 ພັນກວ່າໂຕນ ແລະກາເຟຂົ້ວ 4,66 ໂຕນ,ລວມທັງໝົດທີ່ສະມາຄົມໄດ້ສົ່ງກາເຟອອກຂາຍເປັນຕາຫລາດກາເຟທີ່ມີລາຄາສູງໄດ້ 15 ພັນໂຕນ, ຕົກເປັນມູນທັງໝົດປະມານ 37 ລ້ານກວ່າໂດລາ ແລະຈະສູ້ຊົນເຮັດໃຫ້ການຜະລິດ, ການສົ່ງອອກໃນ 3 ເດືອນທ້າຍປີໃຫ້ຕາມຄາດໝາຍທີ່ວາງໄວ້.

_____________

ຂຽນໂດຍພູມະນີ      
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444