ພະທາດໄຊມຸງຄຸນໜ້າຢ້ຽມຊົມ ແລະສັກກາລະບູຊາ

  ພະທາດໄຊມຸງຄຸນລັດຕະນະມິ່ງເມືອງເປັນພະທາດທີ່ສວຍງາມ ແລະເປັນທີ່ສັກກະລະບູຊາຂອງຊາວພຸດໂດຍສະເພາະແມ່ນຊາວແຂວງອຸດົມໄຊ ແລະສານິກະຊົນທົ່ວໄປເຂົ້າມາທ່ຽວກາບໄຫ້ວ ແລະຊົມທິວທັດ ແລະສຳພັດບັນຍາກາດຕົວເມືອງໄຊ ແລະກາບໄຫວ້ສັກກາລະບູຊາ,ພະທາດດັ່ງກ່າວຕັ້ງຢູ່ບ້ານນາຫວານນ້ອຍໃຈກາງເທສະບານແຂວງເປັນສູນກາງທາງດ້ານວັດທະນະທຳ, ເປັນທີ່ເພິ່ງທາງໃຈ, ສະຖານທີ່ສັກກາລະບູຊາກາບໄຫ້ວ, ສະຖານພັກຜ່ອນຍາມແລງ ແລະ ເປັນຂວັນບ້ານມິ່ງເມືອງຂອງແຂວງອຸດົມໄຊ ຖ້າຜູ້ໃດມາອຸດົມໄຊທ່ານໄດ້ໄຫ້ວພະທາດໄຊມຸງຄູນທ່ານຈະຫາຍທຸກຫາຍໂສກມີໂຊກມີໄຊ.

 ພະທາດໄຊມຸງຄຸນລັດຕະນະມິ່ງເມືອງໄດ້ສ້າງຂຶ້ນໃໝ່ໃນປີ ຄສ 1996 ແລະເປີດບໍລິການໃນ ປີ ຄສ 1997, ເມື່ອກ່ອນເອີ້ນວ່າ “ພະທາດ” ຕາມການສັນນິຖານທາດດັ່ງກ່າວໄດ້ສ້າງຂຶ້ນໃນສະໄໝເຈົ້າໄຊຍະເສດຖາທິລາດປະມານ 400-600 ປີກ່ອນນີ້ເປັນບ່ອນປະດິດສະຖານພະທາດທີ່ເກົ່າແກ່ອາຍຸ 600 ກວ່າປີ, ພະທາດດັ່ງກ່າວ ມີຄວາມສູງປະມານ 4-5 ແມັດ, ກໍ່ດ້ວຍດິນຈີ່.

ມາຮອດສະໄໝຝຣັ່ງປົກຄອງບໍລິເວນພະທາດໄດ້ເປັນຄ້າຍຂອງຝຣັ່ງ, ໃນສະໄໝສົງຄາມຝຣັ່ງ ແລະອາເລິກາພະທາດໄດ້ຖືກທຳລາຍເປ່ເພເຫຼືອແຕ່ກອງດິນຈີ່, ນອກ ຈາກພະທາດແລ້ວຍັງມີພະພຸດທະຮູບປາງປະທານພອນອົງໃຫຍ່ ແລະສູງທີ່ສຸດໃນແຂວງອຸດົມໄຊຕັ້ງສະງ່າງາມຢູ່ໃຈກາງພູ.

------------------

ໜັງສືພີມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444