ລັດກຽມສົ່ງເຂົ້າສານ 500 ກວ່າໂຕນ ຊ່ວຍເຫຼືອພາກໃຕ້

  ອົງການອາຫານໂລກແຫ່ງສະຫະປະຊາຊາດ (WFP) ໄດ້ສະໜັບສະໜູນດ້ານໂລຈິສຕິກໃຫ້ແກ່ລັດຖະບານລາວໃນການຂົນສົ່ງເຂົ້າສຸກເສີນຈຳນວນ 500 ກວ່າໂຕນ ທີ່ລັດຖະບານສາທາ ລະນະລັດເກົາຫຼີໄດ້ໃຫ້ການຊ່ວຍເຫຼືອຜ່ານທາງ APTERR ຫຼືການສະຫງວນເຂົ້າສານເພື່ອໃຊ້ໃນຍາມສຸກເສີນຂອງອາຊຽນບວກສາມເຂົ້າສຸກເສີນເຫຼົ່ານີ້ກຳລັງຈະແຈກຢາຍໃຫ້ກັບຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທາງພາກໃຕ້ຂອງລາວ.

  ທ່ານ ຢານ ເດວບາເຣີ ຜູ້ອໍານວຍການ ແລະຜູ້ຕາງໜ້າອົງການອາຫານໂລກປະຈໍາລາວ ກ່າວວ່າ: ເນື່ອງຈາກເກີດພາຍຸພັດຜ່ານທາງພາກໃຕ້ຂອງລາວຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍທັງຊັບສິນ ແລະຊີວິດເຮັດໃຫ້ປະຊາຊົນ 14 ຄົນເສຍ ຊີວິດ, ອີກຈຳນວນ 88 ພັນຄົນຂາດທີ່ຢູ່ອາໄສ ແລະ ມີ 4 ແສນກວ່າຄົນຂາດລາຍໄດ້ ແລະຊັບສິນຕ່າງໆຄວາມບໍ່ໝັ້ນຄົງດ້ານສະບຽງອາຫານຢ່າງກະທັນຫັນໃນ ເຂດທີ່ໄດ້ຮັບຜົນກະທົບໜັກເຊັ່ນ: ແຂວງ ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ

ຈຳປາສັກ ໃນປະຈຸບັນແມ່ນໄດ້ຮັບການແກ້ໄຂໂດຍຜ່ານເຂົ້າສານສຸກເສີນຈຳນວນ 500 ໂຕນທີ່ສົ່ງມາຈາກ .ເກົາຫຼີ ໃນຂອບການປະສານງານ ແລະຮ່ວມມືຂອງ APT ERR ເພື່ອແນໃສ່ການສ້າງຄວາມໝັ້ນຄົງດ້ານສະບຽງອາຫານ, ຫຼຸດຜ່ອນຄວາມທຸກຍາກ ແລະລຶບລ້າງການຂາດສານອາຫານໃນລະຫວ່າງ ແລະ ຫຼັງເກີດເຫດສຸກ ເສີນພາຍໃນພາກພື້ນໂດຍບໍ່ບິດເບືອນການຄ້າໃນຕະຫຼາດໂລກໃນເປົ້າໝາຍດັ່ງກ່າວ, ບັນດາປະເທດອາຊຽນແມ່ນໄດ້ເຂົ້າຮ່ວມກັບສາທາລະນະລັດປະຊາຊົນຈີນ, ຍີ່ປຸ່ນ ແລະ .ເກົາຫຼີ ປະຈຸບັນການແຈກຢາຍເຂົ້າ ສຸກເສີນແມ່ນມີ 34 ເມືອງໃນ 4 ແຂວງ ພາກໃຕ້ ຊຶ່ງກຳລັງດຳເນີນໄປຢ່າງເປັນລະບົບເພື່ອຮັບປະກັນວ່າເຂົ້າສານທັງໝົດແມ່ນຈະໄປຮອດມືຜູ້ທີ່ໄດ້ຮັບຜົນກະທົບຈຳນວນ 33 ພັນກວ່າຄົນຕາມໄລຍະເວລາທີ່ກໍານົດ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

  APTERR ແມ່ນເປັນກົນໄກໜຶ່ງທີ່ສຳຄັນໃນການຮັບຮອງຄວາມຕ້ອງການຮີບດ່ວນຂອງປະຊາຊົນທີ່ຖືກຜົນກະທົບທີ່ຈະໄດ້ຮັບການຊ່ວຍເຫຼືອຕາມເວລາທີ່ກຳນົດ APTERR ແລະອົງການອາຫານໂລກແມ່ນໄດ້ເຮັດວຽກຢ່າງຫ້າວຫັນໃນການປະສານງານກັບທາງລັດຖະບານລາວເພື່ອສົ່ງມອບເຂົ້າສຸກເສີນທີ່ລັດຖະບານສາທາລະ ນະລັດເກົາຫຼີໄດ້ໃຫ້ການຊ່ວຍເຫຼືອແກ່ບັນດາຜູ້ທີ່ມີຄວາມ ຕ້ອງການຮີບດ່ວນທີ່ສຸດ ໃນຂະນະດຽວກັນອົງການອາຫານໂລກກໍ່ໄດ້ພະຍາຍາມໃນການເສີມສ້າງຂີດຄວາມອາດສາ ມາດແຫ່ງຊາດ ເພື່ອເພີ່ມການກຽມພ້ອມ ແລະໂຕ້ຕອບໄພພິບັດສຸກເສີນ ສ່ວນບັນ ດາກິດຈະກຳອື່ນໆທີ່ພວກເຮົາກຳລັງດຳເນີນຢູ່ຕອນນີ້ ແມ່ນກຳລັງດຳເນີນການຝຶກອົບຮົມໃຫ້ກັບໜ່ວຍງານໃນຂອບເຂດທົ່ວປະເທດກ່ຽວກັບການນຳໃຊ້ ແລະຄຸ້ມຄອງສາງເຄື່ອນທີ່ (Mobile Storage Units) ຊຶ່ງເປັນສາງເຄື່ອນທີ່ສາ ມາດບັນຈຸເກັບມ້ຽນສະບຽງອາຫານ ແລະສິ່ງຂອງບັນເທົາທຸກ ແລະຍັງສາມາດໃຊ້ເປັນທີ່ພັກສຸກເສີນໃນເວລາຈຳເປັນອີກດ້ວຍ.

  ສະໜັບສະໜຸນໂດຍ: HONDA

_________

ຂຽນໂດຍ: ແພງຕາ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444