5 ນະຄອນລຸ່ມແມ່ນໍ້າຂອງ ຮ່ວມພັດທະນາທ່ອງທ່ຽວ

  ນະຄອນຫຼວງວຽງຈັນ ໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດເຈົ້ານະຄອນດ້ານການທ່ອງທ່ຽວ 5 ປະເທດລຸ່ມແມ່ນໍ້າຂອງຄັ້ງທີ 5 ຂຶ້ນໃນວັນທີ 14 ຕຸລາ 2019 ທີ່ໂຮງແຮມແມ່ຂອງຣີເວີໄຊ ພາຍໃຕ້ການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະ ມົນຕີ ກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະທ່ອງທ່ຽວ,ມີຄະນະຜູ້ແທນຈາກ 5 ປະເທດລຸ່ມແມ່ນໍ້າຄື: ນະຄອນໂຮ່ຈີມິນ ສ ຫວຽດນາມ, ນະຄອນຫຼວງພະນົມເປັນລາ ຊະອານາຈັກກໍາປູເຈຍ,ນະຄອນຫຼວງບາງກອກ ປະເທດ ໄທ, ນະຄອນຫຼວງຢາງກຸງມຽນ ມາ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສິນລະວົງ ຄຸດໄພທູນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ເຈົ້າ ໜ້າທີ່ອາວຸໂສໄດ້ເລືອກເອົາຄຳ ຂວັນ ຫຼື ຫົວຂໍ້ລວມທີ່ວ່າຄວາມ ເປັນໜຶ່ງດຽວໃນການເຊື່ອມໂຍງການຮ່ວມມືດ້ານການທ່ອງທ່ຽວ ຊຶ່ງປະກອບມີ 4 ຫົວຂໍ້ຄື: ການເຊື່ອມໂຍງຜະລິດຕະພັນການທ່ອງທ່ຽວ, ການເຊື່ອມໂຍງກິດຈະກຳ ໂຄສະນາການທ່ອງທ່ຽວ, ການ ເຊື່ອມໂຍງການພັດທະນາບຸກຄະ ລາກອນການທ່ອງທ່ຽວ, ການ ເຊື່ອມໂຍງການເປັນເຈົ້າການດ້ານ ການທ່ອງທ່ຽວ ຊຶ່ງເບິ່ງລວມແລ້ວ   ຄຳຂວັນ ແລະຫົວຂໍ້ກອງປະຊຸມ ຄັ້ງນີ້ແມ່ນສອດຄ່ອງກັບຄວາມ ຮຽກຮ້ອງຕ້ອງການຂອງບັນດາ ນະຄອນ ທັງສອດຄ່ອງກັບນະໂຍ ບາຍເຊື່ອມໂຍງອາຊຽນ  ແລະແຜນ ປະຕິບັດງານໃນຂອບການທ່ອງ ທ່ຽວຂອງປະເທດລຸ່ມແມ່ນໍ້າຂອງ ທີ່ລັດຖະບານຂອງປະເທດເຮົາ ໄດ້ກຳນົດເອົາ, ຄຽງຄູ່ກັນນັ້ນກອງ ປະຊຸມຄັ້ງນີ້ໄດ້ຈັດຂຶ້ນກົງກັບງານ ບຸນອອກພັນສາ  ແລະບຸນຊ່ວງເຮືອ ປະຈໍາປີ 2019 ຂອງຊາວນະຄອນຫຼວງວຽງຈັນ ຊຶ່ງເປັນງານບຸນປະເພນີທີ່ສຳຄັນໜຶ່ງຂອງຊາດ ແລະຕິດພັນກັບແມ່ນໍ້າຂອງທີ່ເປັນສັນຍາລັກແຫ່ງການຮ່ວມມືຂອງ 5 ນະຄອນ ທັງເປັນການຊຸກຍູ້ສົ່ງ ເສີມການພັດທະນາວຽກງານທ່ອງ ທ່ຽວສີຂຽວ, ສະອາດ ແລະຍືນ ຍົງສອດຄ່ອງຕາມຍຸດທະສາດການ ເຕີບໂຕສີຂຽວຂອງລັດຖະບານກໍຄືມາດຕະຖານເງື່ອນໄຂເມືອງທ່ອງທ່ຽວສະອາດຂອງອາຊຽນ.

ກອງປະຊຸມຄັ້ງນີ້ໄດ້ລົງນາມຮ່ວມກັນຈັດຕັ້ງປະຕິບັດເນື້ອໃນ ກອງປະຊຸມທ່ອງທ່ຽວບັນດາປະ ເທດລຸ່ມແມ່ນໍ້າຂອງຄັ້ງທີ 5 ໃນນັ້ນໄດ້ເຫັນດີຮ່ວມກັນສ້າງຜະລິດ ຕະພັນການທ່ອງທ່ຽວເຊື່ອມຕໍ່ສົ່ງ ເສີມສະໜັບສະໜູນກິດຈະກໍາທ່ອງ ທ່ຽວຮ່ວມກັນແລກປ່ຽນຂໍ້ມູນຂ່າວ ສານທີ່ຮັບໃຊ້ເປັນພື້ນຖານຂອງ ການທ່ອງທ່ຽວ ແລກປ່ຽນບົດຮຽນ ໃນການສ້າງມາດຕະຖານການບໍ ລິການໃຫ້ເປັນອັນລວມ, ສ້າງມາດຕະຖານປົກປັກຮັກສາມໍລະດົກ ທາງດ້ານວັດທະນະທໍາ ແລະທໍາ ມະຊາດ ແລະວິທີການຈັດມາດຕະຖານລະດັບຊາດມາດຕະຖານທ່ອງທ່ຽວອາຊຽນ ແລະຊຸມຊົນ.

ນອກນັ້ນກອງປະຊຸມຍັງຮ່ວມ ກັນພັດທະນາ ແລະສ້າງເສັ້ນທາງ ທ່ອງທ່ຽວໃໝ່ຢ່າງໜ້ອຍ 2 ຕົວ ເມືອງພາຍໃນ 5 ນະຄອນ ສະມາ ຊິກ, ຕ້ອງລວມສູນເພີ່ມທະວີການ ຮ່ວມມືຟື້ນຟູມໍລະດົກວັດທະນະທໍາ ແລະການແລກປ່ຽນບັນດາໂຄງການຝຶກອົບຮົມ ແລະແບບແຜນຮູບແບບການຟື້ນຟູມໍລະດົກວັດທະນະທໍາ, ຕົກລົງແຜນການປະຕິບັດ ການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງບັນດານະຄອນລຸ່ມແມ່ ນໍ້າຂອງດ້ານການທ່ອງທ່ຽວ 2018-2020 ສໍາລັບເຈົ້າພາບ ກອງປະຊຸມທ່ອງທ່ຽວ 5 ປະເທດ ລຸ່ມນໍ້າຂອງຄັ້ງທີ 6 ໃນປີ 2020 ໂດຍໄດ້ຮັບການເປັນເຈົ້າພາບຂອງນະຄອນໂຮ່ຈິມິນ ສສ ຫວຽດນາມ.

------------------

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444