ປ່າສະຫງວນແຫ່ງຊາດພູແດນດິນ ອີກສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈ

  ການທ່ຽວຊົມທຳມະຊາດ ໃນຍາມໜາວ ຖືເປັນບັນຍາກາດທີ່ ງົດງາມທີ່ສຸດ, ສຳລັບຄົນມັກທ່ຽວ ທຳມະຊາດ, ມັກປະຈົນໄພເພື່ອສຳ ຜັດກັບອາກາດທີ່ໜາວເຢັນ, ທ່ຽວ ຊົມວິຖີຊີວິດຂອງປະຊາຊົນການ ທ່ອງທ່ຽວທຳມະຊາດໃນ ສປປ ລາວ ໃນລະດູໜາວຖືເປັນບັນຍາ ກາດໜຶ່ງທີ່ງົດງາມ, ເປັນການປະຈົນໄພຈາກເມືອງໃຫຍ່ສູ່ພູເຂົາ, ຈາກຄວາມວຸ້ນວາຍສູ່ທໍາມະຊາດ ທີ່ງຽບສະຫງົບ ຊຶ່ງເປັນບັນຍາກາດ ທີ່ມີຄວາມສຸກ.

ສະນັ້ນ, ໃນມື້ນີ້ຜູ້ຂຽນຈະພາ ໄປຮັບຮູ້ເຖິງການທ່ອງທ່ຽວໃນ ຍາມໜາວທີ່ “ປ່າສະຫງວນແຫ່ງ ຊາດພູແດນດິນ” ໜຶ່ງໃນສະຖານ ທີ່ທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດສຳ ລັບການທ່ອງທ່ຽວໃນຍາມໜາວນີ້ ເປັນສະຖານທີ່ທ່ອງທ່ຽວທີ່ເປັນທໍາມະຊາດ ແລະໄຮ້ຄວາມສັບສົນ,  ເປັນ ດິນແດນແຫ່ງຄວາມສຸກ ແລະສະ  ຫວັນເທິງດິນຂອງນັກສະແຫວງ ຫາຄວາມສຸກທີ່ແທ້ຈິງທີ່ກໍາລັງລໍ ຖ້າທ່ານໄປສໍາຜັດ.

ສະໜັບສະໜຸນໂດຍສ່ວນບຸກຄົນ

 

ປ່າສະຫງວນແຫ່ງຊາດ  ພູແດນ ດິນ  ເປັນສະຖານທີ່ທ່ອງທ່ຽວທາງ ທໍາມະຊາດທີ່ຕັ້ງຢູ່ທາງທິດຕາເວັນອອກຂອງຜົ້ງສາລີ ຫ່າງຈາກເທ ສະບານແຂວງ 76.2 ກິໂລແມັດ ມີຊາຍແດນທິດຕາເວັນອອກຕິດກັບ ສສ ຫວຽດນາມ, ທິດໃຕ້ຕິດກັບເມືອງສຳພັນ, ທິດເໜືອຕິດກັບ ເມືອງຍອດອູ ແລະທິດຕາເວັນຕົກ ຕິດກັບເມືອງຜົ້ງສາລີ, ຊຶ່ງເປັນເຂດ ທີ່ມີສັດນໍ້າ-ສັດປ່າ ແລະຄວາມ ຫຼາກຫຼາຍທາງດ້ານຊີວະນາໆພັນ ທີ່ຍັງຄົງຮັກສາຄວາມອຸດົມສົມບູນດ້ວຍລະບົບນີເວດວິທະຍາ ແລະ ຊີວະວິທະຍາ.

ສະໜັບສະໜຸນໂດຍ: HONDA

 

  ດັ່ງນັ້ນຈຶ່ງຈັດເປັນເຂດທ່ອງ ທ່ຽວແນໃສ່ປົກປັກຮັກສາສັດນໍ້າ, ສັດປ່າໃຫ້ດຳລົງຄົງຕົວ ແລະຂະ ຫຍາຍຕົວຕາມທຳມະຊາດ ເພື່ອ ສ້າງເປັນຈຸດການສຶກສາຄົ້ນຄວ້າ ທາງດ້ານວິທະຍາສາດ ແລະສິ່ງ ແວດລ້ອມເໝາະສົມທີ່ຈະໄປສຶກສາ ວິໄຈສິ່ງທີ່ມີຊີວິດດ້ານພຶກສາຊາດ, ຕາກອາກາດ, ກິນເຂົ້າປ່າ, ພັກຜ່ອນຢ່ອນອາລົມຕາມຮົ່ມໄມ້.

_______________

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444