ທີເຄໄອ ຕັ້ງເປົ້າເປັນບໍລິສັດປະກັນໄພຊັ້ນນຳຢູ່ລາວ

  ບໍລິສັດທີເຄໄອປະກັນຊີວິດຈຳກັດ ແລະບໍລິສັດທີເຄໄອປະກັນໄພທົ່ວໄປຈໍາກັດ (TKI) ມີສໍານັກງານໃຫຍ່ຕັ້ງຢູ່ຊັ້ນ 4, ຕຶກດິໄອຄອນນິກ ບ້ານໂພນໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຊຶ່ງເປັນບໍລິສັດປະກັນໄພທີ່ສ້າງຂຶ້ນເພື່ອໃຫ້ບໍລິການລູກຄ້າຢູ່ລາວ ແລະ ສ້າງຕັ້ງຂຶ້ນດ້ວຍການຮ່ວມທຶນລະຫວ່າງນັກທຸລະກິດລາວ-ໄທ ກໍ່ຄືບໍລິສັດ TKI ກຣຸບ ຈຳກັດ,ບໍລິສັດນະວະກິດປະກັນໄພ ຈຳກັດ (ມະຫາຊົນ),ບໍລິສັດຟາຄອນປະກັນໄພຈຳກັດ (ມະຫາຊົນ) ແລະບໍລິສັດໄທຣີ ປະກັນຊີວິດຈຳກັດ(ມະຫາຊົນ).

  ທ່ານ ໄຊໂຣດ ກັນລະຍານະລາບ ອໍານວຍການບໍລິສັດດັ່ງກ່າວໄດ້ແຈ້ງໃຫ້ຜູ້ສື່ຂ່າວພວກເຮົາວ່າ: ໃນປະຈຸບັນເຖິງວ່າຢູ່ ສປປ ລາວ ຈະມີບໍລິສັດປະກັນໄພເກີດຂຶ້ນເປັນຈຳນວນຫຼາຍ, ແຕ່ບໍລິສັດ TKI ປະກັນໄພຍັງໄດ້ຕັ້ງເປົ້າ ແລະມີວິໄສທັດທີ່ຈະກ້າວຂຶ້ນເປັນບໍລິສັດ ປະກັນໄພຊັ້ນນໍາຢູ່ລາວໃນອະນາຄົດ ໂດຍເນັ້ນໃສ່ການບໍລິການເປັນເລີດໂດຍສະເພາະການໃຫ້ຂໍ້ມູນ, ການແກ້ໄຂເຫດ ແລະການຈ່າຍສິນຕອບແທນໃຫ້ແກ່ລູກຄ້າໃຫ້ມີຄວາມສະດວກ, ວ່ອງໄວ ແລະທັນໃຈ; ສືບຕໍ່ພັດທະນາລະບົບ ແລະຂອດການບໍລິການເພື່ອສ້າງຄວາມເພິ່ງພໍໃຈໃຫ້ລູກຄ້າ.

ທ່ານ ໄຊໂຣດ ກັນລະຍານະລາບ ໄດ້ຢືນຢັນວ່າ: ບໍລິສັດ TKI ປະກັນໄພດຳເນີນທຸລະກິດທັງດ້ານປະກັນຊີວິດ ແລະປະກັນໄພທົ່ວໄປສາມາດຕອບສະໜອງໄດ້ທຸກຄວາມຕ້ອງການຂອງລູກຄ້າ; ອັນໂດ່ດເດັ່ນໃນຜະລິດຕະພັນຂອງບໍລິສັດ TKI ປະກັນຊີວິດ ຈຳກັດ ປະກອບມີ 2 ແບບຄື: ປະກັນໄພກຸ່ມ ແລະປະກັນຊີວິດລາຍດ່ຽວໂດຍລາຍດ່ຽວປະກອບມີ 3 ກຸ່ມຫຼັກຄື: ແບບອອມຊັບ, ແບບຄຸ້ມຄອງ ແລະແບບບໍານານ ນອກນີ້, ຍັງມີແບບສັນຍາເພີ່ມຕື່ມໄດ້ແກ່ປະກັນໄພອຸປະຕິເຫດແບບ AI, ADD ແລະ ADB, ຄ່າປິ່ນປົວຈາກອຸປະຕິເຫດແບບ ME, ປະກັນໄພໂລກມະເຮັງ (CA), ການປະກັນສຸຂະພາບແບບເບິ່ງແຍງກໍລະນີພິເສດ (SC) ແລະຄ່າປິ່ນປົວລາຍວັນ (HB ) ແລະຈະມີການພັດທະນາຜະລິດຕະພັນອື່ນໆເພີ່ມຕື່ມອີກເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

  ໃນຂະນະດຽວກັນນັ້ນ; ຜະລິດຕະພັນຂອງບໍລິສັດ TKI ປະກັນໄພທົ່ວໄປຈຳກັດໄດ້ປະກອບມີປະກັນໄພພາຫະນະ, ທີ່ຢູ່ອາໄສ, ທຸລະກິດຂະໜາດນ້ອຍ, ຄວາມຮັບ ຜິດຊອບຕາມກົດໝາຍຕໍ່ບຸກຄົນພາຍນອກ, ອຸປະຕິເຫດຕາມຖະໜົນ, ອັກຄີໄພ, ອຸປະຕິເຫດຈາກກໍ່ສ້າງ, ອຸປະຕິເຫດສ່ວນ ບຸນຄົນ, ສໍາລັບເງິນ, ອຸປະຕິເຫດສິນເຊື່ອສ່ວນບຸກຄົນ, ສໍາລັບແວ່ນແກ້ວ, ເຄື່ອງຈັກ, ຂົນສົ່ງພາຍໃນປະເທດ, ສ່ຽງໄພຊັບສິນຄວາມຮັບຜິດຊອບຂອງຜູ້ຂົນສົ່ງ, ການສ່ຽງໄພທຸກຊະນິດ, ປະກັນໄພເຄື່ອງມື ແລະເຄື່ອງຈັກຂອງຜູ້ຮັບເໝົາ.

ສະໜັບສະໜຸນໂດຍ: HONDA

ໃນການດຳເນີນທຸລະກິດຜ່ານມີບໍລິສັດ TKI ໄດ້ມີການຕອບຮັບເປັນຢ່າງດີຈາກລູກຄ້າແລະສັງຄົມຊຶ່ງເຫັນໄດ້ວ່າໃນປະຈຸບັນຖານລູກຄ້າເພີ່ມຂຶ້ນຫຼາຍກວ່າ 50%; ຜະ ລິດຕະພັນທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດກໍ່ມີການປະກັນຊີວິດແບບ ຄວາມຄຸ້ມຄອງໄລຍະຍາວ ໂດຍຈຸດເດັນ ຄື: ລູກຄ້າບໍ່ຈຳເປັນຕ້ອງຈ່າຍເງິນກ້ອນໃຫຍ່ແຕ່ກໍ່ສາມາດສະສົມໄດ້ຍາວນານ ແລະປະກັນໄພພາຫະນະປະເພດໜຶ່ງ, ປະເພດ 3+ ຫຼື 3++ ມີຈຸດເດັ່ນຄືໃຫ້ ຄວາມຄຸ້ມຄອງຮອດປະເທດໄທ ຊຶ່ງຄຸ້ມຄອງຄືກັນກັບຢູ່ລາວ ແລະຮອງລົງມາປະກັນໄພທີ່ລູກຄ້ານິຍົມແມ່ນປະກັນໄພອັກຄີໄພ ແລະ ໃນແຜນໄລຍະຍາວຂອງບໍລິສັດ TKI ແມ່ນຈະເປີດສາຂາຢູ່ທີ່ແຂວງຈໍາປາສັກຫຼວງພະບາງ ແລະ ແຂວງສະຫວັນນະເຂດໃຫ້ສໍາເລັດພາຍໃນ 5 ປີ.

________________

ຂຽນໂດຍຣັດສະໝີ ດວງສັດຈະ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444