ແຫຼ່ງທ່ອງທ່ຽວຖໍ້າຜາສິງ ເມືອງບໍລິຄັນ

  ຖໍ້າຜາສິງ ຕັ້ງຢູ່ທາງທິດ ຕາເວັນອອກຂອງບ້ານຜາເມືອງ ເມືອງບໍລິຄັນ ແຂວງບໍລິຄຳໄຊ ເປັນສະຖານທີ່ທ່ອງທ່ຽວທາງ ດ້ານທໍາມະຊາດທີ່ມີຄວາມສວຍສົດງົດງາມ ແລະໂດດເດັ່ນອີກ ແຫ່ງໜຶ່ງ ຊຶ່ງອ້ອມຮອບໄປດ້ວຍ ທໍາມະຊາດປ່າໄມ້ອັນດົກໜາຂຽວ ງາມອຸ່ມທຸ່ມປົກຄຸມຫຸ້ມຫໍ່ໄປທົ່ວ ບໍລິເວນຖໍ້າແຫ່ງນີ້ ຈຶ່ງເຮັດໃຫ້ອາ ກາດມີຄວາມຊຸ່ມຊື່ນດີ ໂດຍມີ ສາຍລົມເຢັນພັດຜ່ານມາຕະຫຼອດ ເວລາພາໃຫ້ຈິດໃຈສົດຊື່ນແຈ່ມໃສ ໄປດ້ວຍບັນຍາກາດຂອງສິ່ງແວດ ລ້ອມ ແລະທໍາມະຊາດແຫ່ງນີ້ຕະຫຼອດເວລາເໝາະແກ່ການທີ່ມາ ທ່ຽວຊົມ ແລະພັກຜ່ອນຢ່ອນໃຈ ຫຼື ກິນເຂົ້າປ່າສາມັກຄີກັນ.

ດ້ວຍຄວາມງາມແບບທຳມະຊາດສ້າງຂຶ້ນ ໂດຍບໍ່ມີຜູ້ໃດປັ້ນ ແຕ່ງ ໂດຍສະເພາະກໍ່ແມ່ນຄວາມ ງົດງາມຂອງຫີນງອກທີ່ມີນໍ້າຍ້ອຍ ໄຫຼຜ່ານຫຼາຍພັນປີລວມທັງຫີນ ຍ້ອຍນອກຈາກນີ້,ພາຍໃນຖໍ້າດັ່ງ ກ່າວກໍ່ມີມົນສະເໜ່ດຶງດູດໃຈອັນບໍ່ພຽງແຕ່ມີຫີນງອກທີ່ງົດງາມ ແລ້ວຍັງມີທັດສະນິຍະພາບອັນໜ້າ ປະທັບໃຈທັງໝົດເຫຼົ່ານີ້ລ້ວນແຕ່ ເປັນສິ່ງທີ່ສາມາດສ້າງຄວາມປະທັບໃຈໃຫ້ກັບຜູ້ທີ່ໄດ້ພົບເຫັນຫຼາຍ ສົມຄວນບໍ່ວ່າຈະເປັນນັກທ່ອງ ທ່ຽວທັງພາຍໃນ ແລະຕ່າງປະເທດ ທີ່ພາກັນມາທ່ອງແຕ່ລະປີ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ   ນອກນັ້ນພາຍໃນປາກຖໍ້ານັ້ນມີຫີນສີເຫຼືອງເບີ່ງແລ້ວກໍ່ຄ້າຍໆຄືກັບໂຕສິງນັ່ງຍາມຢູ່ຕາມປະຕູທາງເຂົ້າຖ້າທ່ານໃດມີຄວາມສົນຈົນໃຈສາມາດໄປສຳພັດດ້ວຍຕົນເອງໄດ້ເລີຍ.

ສະໜັບສະໜຸນໂດຍ: HONDA

------------------

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444