ທຫລ ມອບເງິນຊຸກຍູ້ກອງທັບ

  ໃນວັນທີ 22ມັງກອນ 2019 ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ພ້ອມດ້ວຍຄະນະໄດ້ເຂົ້າອວຍພອນການນໍາຂັ້ນສູງ ຂອງກະຊວງປ້ອງກັນປະເທດ ແລະໄດ້ມອບເງິນຊຸກຍູ້ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (ວັນທີ 20 ມັງກອນ 1949 ຫາວັນທີ 20 ມັງກອນ 2019) ຊຶ່ງກ່າວຮັບໂດຍ ທ່ານ ພົອ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດພ້ອມດ້ວຍຄະນະ.

   ເງິນທີ່ ທຫລ ນໍາໄປມອບແມ່ນມີຈໍານວນ 70 ລ້ານກີບ ເພື່ອເປັນການປະກອບສ່ວນຊຸກຍຸ້ກອງທັບ ແລະສະແດງຄວາມຮູ້ບຸນຄຸນຕໍ່ບັນດານາຍ ແລະ ພົນທະຫານທີ່ໄດ້ເຮັດໜ້າທີ່ເສຍສະຫຼະປົກປັກຮັກສາຜືນແຜ່ນດິນ ແລະອໍານາດອະທິປະໄຕຂອງຊາດໄວ້ຢ່າງໝັ້ນຄົງພ້ອມນັ້ນ,ກໍ່ເພື່ອປະກອບສ່ວນໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ທີ່ໄດ້ຈັດຂຶ້ນຢ່າງຍິ່ງໃຫ່ຍໃນວັນທີ 20 ມັງກອນທີ່ຜ່ານມາ.

  ໂອກາດດ່ັ່ງກ່າວ ທ່ານຜູ້ວ່າການ ທຫລ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນໍາບັນຊາຂອງກອງທັບທີ່ຍາມໃດກໍ່ເອົາໃຈໃສ່ເຮັດໜ້າທີ່ປົກປັກຮັກສາອໍານາດອະທິປະໄຕຂອງຊາດໄດ້ເປັນຢ່າງດີຊຶ່ງເຮັດໃຫ້ທຸກຂົງເຂດ ແລະທຸກພາກສ່ວນລວມທັງປະຊາຊົນບັນດາເຜົ່າສາມາດເຄື່ອນໄຫວວຽກງານ,ດໍາລົງຊີວິດ ແລະທໍາມາຫາກິນໄດ້ຢ່າງສະດວກສະບາຍໃນຂອບເຂດທົ່ວປະເທດ.

  ທ່ານ ພົອ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດກໍ່ໄດ້ສະແດງຄວາມຂອບໃຈ ແລະຕີລາຄາສູງຕໍ່ການເຂົ້າອວຍພອນ ແລະມອບເງິນຊຸກຍູ້ກອງທັບໃນເທື່ອນີ້ຊຶ່ງເຫັນວ່າຍາມໃດຂະແໜງການທະນາຄານກໍ່ໄດ້ໃຫ້ຄວາມສໍາຄັນຕໍ່ກໍາລັງປ້ອງກັນຊາດຫຼາຍວຽກງານຂອງກອງທັບທີ່ຕິດພັນກັບຂະແໜງການທະນາຄານແມ່ນເຫັນວ່າ ທຫລ ໃຫ້ການຮ່ວມມື ແລະອໍານວຍຄວາມສະດວກໄດ້ເປັນຢ່າງດີເປັນຕົ້ນການຊ່ວຍຮັບປະກັນການເບີກຈ່າຍເງິນເດືອນນາຍ ແລະພົນທະຫານໃນກອງທັບ, ການຊ່ວຍງົບປະມານດ້ານການປັບປຸງສ້ອມແປງ ແລະ ຖະນຸບໍາລຸງກອງທັບການຮ່ວມມືເຊັ່ນນີ້ມັນໄດ້ສະແດງອອກແລ້ວວ່າ ທຫລ ຍາມໃດກໍ່ຖືສໍາຄັນວຽກງານປ້ອງກັນຊາດເປັນກົກ; ທ່ານໄດ້ກ່າວຕື່ມວ່າ: ກອງທັບປະຊາຊົນລາວແມ່ນເປັນກອງທັບຂອງປະຊາຊົນທີ່ກໍາເນີດມາຈາກກອງທັບຊາວນາດ້ວຍອຸດົມການ ແລະ ນໍ້າໃຈຮັກຊາດອັນແຮງກ້າທີ່ບໍ່ຫວັງເປັນຂ້ອຍຂ້າຕ່າງຊາດໂດຍສະເພາະຈັກກະພັດລາເມືອງຂຶ້ນທັງເກົ່າ ແລະໃໝ່,ໃນປະຈຸບັນກອງທັບປະຊາຊົນລາວໄດ້ເຕີບໃຫ່ຍເຂັ້ມແຂງຮອບດ້ານຊຶ່ງມີອາວຸດຍຸດໂທປະກອນຫຼາຍຢ່າງທີ່ທັນສະໄໝຜ່ານມາກອງທັບກໍ່ໄດ້ມີການຮ່ວມມືກັບບັນດາປະເທດເພີື່ອນມິດ ແລະການຊ່ວຍເຫຼືອດ້ານການທະຫານຈາກຄູ່ຮ່ວມຍຸດທະສາດເປັນຢ່າງດີຊຶ່ງໄດ້ເຮັດໃຫ້ກອງທັບມີຄວາມໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະຄຸນນະພາບ.

  ກ່ອນໜ້ານີ້ ທຫລ ກໍ່ໄດ້ຈັດຂະບວນການແຂ່ງຂັນກີລາມິດຕະພາບຮ່ວມກັບວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເພື່ອຄໍານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ແລະກໍ່ໄດ້ມອບເງິນຈໍານວນໜຶ່ງເພື່ອຊຸກຍູ້ການເຄື່ອນໄຫວວຽກງານວິຊາສະເພາະໃຫ້ແກ່ວິທະຍາຄານດັ່ງກ່າວ.