ລາວສຳເລັດລົງນາມຂໍ້ກຳນົດເງື່ອນໄຂສຸຂະນາໄມພືດເພື່ອສົ່ງອອກມັນດ້າງໄປຈີນ

  ວັນທີ 18 ຕຸລາທີ່ປັກກິ່ງ ສປ ຈີນ ໄດ້ມີກອງປະຊຸມພົບປະສອງຝ່າຍລະຫວ່າງຄະນະຜູ້ແທນກະຊວງກະສິກຳ ແລະປ່າໄມ້ແຫ່ງ ສປປ ລາວ ນຳໂດຍ ທ່ານ ພວງປາຣິສັກ ປຣະວົງວຽງຄຳ, ຮອງລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ແລະຄະນະຜູ້ແທນອົງການຄຸ້ມຄອງບໍລິຫານພາສີແຫ່ງ ສປ ຈີນ ນຳໂດຍທ່ານ HAN Sen ຮອງຫົວໜ້າອົງ ການຄຸ້ມຄອງບໍລິຫານພາສີແຫ່ງ ສປ ຈີນ (GACC) ເພືີ່ອທົບທວນຄືນການ ຈັດຕັັ້ງຜັນຂະຫຍາຍບົດບັນທຶກຄວາມຊົງຈຳ (MOU) ວ່າດ້ວຍການຮ່ວມມື ດ້ານວຽກງານກັກກັນພືດ-ສັດ ແລະ ຄວາມປອດໄພດ້ານອາຫານທີ່ໄດ້ລົງນາມ ຮ່ວມກັນໃນໄລຍະຜ່ານມາ ໂດຍສະເພາະແມ່ນມາດຖານສິນຄ້າກະສິກຳຂອງ ສປປ ລາວ ທີ່ຈະສົ່ງອອກໄປ ສປ ຈີນ.

  ໄລຍະກາງປີ 2019 ຜ່ານມານີ້ທັງສອງຝ່າຍໄດ້ປະສານສົມທົບກັນກະກຽມຂໍ້ກຳນົດເງື່ອນໄຂສຸຂະນາໄມພືດສໍາລັບການສົ່ງອອກມັນດ້າງຈາກ ສປປ ລາວ ໄປ ສປ ຈີນ ຕາມຂັ້ນຕອນວິຊາການ ແລະສຳເລັດການເຈລະຈາດ້ານເຕັກນິກວິຊາການ, ສະນັ້ນ, ໃນລະຫວ່າງການປະຊຸມສອງຝ່າຍໃນຄັ້ງນີ້ຈິ່ງໄດ້ຈັດພິທີລົງນາມຂໍ້ກຳນົດເງື່ອນໄຂສຸຂະນາໄມພືດດັ່ງກ່າວນີ້ຂຶ້ນໂດຍແມ່ນທ່ານ ປອ ພວງປາຣິສັກ ປຣະວົງວຽງຄຳ, ຮອງລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ເປັນຜູ້ລົງນາມຕາງໜ້າກະຊວງກະສິກຳ ແລະປ່າໄມ້ແຫ່ງ ສປປ ລາວ ຮ່ວມກັບທ່ານ HAN Sen ຮອງຫົວໜ້າອົງການຄຸ້ມຄອງບໍລິຫານພາສີແຫ່ງ ສປ ຈີນ (GACC).

  ຜ່ານມາ ສປປ ລາວ ໄດ້ສຳເລັດການລົງນາມຂໍ້ກຳນົດດ້ານສຸຂະນາໄມພືດ-ສັດ (Protocol) ສໍາລັບ 6 ຊະນິດຄື: ສາລີແຂງ, ໝາກກ້ວຍ, ມັນຕົ້ນ, ໝາກໂມ, ເຂົ້າ ສານ ແລະຂໍ້ກຳນົດດ້ານສຸຂະນາໄມກ່ຽວກັບການກັກກັນ ແລະກວດກາສຸຂະພາບສັດໃຫຍ່ (ງົວ) ທີ່ຈະສົ່ງອອກຈາກ ສປປ ລາວ ໄປຍັງ ສປ ຈີນ ໃນຊຸມປີຕໍ່ໜ້ານີ້, ທັງ ສອງຝ່າຍຈະຕ້ອງໄດ້ສືບຕໍ່ສຸມໃສ່ໃຫ້ສໍາເລັດການເຈລະຈາ ແລະ ເຊັນຂໍ້ກຳນົດດ້ານສຸຂະນາໄມອີກ 23 ພືດເພື່ອສົ່ງອອກໄປຍັງ ສປ ຈີນ.

ສະໜັບສະໜຸນໂດຍ: HONDA

ຂໍ້ກຳນົດເງື່ອນໄຂດ້ານສຸຂະນາໄມພືດ-ສັດ ນີ້ແມ່ນເປັນສິ່ງອຳນວຍຄວາມສະດວກອັນຈຳເປັນຫຼາຍໃນການຮັບໃຊ້ວຽກງານດ້ານການຄ້າກະສິກຳລະຫວ່າງປະເທດ, ພາກພື້ນ ແລະສາກົນ, ຊຶ່ງຕິດ ພັນໂດຍກົງຕໍ່ການປະຕິບັດຕາມມາດ ຖານຄວາມປອດໄພ, ຄຸນນະພາບຂອງອາ ຫານ-ສິນຄ້າ, ມາດຖານສຸຂະນາໄມພືດ-ສັດຂອງອົງການໆຄ້າໂລກ(WTO/SPS). ນອກນີ້, ຍັງເປັນການຊຸກຍູ້ສົ່ງ ເສີມການຜະລິດກະສິກຳເປັນສິນຄ້າຕາມ ຂອບຂອງໂຄງການສົ່ງເສີມການຜະລິດສິນຄ້າ ແລະການຄໍ້າປະກັນສະບຽງອາຫານແຫ່ງຊາດໂດຍສະເພາະແມ່ນການສົ່ງເສີມການຜະລິດກະສິກຳພາຍໃນໃຫ້ຂະຫຍາຍຕົວຢ່າງແຂງແຮງກ່ວາເກົ່າໂດຍການເພີ່ມ ແລະ ຍົກລະດັບຄວາມອາດສາມາດແຂ່ງຂັນໄດ້ບົນພື້ນຖານເນັ້ນໃສ່ເຮັດກະສິກຳສະອາດ, ເປັນມິດຕໍ່ສິ່ງແວດລ້ອມ ແລະ ທີ່່ຍືນຍົງຕາມຈຸດພິເສດທ່າແຮງ ແລະຊັບພະຍາກອນທຳມະຊາດຂອງ ສປປ ລາວ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

_____________

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444