ອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ສະຖານທີ່ທ່ອງທ່ຽວທີ່ໜ້າສໍາຜັດ

 ສຳລັບແຫຼ່ງທ່ອງທ່ຽວທີ່ມື້ນີ້ເຮົາຈະເອົາມານຳສະເໜີໃຫ້ທຸກທ່ານໄດ້ຮູ້ແມ່ນອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ຊຶ່ງເປັນສະຖານທີ່ອີກແຫ່ງໜຶ່ງທີ່ນັທ່ອງທ່ຽວນິຍົມຊົມ ຊອບໄປກັນເພາະສະຖານ ທີ່ນີ້ແຫ່ງນີ້ມີບັນຍາກາດດີ,ອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ຕັ້ງຢູ່ເມືອງນາກາຍ ແຂວງຄຳມ່ວນ ໂດຍໄດ້ກວມເອົາ 3 ເມືອງຄື:ເມືອງນາກາຍ, ເມືອງຍົມມະລາດ ແລະເມືອງບົວລະພາ,ສ່ວນແຂວງ ບໍລິຄຳໄຊ ກວມເອົາເມືອງຄຳເກີດ,ອຸທິຍານແຫ່ງນີ້ມີເນື້ອທີ່ ທັງໝົດ427.770 ເຮັກຕາ.

ອຸທິຍານນາກາຍ-ນໍ້າເທີນ ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ,ປະຫວັດສາດ ແລະວັດທະ ນະທຳທີ່ສຳຄັນຂອງແຂວງເນື່ອງຈາກວ່າມີປ່າໄມ້ປົກຄຸມຂຽວຢູ່ຕະຫຼອດປີມີຊີວະນານາພັນທີ່ຈະເລີນເຕີບໂຕ ແລະອາໄສຢູ່ຢ່າງຫຼວງ ຫຼາຍ,ນອກຈາກອຸທິຍານນາກາຍ-ນໍ້າເທີນ ແລ້ວເມືອງນາກາຍຍັງມີສະຖານທີ່ທ່ອງທ່ຽວສວຍງາມອີກຫຼາຍແຫ່ງເຊັ່ນ:ອ່າງນໍ້າເຂື່ອນ ນໍ້າເທີນ 2, ທ່າລັ່ງ ແລະສະຖານທີ່ອື່ນໆ ອີກຫຼາຍບ່ອນທີ່ລໍຖ້າທ່ານ ໄປສຳພັດ.

ຖ້າວ່າໃຜທີ່ໄດ້ໄປອຸທິຍານແຫ່ງນີ້ຮັບຮອງໄດ້ວ່າທ່ານຈະບໍ່ຜິດຫວັງຢ່າງແນ່ນອນເນື່ອງຈາກພູມສັນ ຖານຂອງເມືອງນາກາຍ ເປັນພູ ດອຍສູງຊັນ, ມີອາກາດເຢັນສະບາຍ, ມີພູຜາປ່າໄມ້ທີ່ອຸດົມສົມບູນຈຶ່ງເໝາະແກ່ການທ່ອງທ່ຽວແບບທຳມະຊາດ.

----------------------

 ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444