ນໍ້າຕົກຕາດຫ້ວຍດຳ ແຫຼ່ງທ່ອງທ່ຽວສວຍງາມຂອງແຂວງຫຼວງນໍ້າທາ

  ແຂວງຫຼວງນໍ້າທາ ເປັນແຂວງໜຶ່ງທີ່ອຸດົມສົມບູນໄປດ້ວຍວັດທະນະທຳ ແລະທຳມະຊາດ ມີ ຫຼາຍເຂດຫຼາຍທ້ອງຖິ່ນໄດ້ຖືກສ້າງ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວ ໂດຍ ອາໄສທຳມະຊາດ, ປະຫວັດສາດ ແລະວັດທະນະທຳ ເປັນສິ່ງດຶງດູດ ເອົາຜູ້ຄົນບໍ່ວ່າຈະເປັນທັງພາຍ ໃນ ແລະຕ່າງປະເທດ, ໃນນັ້ນມີສະຖານທີ່ໜຶ່ງທີ່ໜ້າສົນໃຈ ແລະຜູ້ຄົນ ມັກເວົ້າເຖິງນັ້ນກໍຄືນໍ້າຕົກຕາດ ຫ້ວຍດຳ.

  ສະໜັບສະໜຸນໂດຍ: HONDA

ນໍ້າຕົກຕາດແຫ່ງນີ້ເອີ້ນໄດ້ວ່າ ເປັນສະຖານທີ່ທ່ອງທ່ຽວທີ່ທຳມະ ຊາດຈົງໃຈປັ້ນແຕ່ງຂຶ້ນມາເພື່ອສ້າງສິ່ງສຳລານໃຈໃຫ້ນັກທ່ອງ ທ່ຽວໄດ້ເຫັນໄດ້ຊົມກັນຊຶ່ງໃນແຕ່ ລະປີມີນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າມາທ່ຽວຊົມ ເປັນຈຳນວນຫຼວງຫຼາຍ ໂດຍສ່ວນ ໃຫຍ່ແລ້ວໃນວັນເທສະການຕ່າງໆ ຈະມີນັກທ່ອງທ່ຽວພາຍໃນໄປຈັດ ກິດຈະກຳທີ່ຫຼາກຫຼາຍພາຍໃນຕາດ ເປັນຕົ້ນ: ຫຼິ້ນນໍ້າ, ປູສາດກິນເຂົ້າ ແລະອື່ນໆ ທ່າມກາງບັນຍາກາດ ອັນບໍລິສຸດ ແລະຄວາມງຽບສະຫງົບເໝາະສົມທີ່ສຸດສຳລັບການ ພັກຜ່ອນຢ່ອນອາລົມໃນຫຼາຍຮູບ ແບບເພາະສະພາບແວດລ້ອມອ້ອມ ຂ້າງແມ່ນມີສິ່ງທີ່ສວຍງາມ ແລະມີໂງ່ນຫີນຢັງຢາຍກັນໄປທົ່ວບໍລິ ເວນ, ນໍ້າໃສເຢັນໆໄຫຼຜ່ານຕະຫຼອດ ໃນໄລຍະລະດູຝົນອ້ອມສອງຟາກ ຕາດຈະເຕັມໄປດ້ວຍຕົ້ນໄມ້ໃຫຍ່-ນ້ອຍຢັງຢາຍຢູ່ເປັນແຖວເຮັດໃຫ້ ຜູ້ທີ່ໄດ້ໄປທ່ຽວຊົມຮູ້ສຶກສົດຊື່ນ ແລະອາກາດໃນບໍລິເວນນັ້ນຖືໄດ້ ວ່າເປັນອາກາດທີ່ບໍລິສຸດແທ້ໆ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

ນໍ້າຕົກຕາດຫ້ວຍດຳ ຕັ້ງຢູ່ບ້ານ ຫ້ວຍດຳໃນປ່າສະຫງວນຂອງ ບ້ານບົນ ເສັ້ນທາງແລວເສດຖະກິດເໜືອ-ໃຕ້ຫ່າງຈາກເທສະບານ ແຂວງປະມານ 25 ກິໂລແມັດ.

-----------------

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444