ສ້າງພື້ນຖານໂຄງລ່າງໃຫ້ທົນທານຕ້ານໄພພິບັດ

  ກອງ​ປະຊຸມ​ສຳ​ມະ​ນາ ແລະການສະເຫຼີມສະຫຼອງວັນຫຼຸດຜ່ອນໄພພິບັດສາກົນ ແລະວັນຄຸ້ມຄອງໄພພິບັດອາຊຽນປະຈຳປີ 2019 ທີ່ຈັດຂຶ້ນໃນວັນທີ 25 ຕຸລາ, ແມ່ນໄດ້ຍົກເອົາບັນຫາ “ຂ້າມຜ່ານການຟື້ນຟູໄພພິບັດສູ່ຄວາມເຂັ້ມແຂງ” ແລະຂວັນຫົວຂໍ້ຂອງວັນຫຼຸດຜ່ອນຄວາມສ່ຽງໄພພິບັດສາກົນ “ສ້າງພື້ນຖານໂຄງລ່າງສ້າງໃຫ້ທົນ ທານການລົງທຶນເຂົ້າໃນການຟື້ນຟູຫຼັງໄພພິບັດ ຈໍາເປັນທີ່ຈະຕ້ອງຄໍານຶງ ເຖິງຄວາມສ່ຽງໄພພິບັດທີ່ອາດຈະເກີດຂຶ້ນໃນອະນາຄົດ”, ຊຶ່ງເຂົ້າຮ່ວມເປັນປະທານຂອງທ່ານ ຄຳ​ແພງ ໄຊ​ສົມ​ແພງ ລັດຖະມົນຕີກະ​ຊວງແຮງ​ງານ ແລະສະ​ຫວັດ​ດີ​ການ​ສັງ​ຄົມ,ປະທານຄະນະກຳມະການປ້ອງກັນ ແລະຄວບຄຸມໄພພິບັດແຫ່ງຊາດ, ທ່ານ ນາງ ລີຄາດາ ຣີເຈີ, ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາປະຈຳລາວ, ພ້ອມນັ້ນຍັງມີບັນຜູ້ຕາງໜ້າຈາກອົງການທີ່ກ່ຽວຂ້ອງ, ຄູອາຈານ ແລະ ນ້ອງນັກ ສຶກສາຈາກຄະນະວິສາວະກຳສາດ ມາ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດເຂົ້າຮ່ວມ.

  ທ່ານ ຄຳ​ແພງ ໄຊ​ສົມ​ແພງ ກ່າວວ່າ: ສໍາລັບປີ 2019 ນີ້, ອາຊຽນ ​ໄດ້​ກໍາ​ນົດ​ເອົາຄໍາຂວັນ​ໃນ​ຫົວ​ຂໍ້ “ຂ້າມຜ່ານການຟື້ນຟູໄພພິບັດສູ່ຄວາມເຂັ້ມແຂງໄປຄຽງຄູ່​ກັບຄໍາຂວັນຫົວຂໍ້ຂອງວັນຫຼຸດຜ່ອນຄວາມສ່ຽງໄພພິບັດສາກົນຄື “ສ້າງພື້ນຖານໂຄງລ່າງ ສ້າງໃຫ້ທົນທານ ການລົງທຶນ ເຂົ້າໃນການກໍ່ສ້າງ ຫຼື ຟື້ນຟູຫຼັງໄພພິບັດ ຈໍາເປັນທີ່ຈະຕ້ອງຄໍານຶງ ເຖິງຄວາມສ່ຽງໄພພິບັດທີ່ອາດຈະເກີດຂຶ້ນໃນອະນາຄົດ, ຖ້າຫາກມີການວາງແຜນ ແລະການອອກແບບທີ່ດີ ໃຫ້ມີຄວາມທົນທານແມ່ນຈະຊ່ວຍໃຫ້ພື້ນຖານໂຄງລ່າງທີ່ສ້າງຂຶ້ນມີຄວາມແຂງແຮງທົນທານ ສາມາດຕ້ານທານກັບໄພພິບັດທີ່ອາດຈະເກີດຂຶ້ນ, ສະນັ້ນ ນັກອອກແບບໃນອະນາຄົດກໍແມ່ນນັກສຶກສາບາງນ້ອງຢູ່ໃນທີ່ນີ້ ຫຼື ຜູ້ທີ່ຮັບຜິດຊອບໂຄງການໃນການລົງທຶນ ໂດຍສະເພາະແມ່ນການກໍ່ສ້າງຖະໜົນ, ຫົນທາງ, ຕຶກອາຄານ ຫຼື ການພັດທະນາອື່ນໆ ທີ່ອາດຈະມີຄວາມສ່ຽງຕໍ່ໄພພິບັດ ຫຼື ອາດຈະສົ່ງຜົນກະທົບເຮັດໃຫ້ເກີດໄພອັນຕະລາຍ ຈະຕ້ອງໄດ້ຄຳນຶງ ແລະຕ້ອງປະຕິບັດບັນດາມາດຕະການ ມາດຕະຖານຕ່າງໆ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

  ທ່ານ ຄຳ​ແພງ ໄຊ​ສົມ​ແພງ ໃຫ້ຮູ້ອີກວ່າ: ເພື່ອຜັນຂະຫຍາຍກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດໂດຍສະເພາະໃນມາດຕາ 68 ຊຶ່ງໄດ້ກໍານົດເອົາວັນທີ 13 ຕຸລາ ຂອງທຸກໆປີເປັນວັນຄຸ້ມຄອງໄພພິບັດແຫ່ງຊາດ​ຂອງ​ລ​າວ,ວັນດຽວກັນກັບວັນຄຸ້ມຄອງໄພພິບັດອາຊຽນ ແລະວັນຫຼຸດຜ່ອນຄວາມສ່ຽງໄພພິບັດສາກົນ, ຕິດພັນກັບຫົວຂໍ້ຄໍາຂວັນ ຂອງວັນດັ່ງກ່າວ​ໃນ​ປີ​ນີ້, ກະຊວງແຮງງານ ແລະສະຫວັດດີການສັງຄົມກໍຄືຄະນະກໍາມະການປ້ອງກັນ ແລະຄວບຄຸມໄພພິບັດແຫ່ງຊາດພ້ອມ​ກັນຈັດຕັ້ງບັນດາກິດຈະກໍາຕ່າງໆ ເພື່ອລະນຶກເຖິງວັນດັ່ງກ່າວເພື່ອ​ເປັນ​ການໂຄສະນາປູກຈິດສໍານຶກໃຫ້ສັງຄົມ ແລະຊຸມຊົນໄດ້ມີສະຕິ ແລະມີສ່ວນຮ່ວມເຂົ້າໃນວຽກງານຄຸ້ມຄອງໄພພິບັດເປັນຕົ້ນການປ້ອງກັນ, ຄວບຄຸມ ແລະຟຶ້ນຟູຄືນຫຼັງໄພພິບັດ​ໂດຍ​​ໄດ້ອອກ​ຜ່ານສື່​ຕ່າງໆ,ໄປພ້ອມ​​ກັນກັບ​ການສະ​ເຫຼີ​ມສະຫຼອງກໍໄດ້ມີ​ກອງ​ປະຊຸມສຳມະນາ​ເພື່ອແລກປ່ຽນບົດຮຽນ ​ແລະປະກອບສ່ວນ​ໃນ​ການ​ຄົ້ນ​ຄິດ, ຊອກ​ຫາ​ວິທີ​ທາງ​ໃນ​ການ​ຊ່ວຍ​ເຫຼືອກໍ​ຄື​ຈັດ​ຕັ້ງປະຕິບັດວຽກ​ງານ​ຄຸ້ມ​ຄອງ​ໄພພິບັດ​​ໃຫ້​ເຕີບ​ໃຫຍ່ຂະ​ຫຍາຍຕົວ.

 ສະໜັບສະໜຸນໂດຍ: HONDA

 

  ທ່ານນາງ ລີຄາດາ ຣີເຈີ ໄດ້ກ່າວວ່າ: ສໍາລັບຄໍາຂວັນຂອງວັນຫຼຸດຜ່ອນຄວາມສ່ຽງໄພພິບັດສາກົນປີນີ້ແມ່ນເນັ້ນໃສ່ສ້າງພື້ນຖານໂຄງລ່າງໃຫ້ທົນທານ, ຊຶ່ງຖືໄດ້ວ່າສອດ ຄ່ອງກັບຜົນກະທົບທີ່ເກີດຂຶ້ນກັບລະບົບພື້ນຖານໂຄງລ່າງຂອງລາວໃນໄລຍະທີ່ຜ່ານມາ, ເຮັດໃຫ້ລາວມີຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນ, ແຕ່ທັງນີ້ການສ້າງພື້ນຖານໂຄງລ່າງໃຫ້ທົນທານຂອງສປປລາວຍັງຕ້ອງໄດ້ເອົາໃຈໃສ່ເປັນຕົ້ນແມ່ນການອອກແບບ ແລະສ້າງພື້ນຖານໂຄງລ່າງໃນອະນາຄົດເພື່ອຊ່ວຍກຽມພ້ອມກ່ອນເກີດໄພພິບັດ, ສະນັ້ນໃນ ອະນາຄົດລາວຍັງຕ້ອງໄດ້ປະເມີນຈຸດທີ່ມີຄວາມສ່ຽງໃຫ້ລະອຽດເພື່ອກຳນົດຈຸດທີ່ຕັ້ງຂອງໂຮງຮຽນ, ໂຮງໝໍ, ທີ່ຢູ່ອາໄສໃໝ່ທີ່ມີຄວາມປອດໄພ ແລະມີຄວາມທົນທານຕໍ່ໄພພິບັດອີກດ້ວຍ.

_____________

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444