ໄຊຍະບູລີຈະສູ້ຊົນເຮັດໃຫ້ GDP ບັນລຸ 10 ພັນຕື້ກວ່າ ໃນປີ 2019

  ປີ 2018 ເຖິງແມ່ນວ່າເສດຖະກິດຂອງແຂວງໄຊຍະບູລີ ຈະປະຕິບັດໄດ້ຕາມແຜນ 8,7% ກໍ່ຕາມ, ແຕ່ມູນຄ່າຜະລິດຕະພັນພາຍໃນ GDP ແລະ ການຈັດເກັບລາຍຮັບເຂົ້າງົບປະມານແມ່ນບໍ່ບັນລຸຕາມແຜນການທີ່ວາງໄວ້ຄື: GDP ບັນລຸໄດ້ 9.555 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 3.012 ໂດລາສະຫະລັດ ແລະ ການຈັດລາຍຮັບບັນລຸພຽງ 99,84%, ແຕ່ເຖິງຢ່າງໃດກໍ່ຕາມເພື່ອເຮັດໃຫ້ເສດຖະກິດຂອງແຂວງຮັກສາໄດ້ໃນລະດັບ 8,7% ນັ້ນ, ແຂວງໄຊຍະບູລີ ຍັງຈະສືບຕໍ່ສ້າງມູນຄ່າເພີ່ມຜະລິດຕະພັນພາຍໃນແຂວງໃຫ້ໄດ້ 10.678 ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 3.381 ໂດລາສະຫະລັດ.

  ທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີໄດ້ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 12 ສະໄໝທີ VI ໃນວັນທີ 15 ມັງ ກອນ 2019 ວ່າ: ເພື່ອສືບຕໍ່ຮັບປະກັນເຮັດໃຫ້ແຂວງມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ ແລະ ເປັນເສົາຄໍ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ແຂວງໄຊຍະບູລີ ແມ່ນຈະສູ້ຊົນເຮັດໃຫ້ເສດຖະກິດພາຍໃນແຂວງຂະຫຍາຍຕົວບໍ່ໃຫ້ຫຼຸດ 8,7% ໃນປີ 2019 ແລະຈະສ້າງມູນຄ່າເພີ່ມລາຄາພາຍໃນປີໃຫ້ໄດ້ປະມານ 10.678 ຕື້ກີບ, ສະເລ່ຍໃສ່ຫົວຄົນໃຫ້ໄດ້ 3.381 ໂດລາສະຫະລັດ, ໃນນັ້ນປະກອບມີຄື: ຂະ ແໜງກະສິກໍາເພີ່ມຂຶ້ນ 3,5%, ກວມເອົາ 28%,ຂະແໜງອຸດສາຫະກໍາເພີ່ມຂຶ້ນ 12%,ກວມເອົາ 36,3%, ການບໍລິການເພີ່ມຂຶ້ນ 12,3%, ກວມເອົາ 35,5% ຂອງລວມຍອດຜະລິດຕະພັນພາຍໃນ, ສູ້ຊົນປະຕິບັດລາຍຮັບງົບປະມານໃຫ້ໄດ້ຕາມແຜນ, ເອົາໃຈໃສ່ຕໍ່ການເບີກຈ່າຍເງິນເດືອນ, ເງິນນະໂຍບາຍ, ເງິນບໍານານໃຫ້ ເປັນປົກກະຕິ ແລະສູ້ຊົນລະດົມເງິນ ຝາກໃຫ້ໄດ້ 1.248 ຕື້ກີບ ແລະ ປ່ອຍສິນເຊື່ອໃຫ້ໄດ້ 709 ຕື້ກີບ, ສຸມໃສ່ປະຕິບັດບັນດາໂຄງການລົງທຶນຕ່າງໆທີ່ສະພາປະຊາຊົນແຂວງໄດ້ຮັບຮອງໃຫ້ມີປະສິດທິພາບສູງ,ສູ້ຊົນຜະລິດເຂົ້າບໍ່ໃຫ້ຫຼຸດ 2 ແສນໂຕນ,ຜະລິດພືດເປັນສິນຄ້າໃຫ້ໄດ້ 1 ລ້ານກວ່າໂຕນ, ສະໜອງຊີ້ນ-ປາ ແລະໄຂ່ສະເລ່ຍໃສ່ຫົວຄົນໃຫ້ໄດ້ 55 ກິໂລຕໍ່ຄົນຕໍ່ປີ, ຊຸກຍູ້ການປູກປ່າໃຫ້ໄດ້ 500 ເຮັກຕາ ແລະຟື້ນຟູປ່າໃຫ້ໄດ້ 8.900 ເຮັກ ຕາເພື່ອເພີ່ມອັດຕາການປົກຫຸ້ມໃຫ້ໄດ້ເກີນ 70% ໃນປີ 2020, ການສົ່ງອອກສິນຄ້າໄປຕ່າງປະເທດໃຫ້ບັນລຸ 33 ລ້ານໂດລາສະຫະລັດ, ຄຸ້ມຄອງການນໍາເຂົ້າສິນຄ້າຈາກຕ່າງປະເທດໃຫ້ຢູ່ໃນລະດັບ 18,7 ລ້ານໂດລາ ແລະ ມູນຄ່າການຈໍລະຈອນສິນຄ້າໃຫ້ບັນລຸ 297,3 ຕື້ກີບ, ສືບຕໍ່ພັດທະນາພື້ນຖານໂຄງລ່າງດ້ານໂຍທາທິການ ແລະຂົນສົ່ງເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກ ແລະກະຕຸກຊຸກຍູ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ.