ລະມາມຈະສູ້ຊົນເກັບລາຍຮັບໃຫ້ບັນລຸແຜນ

  ປີ 2019 ເມືອງລະມາມ ແຂວງເຊກອງໄດ້ຮັບມອບໝາຍໃຫ້ຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານແຫ່ງລັດທັງໝົດ 4,49 ຕື້ກີບ ມາຮອດປະຈຸບັນສາມາດຈັດເກັບໄດ້ແລ້ວ 3,2 ຕື້ກີບ ເທົ່າກັບ 74,4% ຂອງແຜນການປີສ່ວນເວລາທີ່ເຫຼືອອີກ 3 ເດືອນທ້າຍປີເມືອງຈະຕ້ອງສຸມທຸກກໍາລັງແຮງເພື່ອເກັບລາຍຮັບໃຫ້ບັນລຸເປົ້າ ໝາຍແຜນການທີ່ວາງໄວ້.

  ທ່ານ ນາງ ສຸກມະນີ ໄຊຍະວົງຄໍາດີ ຫົວໜ້າຫ້ອງການໆເງິນເມືອງລະມາມໃຫ້ສຳພາດວ່າ: ໃນປີ 2019 ເມືອງລະມາມໄດ້ຮັບຕົວເລກແຜນການເກັບລາຍຮັບເຂົ້າງົບປະມານທັງໝົດ 35,7 ຕື້ກີບ, ໃນນັ້ນມີລາຍຮັບຈາກການດຸ່ນ ດ່ຽງຂອງແຂວງ 31,2 ຕື້ກີບ ແລະລາຍຮັບພາຍໃນເມືອງ 4,49 ຕື້ກີບ ຜ່ານການປະຕິບັດມາຮອດວັນທີ 18 ຕຸລາ 2019 ລາຍຮັບພາຍໃນເມືອງສາ ມາດປະຕິບັດໄດ້ 3,2 ຕື້ກີບ ເທົ່າກັບ 74,4% ຂອງແຜນການປີ, ໃນນີ້ມີລາຍ ຮັບຈາກສ່ວຍສາອາກອນ 2,3 ຕື້ກີບ ເທົ່າກັບ 71,3%; ລາຍຮັບຄ່າທໍານຽມ-ຄ່າບໍລິການ 182 ລ້ານກີບ ເທົ່າກັບ 75,5%; ລາຍຮັບທີ່ດິນ 323 ລ້ານ ກວ່າກີບ ເທົ່າກັບ 53,9% ແລະລາຍຮັບຊັບສິນ 383 ລ້ານກວ່າກີບ ເທົ່າກັບ 85%.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

 ໂດຍລວມແລ້ວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຢູ່ພາຍໃນເມືອງລະມາມແມ່ນບໍ່ສາມາດບັນລຸໄດ້ຕາມແຜນການທີ່ວາງໄວ້, ທັງນີ້ກໍເນື່ອງຈາກວ່າຖານຂໍ້ມູນລາຍຮັບບໍ່ທັນລະອຽດຊັດເຈນໂດຍສະເພາະຂໍ້ມູນຈໍານວນຕອນດິນ, ບັນດາຂະແໜງການທີ່ມີລາຍຮັບຍັງບໍ່ທັນເປັນເຈົ້າການໃນການປະຕິບັດລະບຽບ, ກົດໝາຍກ່ຽວກັບງົບປະມານການເງິນເຮັດໃຫ້ລາຍຮັບມີການຮົ່ວໄຫຼ ແລະພະນັກງານວິຊາການຈໍານວນໜຶ່ງຍັງບໍ່ທັນເປັນເຈົ້າການເທົ່າທີ່ຄວນຕໍ່ຄວາມຮັບຜິດຊອບວຽກງານສະແດງອອ ກການເກັບອາກອນແມ່ນຊັກຊ້າຈົນເຮັດໃຫ້ມີໜີ້ສິນຄຸມເຄືອ, ແກ່ຍາວ ແລະກ້າວໄປເຖິງໜີ້ທວງຍາກ.

ສ່ວນການຈັດຕັ້ງປະຕິບັດແຜນລາຍຈ່າຍມາຮອດປະຈຸບັນປະຕິບັດໄດ້ 70% ເທົ່າກັບ 25 ຕື້ກວ່າກີບ, ໃນນີ້ມີຈ່າຍເງິນເດືອນ16 ຕື້ກວ່າກີບ; ເງິນລົງທຶນ 4,4 ຕື້ກີບ; ເງິນອຸດໜູນ 1,8 ຕື້ກີບ; ເງິນບໍລິຫານ 1,6 ຕື້ກີບ; ເງິນດັດສົມສົ່ງເສີມ 655 ລ້ານກວ່າກີບ, ຄ່າທໍານຽມ-ບໍລິການ 136 ລ້ານກວ່າກີບ ແລະຈ່າຍເງິນແຮບັງເອີນ 68 ລ້ານກວ້າກີບ.

ສະໜັບສະໜຸນໂດຍ: HONDA

  ຢ່າງໃດກໍຕາມໃນ 3 ເດືອນທ້າຍປີ, ເມືອງຈະຕ້ອງສຸມໃສ່ປຸກລະດົມທຸກພາກສ່ວນທີ່ມີພັນທະ ແລະ ໜ້າທີ່ຂອງຕົນເພື່ອປະກອບພັນທະເຂົ້າງົບປະມານໃຫ້ທັນຕາມກໍານົດເວລາ, ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງພະນັກງານ-ລັດຖະກອນໃນຂະແໜງການເງິນໃຫ້ມີຜົນສໍາເລັດ, ສືບຕໍ່ແກ້ໄຂບໍ່ໃຫ້ເກີດບັນຫາແກ່ຍາວ, ສືບຕໍ່ເລັ່ງທວງຊຸກຍູ້ພາກສ່ວນທີ່ຍັງຄ້າງມອບພັນທະໂດຍສະເພາະພາສີທີ່ດິນ, ຄ່າທໍານຽມ ແລະ ລາຍຮັບວິຊາການ, ປະສານສົມທົບກັບອໍານາດການປົກຄອງແຕ່ລະຂັ້ນເພື່ອໃຫ້ມີສ່ວນຮ່ວມໃນການກະຕຸກຊຸກຍູ້ ແລະມີທິດຊີ້ນໍາໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ໄດ້ຕາມຕົວເລກຕາມແຜນການທີ່ກໍານົດໄວ້ໃຫ້ສໍາເລັດ; ທ່ານ ນາງ ສຸກມະນີ ໄຊຍະວົງຄໍາດີ ກ່າວ.

__________

ຂຽນໂດຍ: ສັນຍາ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444