ເຊັນບົດບັນທຶກຄວາມເຂົ້າໃຈບໍລິການດ້ານສຸຂະພາບຈະເລີນພັນ ເປັນມິດຕໍ່ໄວລຸ້ນ

 ບໍ່ດົນຜ່ານມານີ້ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ປະຈຳ ສປປ ລາວ ຮ່ວມກັບອົງການ Good Neighbors ເປັນອົງການພັດທະ ນາດ້ານມະນຸດສະທຳສາກົນສ້າງຕັ້ງຂຶ້ນໃນປະເທດ .ເກົາຫຼີ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ(MOU) ເພື່ອຊ່ວຍເຫຼືອວຽກງານສາ ທາລະນະສຸກ ຂອງກະຊວງສາທາ ແລະສູນໄວໜຸ່ມນະຄອນຫຼວງວຽງຈັນ ແລະການບໍລິການດ້ານສຸຂະພາບຈະເລີນພັນ ແລະສຸຂະພາບທາງເພດທີ່ເປັນມິດປິດ ລັບຕໍ່ໄວໜຸ່ມລົົງນາມໂດຍ ທ່ານນາງ ມາ ຣຽມ ຄານ ຕາງຫນ້າອົງການ UNFPA ແລະ ທ່ານ ຢົງກິຊອຍ ຜູ້ຕາງໜ້າ ກູດເນເບີ ປະຈຳລາວ, ມີທ່ານ ດຣ ບຸນໜັກ ໄຊຊະນະສົງຄາມ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການກະຊວງສາທາລະນະສຸກ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະໜັບສະໜຸນໂດຍ: HONDA

  ໂຄງການນີ້ເປັນໂຄງການຮ່ວມມືລະຫວ່າງກະຊວງສາທາລະນະສຸກຮ່ວມກັບ UNFPA, ລັດຖະບານປະເທດ ລຸກຊຳບວກ ແລະບັນດາຄູ່ຮ່ວມພັດທະນາອື່ນໆ ໂດຍໄດ້ຮັບການສະໜັບສະໜູນ ຈາກອົງການ Good Neighbors ໂດຍຈະເລີ່ມຂຶ້ນໃນທ້າຍປີ 2019 ແລະ ຈະມີໄລຍະເວລາ 1 ປີ ຄາດວ່າໄວໜຸ່ມ ແລະເຍົາວະຊົນຫຼາຍກວ່າ 14 ພັນຄົນ ທີ່ອາໄສຢູ່ເມືອງໄຊ, ແຂວງອຸດົມໄຊ, ສາມາດເຂົ້າເຖິງຂໍ້ມູນ ແລະ ການບໍລິການສຸຂະພາບທາງເພດ ແລະ ການຈະເລີນພັນຜ່ານສະຖານທີ່ບໍລິການ ແລະຜ່ານ ຄລີນິກເຄື່ອນທີ່, ພ້ອມທັງຮັບປະກັນໃຫ້ແມ່ຍິງໄວຈະເລີນພັນທຸກຄົນ, ປະຊາຊົນ ແລະຊຸມຊົນຂອງແຂວງດັ່ງກ່າວສາມາດເຂົ້າຮ່ວມກິດຈະກຳ, ໄດ້ຮັບບໍລິການ ແລະຂໍ້ມູນຂ່າວສານທີ່ທົ່ວເຖິງແລະມີ ການຈ້າງງານຂອງແພດຜະດຸງຄັນ.

  ອີງຕາມຜົນການສຳຫຼວດພົນລະເມືອງ ແລະທີ່ຢູ່ອາໄສທົ່ວປະເທດປີ 2015, ມີປະຊາກອນຫຼາຍກວ່າ 20 ແສນຄົນທີ່ອາໄສຢູ່ແຂວງອຸດົມໄຊ, ໃນນັ້ນ 40% ຂອງປະຊາກອນແມ່ນໄວໜຸ່ມຍິງ ແລະ ຊາຍອາຍຸ 10-19 ປີ ເປັນທີ່ຮູ້ກັນດີວ່າໄວໜຸ່ມສ່ວນໃຫຍ່ແມ່ນມີຂໍ້ຫຍຸ້ງຍາກຫຼາຍ, ໂດຍສະເພາະໄວໜຸ່ມຍິງໃນການເຂົ້າເຖິງການບໍລິການດ້ານສຸຂະພາບເຊັ່ນ: ຄວາມພ້ອມ, ການເຂົ້າຫາ, ການຍອມຮັບ ແລະຄວາມສະເໝີພາບຂອງການບໍລິການດ້ານສຸຂະພາບສຳລັບກຸ່ມອາຍຸນັ້ນ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

ຂໍ້ມູນຍັງສະແດງໃຫ້ເຫັນວ່າຢູ່ແຂວງອຸດົມໄຊ 46% ຂອງໄວໜຸ່ມອາຍຸ 15-17 ປີປະຈຸບັນອອກຈາກຊັ້ນມັດທະຍົມຕອນປາຍ, ໃນຂະນະທີ່ 32% ຂອງເດັກຍິງອາຍຸ 15-19 ປີໄດ້ມີຄູ່ຄອງແລ້ວ.

  ແຂວງອຸດົມໄຊມີອັດຕາການເກີດຂອງໄວໜຸ່ມສູງຫຼາຍຖ້າທຽບໃສ່ອັດຕາສະເລ່ຍທົ່ວປະເທດ (105/1000 ທຽບໃສ່ສະເລ່ຍທົ່ວປະເທດຂອງ83/1000).

________

ຂຽນໂດຍວົງມະນີ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444