ລາວ-ຈີນ ຮ່ວມສ້າງຄວາມເຂັ້ມແຂງທຸລະກິດທ່ອງທ່ຽວ

   ເພື່ອເປັນການສ້າງກິດຈະກຳຕ້ອນຮັບປີທ່ອງທ່ຽວລາວ-ຈີນ 2019, ສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ(ສຄອຊ) ແລະ ຫ້ອງການຜູ້ຕາງໜ້າວິສາຫະກິດແຂວງຢຸນນານ ປະຈໍາລາວ, ໄດ້ຈັດກອງປະຊຸມສົ່ງເສີມການຮ່ວມມື ທຸລະກິດທ່ອງທ່ຽວ ລາວ-ຈີນ (ຢຸນ ນານ) ຂຶ້ນໃນວັນທີ 22 ຕຸລາ 2019, ໂດຍການເປັນປະທານຂອງທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ,ມີທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສຄອຊທ່ານ ພູຢາງຮອງຫົວໜ້າຫ້ອງການວິສາຫະກິດ ແຂວງຢຸນນານ, ທ່ານ ໄຊຊະນະ ສິດທິພອນ ກົວໜ້າຫ້ອງການຄະນະກຳມະທິການຮ່ວມມືລາວ-ຈີນ, ພ້ອມນັ້ນກໍມີຜູ້ ປະກອ ບການທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມ.

ທ່ານ ອຸ່ນທວງ ຂາວພັນ ກ່າວວ່າ: ໄລຍະທີ່ຜ່ານມາລັດຖະບານໄດ້ເອົາໃຈໃສ່ການປະຕິບັດຕາມນະໂຍບາຍໜຶ່ງແລວທາງໜຶ່ງເສັ້ນທາງເພື່ອເຮັດໃຫ້ປະເທດລາວປ່ຽນຈາກ Lan d lock ເປັນ Land link ໂດຍໄດ້ມີການສ້າງທາງລົດໄຟຄວາມໄວສູງລາວ-ຈີນ ຈາກແຂວງຢຸນນານ-ນະຄອນຫຼວງວຽງຈັນຍາວປະມານ 400 ກວ່າກິໂລ ແມັດ ແລະຈະໃຫ້ສຳເລັດໃນປີ 2021, ພ້ອມດຽວກັນນັ້ນກໍໄດ້ປັບປຸງເສັ້ນທາງຕ່າງໆເປັນຕົ້ນເສັ້ນທາງຕາມແລວເສດຖະກິດເພື່ອອໍານວຍຄວາມສະດວກໃນການໄປມາ ຫາສູ່ລະຫວ່າງລາວ-ຈີນ ແລະເຊື່ອມຕໍ່ກັບບັນດາປະເທດອ້ອມຂ້າງທີ່ຈະເປັນຜົນດີຕໍ່ກັບດ້ານການທ່ອງທ່ຽວ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

  ທ່ານ ອຸ່ນທວງ ຂາວພັນ ຍັງໃຫ້ຮູ້ອີກວ່າ: ລາວເປັນປະເທດທີ່ມີຈຸດທີ່ຕັ້ງຍຸດທະສາດເປັນຈຸດໃຈກາງເຊື່ອມຕໍ່ຈີນ ແລະ ອາຊຽນພ້ອມນັ້ນດ້ານຊັບພະຍາກອນທຳມະ ຊາດຍັງມີຄວາມອຸດົມສົມບູນ, ມີຫຼາຍຂະແໜງການທີ່ເປັນທ່າແຮງໂດຍສະເພາະຂະແໜງການທ່ອງທ່ຽວທີ່ມີຫຼາຍສະຖານທີ່ທີມີຄວາມສວຍງາມດ້ານທິວທັດ, ວັດທະ ນະທຳ, ມີເອກະລັກພົ້ນເດັ່ນສະເພາະແລະມີບາງແຫ່ງໄດ້ ກາຍເປັນມໍລະດົກໂລກເປັນຕົ້ນນະຄອນຫຼວງພະບາງ,ທົ່ງໄຫຫີນ, ວັດພູຈຳປາສັກ ແລະສະຖານທີ່ທ່ອງທ່ຽວອື່ນໆ, ສ່ວນແຂວງຢຸນນານກໍເປັນແຂວງທີ່ມີຊື່ສຽງໃນແຖວໜ້າຂອງ ສປ ຈີນ ໃນຂະແໜງການທ່ອງທ່ຽວຕົ້ນຕໍປ່າຫີນ, ຈິວຊຽງ ແລະສະຖານທີ່ທ່ອງທ່ຽວຕ່າງໆ ທີ່ຕ້າຫຼີ, ລີ້ຈ່ຽງ, ຊຽງກະລີລາ, ດັ່ງນັ້ນກອງປະຊຸມເທື່ອນີ້ຈຶ່ງເປັນການພົບປະຫາລື ເພື່ອຊອກຫາຊ່ອງທາງໃນການຮ່ວມມືກັນ, ຮ່ວມກັນຊອກວິທີທາງໃນການແກ້ໄຂບັນ ຫາ ແລະສິ່ງກີດຂວາງຕ່າງໆໃນຂະແໜງທ່ອງທ່ຽວລາວ-ຈີນ ເພື່ອໃຫ້ມີການຮ່ວມມືກັນຢ່າງແທ້ຈິງ ແລະໃຫ້ໄດ້ຮັບປະໂຫຍດທັງພາກທຸລະກິດທັງສອງຝ່າຍ, ລວມໄປເຖິງປະຊາຊົນບັນດາເຜົ່າຂອງທັງສອງຊາດ.

   ສະໜັບສະໜຸນໂດຍ: HONDA

  ທ່ານ ພູຢາງ ກ່າວວ່າ: ໜຶ່ງສ່ວນສີ່ຂອງນັກທ່ອງທ່ຽວຊາວຈີນທີ່ເຂົ້າມາລາວແມ່ນເພື່ອມາສຶກສາຊອງທາງໃນການດຳເນີນທຸລະກິດ ແລະຄວບຄູ່ກັບການມາທ່ອງທ່ຽວ, ດັ່ງນັ້ນຈຶ່ງເປັນການດີຫາກກອງປະຊຸມຄັ້ງນີ້ສາມາດປຶກສາຫາລື ແລະຫາທາງອອກໄດ້ຕໍ່ກັບວຽກງານການຄ້າ, ການລົງທຶນ ແລະທ່ອງທ່ຽວ, ໂດຍປັບໃຫ້ທັງ 3 ດ້ານໄປໃນທິດທາງດຽວຄືການອອກແບບເສັ້ນທາງການທ່ອງທ່ຽວທີ່ມີເປົ້າໝາຍຢ່າງຖືກຕ້ອງຊຶ່ງຖືເປັນອີກຮູບແບບໜຶ່ງເພື່ອເຮັດໃຫ້ການຮ່ວມມືຂອງສອງຝ່າຍເກີດຜົນປະ ໂຫຍດສູງສຸດ, ສະນັ້ນບັນດາພາກທຸລະກິດຂອງສອງຝ່າຍຈະຕ້ອງໄດ້ຮ່ວມມືກັນແນໃສ່ສ້າງຄວາມເຂັ້ມແຂງໃນອະນາຄົດໂດຍສະເພາະການສ້າງເສັ້ນທາງການທ່ອງທ່ຽວທີ່ເໝາະສົມກັບນັກທ່ອງທ່ຽວຂອງຈີນກໍຄືຜູ້ທີ່ຈະເຂົ້າມາລົງທຶນໃນລາວ, ລວມທັງຖານຂໍ້ມູນກໍຕ້ອງຄົບຖ້ວນເຊັ່ນກັນ.

_________

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444