ພາສີສະຫວັນນະເຂດ-ກວາງຈິສືບຕໍ່ຮ່ວມມືໃນການກວດກາຈຸດດຽວ-ຄັ້ງດຽວ

  ໃນວັນທີ 17 ຕຸລາ 2019 ທີ່ໂຮງແຮມດາວສະຫວັນ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ (ສປປ ລາວ) ໄດ້ຈັດກອງປະຊຸມພົບປະລະຫວ່າງກອງຄຸ້ມຄອງພາສີ VI (ສປປ ລາວ) ແລະກົມພາສີແຂວງກວາງຈິ (ສສ ຫວຽດນາມ) ເພື່ອຕີລາຄາກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດກາຮ່ວມກັນຈຸດດຽວ, ຄັ້ງ ດຽວ (SWI/SSI) ທີ່ດ່ານສາກົນແດນສະຫວັນ (ແຂວງສະຫວັນນະເຂດ) ແລະb ດ່ານລາວບາວb(ແຂວງກວາງຈິ) ຝ່າຍສະຫວັນນະເຂດນຳໂດຍ ທ່ານ ສົມຈິດ ລາຊະວົງ ຮອງຫົວໜ້າກອງຄຸ້ມຄອງພາສີ  VI ເປັນຫົວໜ້າຄະນະ, ຝ່າຍແຂວງກວາງຈິ (ສສ ຫວຽດນາມ) ນຳໂດຍທ່ານ ດິງ ງ໊ອກແທງ ຮອງຫົວໜ້າກົມພາສີແຂວງກວາງຈິເປັນຫົວໜ້າຄະນະ.

ສະໜັບສະໜຸນໂດຍ: HONDA

  ໃນກອງປະຊຸມຄັ້ງນີ້ທັງສອງຝ່າຍໄດ້ພ້ອມກັນທົບທວນຄືນການຈັດຕັ້ງປະຕິບັດວຽກງານຂອງພາສີໃນການກວດກາຈຸດດຽວ, ຄັ້ງດຽວທີ່ໄດ້ປະຕິ ບັດຮ່ວມກັນໃນໄລຍະຜ່ານມາ, ພ້ອມນັ້ນ ກໍ່ໄດ້ທົບທວນຄືນການຈັດຕັ້ງປະຕິບັດ ເນື້ອໃນບົດບັນທຶກລະຫວ່າງພາສີສອງ ຝ່າຍທີ່ໄດ້ຈັດຂຶ້ນທີ່ແຂວງກວາງຈິໃນ ປີ 2018 ທີ່ຜ່ານມາກໍ່ເຫັນວ່າມີຜົນສຳ ເລັດໃນຫຼາຍດ້ານ ຈາກນັ້ນສອງຝ່າຍໄດ້ ເປັນເອກະພາບກັນສືບຕໍ່ຈັດຕັ້ງຜັນຂະ ຫຍາຍຜົນສຳເລັດ ແລະປັບປຸງແກ້ໄຂບັນ ຫາທີ່ຄົງຄ້າງ ດັ່ງນີ້: ສືບຕໍ່ປະສານສົມທົບກັນໃນການຈັດຕັ້ງປະບັດກົນໄກການກວດກາຮ່ວມກັນຈຸດດຽວ, ຄັ້ງດຽວ (SWI/SSI) ທີ່ດ່ານສາກົນແດນສະຫວັນ-ລາວບາວ ໃຫ້ນັບມື້ດີຂຶ້ນ, ສືບຕໍ່ ແລກ ປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິເປັນຕົ້ນ: ບັນດາ ເປົ້າໝາຍຄ້າຂາຍເຖື່ອນ, ການລັກລອບໜີພາສີ, ການຂົນສົ່ງຢາເສບຕິດ ແລະສິນຄ້າ, ເຄື່ອງຂອງປະເພດເກືອດຫ້າມອື່ນໆຕາມຊາຍແດນລະຫວ່າງປະເທດຂອງທັງສອງຝ່າຍ, ຕາງໜ້າກອງຄຸ້ມຄອງພາສີ VI ແມ່ນຫົວໜ້າດ່ານພາສີສາກົນແດນສະຫວັນ ແລະຕາງໜ້າກົມພາສີ ແຂວງກວາງຈິ ແມ່ນຫົວໜ້າດ່ານພາສີລາວບາວ, ນອກຈາກນັ້ນໃນກໍລະນີຮີບດ່ວນເຈົ້າໜ້າທີ່ກ່ຽວຂ້ອງທັງສອງຝ່າຍສາມາດດຳເນີນການທັນທີເພື່ອໃຫ້ທັນກັບສະພາບການ, ອຳນວຍຄວາມສະດວກໃຫ້ແກ່ພາຫະນະ, ຜູ້ໂດຍສານ ແລະສິນຄ້າ, ເຄື່ອງຂອງທີ່ນຳເຂົ້າ-ສົ່ງອອກ ຜ່ານດ່ານຂອງສອງຝ່າຍບົນພື້ນຖານລະ ບຽບກົດໝາຍຂອງແຕ່ລະປະເທດ ກຳນົດໄວ້ ລວມທັງລະບຽບຂອງສາກົນ ແລະພາກພື້ນທີ່ລັດຖະບານຂອງສອງ ປະເທດເປັນພາຄີລວມທັງສັນຍາ ແລະບົດບັນທຶກຊ່ວຍຈຳທີ່ສອງຝ່າຍໄດ້ລົງນາມຮ່ວມກັນ, ສອງຝ່າຍເປັນເອກະພາບນຳສະເໜີກົມພາສີ ສປປ ລາວ ແລະກົມໃຫຍ່ພາສີ ສສ ຫວຽດນາມ ກ່ຽວກັບຂໍ້ຫຍຸ້ງຍາກ ແລະຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດກົນໄກການກວດກາຮ່ວມກັນຈຸດດຽວ,ຄັ້ງດຽວ (SWI/SSI) ໃນໄລຍະຜ່ານມາຄືພິຈາລະນາຄືນບາງເນື້ອໃນຂອງບົດບັນທຶກຊ່ວຍຈຳ (MO U) ທີ່ໄດ້ເຊັນກັນ, ຄັ້ງວັນທີ25 ມີນາ 2005 ລະຫວ່າງລັດຖະບານ ສອງຝ່າຍກ່ຽວກັບການກວດກາສິນຄ້າ ປະເພດໄມ້ ແລະຜະລິດຕະພັນໄມ້ຮ່ວມກັນຢູ່CCA ຂອງປະເທດສົ່ງອອກ, ລັດຖະການພາສີທັງສອງຝ່າຍໄດ້ປະຕິບັດຕາມຂັ້ນຕອນການແຈ້ງພາສີເປັນລາຍລະອຽດແບບເອເລັກໂຕຣນິກຂອງ ແຕ່ລະຝ່າຍ, ບໍ່ຈຳເປັນຕ້ອງໄປດຳ ເນີນ ຂັ້ນຕອນການແຈ້ງພາສີຢູ່ປະເທດນຳເຂົ້າຊຶ່ງຈະເປັນການສິ້ນເປືອງບຸກຄະລາກອນ ແລະງົບປະມານໃນການລົງທຶນກໍ່ສ້າງຫ້ອງການເຮັດວຽກ ແລະຈັດຊື້ອຸປະກອນຮັບໃຊ້ ແລະບັນຫາອື່ນໆ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

ໂອກາດດັ່ງກ່າວທັງສອງຝ່າຍກໍ່ໄດ້ລົງນາມໃສ່ບົດບັນທຶກຊ່ວຍຈຳ (MOU ) ຊຶ່ງຈັດຂຶ້ນທີ່ແຂວງສະຫວັນນະເຂດເພື່ອ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ການຮ່ວມມືຂອງທັງສອງຝ່າຍ.

_____________

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444