ແລ່ນຮາບມາຣາທອນທີ່ຫຼວງພະບາງ ມີຜູ້ເຂົ້າຮ່ວມພັນກວ່າຄົນ

  ວັນທີ 20 ຕຸລາ ຜ່ານມາໂຮງໝໍເພື່ອນລາວສຳລັບເດັກແຂວງຫຼວງພະບາງໄດ້ຈັດງານແລ່ນຫຼວງພະບາງຮາບມາຣາທອນ ໂດຍມີນັກແລ່ນຈາກພາຍໃນປະເທດ ແລະຕ່າງປະເທດເຂົ້າຮ່ວມຫຼາຍກວ່າ 1.000 ຄົນ.

ການແລ່ນຫຼວງພະບາງຮາບມາຣາທອນ ທີ່ໂຮງໝໍເພື່ອນລາວ ສຳລັບເດັກປະຈຳແຂວງຫຼວງພະບາງ ຈັດຂຶ້ນເພື່ອປຸກລະດົມທຸກ ຄົນໃນສັງຄົມນັບທັງແຂກພາຍໃນ ແລະຕ່າງປະເທດມີສ່ວນຮ່ວມສົມ ທົບທຶນໃນການຈັດຊື້ອຸປະກອນ ການແພດ ແລະພັດທະນາໂຮງໝໍ ເພື່ອນລາວສຳລັບເດັກໃນແຂວງຫຼວງພະບາງ  ແລະສົມທົບທຶນຊ່ວຍຜູ້ປະສົບໄພນໍ້າຖ້ວມໃນລະດູຝົນປີນີ້ ໂດຍສະເພາະແມ່ນບັນດາແຂວງ ພາກໃຕ້ຂອງລາວ, ໂດຍຜູ້ເຂົ້າຮ່ວມ ຕ້ອງລົງທະບຽນເປັນເງິນ ຊຶ່ງລາຍ ໄດ້ທັງໝົດຈະມອບເຂົ້າໃນກອງທຶນພັດທະນາຂອງໂຮງໝໍເພື່ອນ ລາວສຳລັບເດັກທັງໝົດ.

   ສະໜັບສະໜຸນໂດຍ: HONDA

ສຳລັບການແລ່ນຫຼວງພະບາງ ຮາບມາຣາທອນໃນປີນີ້ຜູ້ເຂົ້າຮ່ວມ ໄດ້ແລ່ນອ້ອມຮອບເທສະບານ ແຂວງຫຼວງພະບາງ ປະກອບມີ 3 ຮຸ່ນຄື: 7 ກິໂລແມັດ, 14 ກິ ໂລແມັດ  ແລະ21 ກິໂລແມັດ, ໂດຍ ເລີ່ມຈາກໜ້າຫໍພິພິທະພັນແຫ່ງ ຊາດຫຼວງພະບາງ ອ້ອມຮອບເທ ສະບານນະຄອນຫຼວງພະບາງ ແລ້ວເຂົ້າເສັ້ນໄຊຢູ່ຈຸດເລີ່ມຕົ້ນຄືເກົ່າ, ສຳລັບຜູ້ຊະນະໄດ້ຮັບເຄື່ອງທີ່ລະ ນຶກ ໂດຍແມ່ນທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງ ພະບາງພ້ອມດ້ວຍການນຳຂອງ  ແຂວງ ແລະໂຮງໝໍເພື່ອນລາວ ສຳລັບເດັກເປັນຜູ້ຂຶຶ້ນມອບຢ່າງສົມກຽດ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

ສຳລັບປີນີ້ໄດ້ຈັດກິດຈະກຳ ແລ່ນກ່ອນໜ້ານີ້ນັບແຕ່ວັນທີ່ 15 ຫາ 18 ຕຸລາ ໂດຍນັກແລ່ນກຸ່ມໜຶ່ງ ມີຄວາມມຸ່ງໝັ້ນໃນການແລ່ນ ແລະ ເຕັມໃຈທີ່ຈະຮັບພາລະກິດແລ່ນແຕ່ ນະຄອນຫຼວງວຽງຈັນ ຫາຫຼວງພະບາງ ໄລຍະທາງ 385 ກິໂລແມັດເພື່ອລະດົມທຶນຊ່ວຍໂຮງໝໍເພື່ອນ ລາວສຳລັບເດັກໃນແຂວງຫຼວງພະ ບາງ  ແລະຊ່ວຍຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງພາກໃຕ້ຂອງລາວ ແລະ ຈະສືບຕໍ່ລະດົມທຶນໄປຈົນຮອດວັນ ທີ 30 ຕຸລາ 2019.

 -----------------

 ໜັງສືພິມເສດຖະກິດ-ສັງຄົມ