ອຸດົມໄຊເປີດຕະຫຼາດນັດຂາຍຜົນຜະລິດກະສິກຳປອດສານພິດ

 ງານຕະຫຼາດນັດຂາຍຜົນຜະລິດກະສິກຳປອດສານເຄມີ ຄັ້ງທີ 1 ທົ່ວເທສະບານເມືອງໄຊ ໄດ້ຈັດຂຶ້ນທີ່ສະໜາມກີລາແຂວງອຸດົມໄຊ ໃນວັນທີ 21 ຕຸລາ 2019 ເພື່ອຊຸກຍູ້ສົ່ງເສີມທາງດ້ານການຕະຫຼາດ ໃຫ້ແກ້ກຸ່ມປູກຜັກຢູ່ພາຍໃນແຂວງອຸດົມ ໄຊໂດຍການນຳເອົາສິນຄ້າຂອງຕົນມາ ເຜີຍແຜ່ໂຄສະນາອະທິບາຍຊີ້ແຈ້ງໃຫ້ສັງຄົມຮັບຮູ້ ແລະເຂົ້າໃຈກ່ຽວກັບການປູກ ແລະຄຸນນະພາບຂອງຜົນຜະລິດເພື່ອຮັບປະກັນຕໍ່ຜູ້ບໍລິໂພກ.

  ທ່ານ ບຸນທຳ ວັນນະພອນ ຮອງຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງອຸດົມໄຊໄດ້ໃຫ້ຮູ້ວ່າ: ກຸ່ມປູກຜັກທີ່ຕອບສະໜອງໃຫ້ແກ່ຕະຫຼາດທົ່ວເມືອງໄຊ ປະ ກອບມີ 4 ບ້ານເປັນຕົ້ນ: ບ້ານຫ້ວຍອຸ່ນ, ບ້ານທ້ຽວ, ບ້ານວຽງສາແລະບ້ານຫຼັກ 10, ຊຶ່ງການເປີດງານຕະຫຼາດນັດວາງສະແດງສິນຄ້າກະສິກຳຄັ້ງນີ້ແມ່ນເປັນການສ້າງໂອກາດພົບປະແລກປ່ຽນຫຼັກສູດຂອງຜູ້ຜະລິດກັບຜູ້ປະກອບການ ແລະຜູ້ບໍລິໂພກຕົວຈິງເພື່ອປັບປຸງຄຸນນະພາບຜະລິດຕະພັນປັບປຸງປະຕິທິນການຜະລິດໃຫ້ສອດ ຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງເສດຖະກິດຕະຫຼາດຢູ່ພາຍໃນ ແລະກ້າວໄປເຖິງການສົ່ງອອກພາຍນອກໃນອະນາຄົດ.

  ເຂົ້າຮ່ວມຕັດແຖບຜ້າ ແລະ ເປີດປ້າຍພິທີຢ່າງເປັນທາງການໃນຄັ້ງນີ້ມີທ່ານ ສົມຈິດ ປັນຍາສັກ ຄະນະປະຈຳພັກແຂວງຮອງເຈົ້າແຂວງ ແຂວງອຸດົມໄຊ, ມີຕາງໜ້າຈາກບັນດາພະແນກການອົງການຂະແໜງການ ແລະຫ້ອງການທີ່ກ່ຽວຂ້ອງຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

  ງານວາງສະແດງສິນຄ້າຄັ້ງນີ້ແມ່ນໄດ້ເລີ່ມແຕ່ວັນທີ 21-26 ຕຸລາ 2019 ແລະຈະມີການວາງຂາຍຢູ່ທີ່ທາງເຂົ້າສະໜາມກີລາທຸກໆວັນອັງຄານເພື່ອອຳນວຍຄວາມສະດວກໃຫ້ຜູ້ບໍລິໂພກພາຍໃນເທສະບານແຂວງອຸດົມໄຊ.

   ສະໜັບສະໜຸນໂດຍ: HONDA

________________

ຂຽນໂດຍສີຈັນ ເກດວົງສາ  

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444