ເຂົ້າໄຮ່ເກືອບ 500 ເຮັກຕາ ຢູ່ເມືອງພູຄູນເສຍຫາຍ້ອນໄພແຫ້ງແລ້ງ

 ວັນທີ 20 ຕຸລາຜ່ານມາທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນ ແຂວງຫຼວງພະບາງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂອງເມືອງໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະໂອ້ລົມປະຊາຊົນຢູ່ບ້ານສວນໝາກ ແລະ ບ້ານນໍ້າສວນພາຍຫຼັງທີ່ 2 ບ້ານ ດັ່ງກ່າວໄດ້ຮັບຜົນກະທົບຢ່າງໜັກຈາກໄພແຫ້ງແລ້ງ.

   ໃນການລົງຢ້ຽມຢາມປະຊາຊົນຄັ້ງນີ້ທ່ານເຈົ້າເມືອງພ້ອມດ້ວຍຄະນະໄດ້ລົງພື້ນທີ່ເພື່ອຕິດຕາມກວດກາຜົນຜະລິດຂອງປະຊາຊົນທີ່ໄດ້ຮັບຄວາມເສຍຫາຍຈາກໄພແຫ້ງ ແລ້ງເປັນຕົ້ນແມ່ນ: ໄຮ່ເຂົ້າ, ສວນສາລີ ແລະ ພືດກະສີກຳອື່ນໆ ໃນນີ້ບ້ານສວນໝາກມີເນື້ອທີໄຮ່ເຂົ້າທີ່ໄດ້ຮັບຄວາມເສຍຫາຍຈຳນວນ 70,5 ເຮັກຕາ, ເນື້ອທີ່ສວນໝາກເຜັດ 38,4 ເຮັກຕາ ມີປະຊາຊົນໄດ້ຮັບຜົນກະທົບຈຳນວນ 110 ຄອບຄົວ ແລະບ້ານນໍ້າສວນມີເນື້ອທີ່ໄຮ່ເຂົ້າທີ່ໄດ້ຮັບຄວາມເສຍຫາຍ 31,9 ເຮັກຕາ.

  ປະຈຸບັນທົ່ວເມືອງມີປະຊາຊົນໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງທັງໝົດຈຳນວນ 17 ບ້ານ, ມີ 877 ຄອບຄົວ ເນື້ອທ່ີໄຮ່ເຂົ້າເສຍຫາຍຈໍານວນ 478,7 ເຮັກຕາ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

  ໂອກາດນີ້ ທ່ານ ວຽງທອງ ຫັດສະຈັນ ໄດ້ມີຄຳເຫັນຊີ້ນຳໃຫ້ຂະແໜງການທີ່ກ່ຽວຂ້ອງໃຫ້ການຊ່ວຍເຫຼືອພ້ອມນັ້ນກໍ່ຕ້ອງຫາວິທີແກ້ໄຂ, ຊຸກຍູ້ສົ່ງເສີມໃຫ້ປະຊາຊົນປູກພືດລະດູແລ້ງທົດແທນຜົນຜະລິດທີ່ເສຍຫາຍພ້ອມນັ້ນທ່ານກໍ່ໄດ້ມອບເຂົ້າສານ, ເຄື່ອງນຸ່ງຫົ່ມຈຳນວນໜຶ່ງໃຫ້ປະຊາຊົນຕື່ມອີກ.

ສະໜັບສະໜຸນໂດຍ: HONDA

_________

ຂຽນໂດຍ. ສາຄອນ ກິນດາວົງ.

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444