ສພຂ ເຊກອງ ໄຂກອງປະຊຸມສະໄໝສາມັນເທື່ອທີ 6

  ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນ ແຂວງເຊກອງຊຸດທີ I ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 22 ມັງກອນ 2019 ທີ່ຫໍປະຊຸມສະ ພາປະຊາຊົນແຂວງພາຍໃຕ້ການເປັນປະທານຂອງທ່ານ ພອນເພັດ ຄິວລະວົງ ປະທານສະພາປະຊາຊົນແຂວງເຊກອງ, ໂດຍການເປັນກຽດເຂົ້າຮ່ວມມີທ່ານ ຄໍາເຜີຍ ບຸດດາວຽງ ເຈົ້າແຂວງໆເຊກອງ, ທ່ານ ວິໄລວົງ ບຸດດາຄໍາ ປະທານກໍາມາທິການແຜນການ, ການເງິນ ແລະການກວດສອບສະພາແຫ່ງຊາດ, ບັນ ດາທ່ານຮອງເຈົ້າແຂວງ, ທ່ານເຈົ້າເມືອງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ-ຮອງພະແນກການກົມກອງ, ອົງການຈັດ ຕັ້ງມະຫາຊົນ, ແນວລາວສ້າງຊາດ, ສະຖາບັນການສຶກສາ ແລະລັດວິສາຫະກິດທຸລະກິດອ້ອມຂ້າງແຂວງເຂົ້າຮ່ວມ.

  ກອງປະຊຸມຄັ້ງນີ້ຈະໄດ້ຄົ້ນຄວ້າ, ພິຈາລະນາ ແລະຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ແຜນ  ງົບປະມານແຫ່ງລັດຂອງແຂວງປະຈໍາປີ 2018 ແລະທິດທາງແຜນການປະຈໍາປີ 2019,ຄົ້ນຄວ້າ,ພິຈາລະນາ ແລະ ຮັບຮອງເອົາວຽກງານຂອງອົງການກວດສອບແຫ່ງລັດປະຈໍາພາກໃຕ້,ຄົ້ນຄວ້າ,ພິຈາລະນາ ແລະຮັບຮອງເອົາວຽກງານຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ, ຄົ້ນຄວ້າ, ພິຈາລະນາ ແລະຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານກາງສະໄໝ (2016-2018) ແລະປີ 2018, ທິດທາງຮອດປີ 2020 ແລະແຜນວຽກ ຈຸດສຸມປະຈໍາປີ 2019 ຂອງສະພາປະຊາຊົນແຂວງຊຸດທີ I, ຄົ້ນຄວ້າ, ພິຈາລະນາ ແລະຮັບຮອງເອົາການປະເມີນລາຄາທີ່ດິນຂອບເຂດເມືອງລະມາມ ແລະເມືອງທ່າແຕງ, ຄົ້ນຄວ້າ, ພິຈາລະນາ ແລະຮັບຮອງເອົາການສະເໜີແຕ່ງຕັ້ງ-ຍົກຍ້າຍການນໍາຂອງແຂວງ.

  ພ້ອມນີ້ກໍຈະໄດ້ຮັບຟັງບົດລາຍງານພິເສດຂອງພະແນກໂຍທາທິການ ແລະຂົນສົ່ງແຂວງກ່ຽວກັບສະພາບການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນເທສະ ບານແຂວງ ແລະບາງເສັ້ນທາງສາຍຫຼັກໃນ 4 ຕົວເມືອງໃນໄລຍະຜ່ານມາເຫັນວ່າຄຸນນະພາບການກໍ່ສ້າງຕໍ່າ, ມູນຄ່າການກໍ່ສ້າງສູງ, ແກ່ຍາວເວລາກໍ່ສ້າງ, ແຜນການສ້າງນິຕິກໍາຄຸ້ມຄອງເສັ້ນທາງເທສະບານ ແລະແຜນແກ້ໄຂບັນຫາດັ່ງກ່າວໃນຕໍ່ໜ້າ; ຮັບຟັງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມຊີ້ແຈງກ່ຽວກັບການຄຸ້ມຄອງຜົນກະທົບກິ່ນເໝັນຈາກການປຸງແຕ່ງຢາງພາລາໃນເຂດເມືອງທ່າແຕງພ້ອມດ້ວຍວິທີການແກ້ໄຂໃນຕໍ່ໜ້າ; ຮັບຟັງບົດລາຍງານຂອງພະແນກການເງິນແຂວງກ່ຽວກັບການສະເໜີດັດແກ້ງົບປະມານ 6 ເດືອນທ້າຍປີ 2018.

  ໃນກອງປະຊຸມຍັງຈະໄດ້ມີການເຈາະຈີ້ມ ແລະປະກອບຄໍາຄິດຄໍາເຫັນຂອງບັນດາທ່ານ ສສຊ ແລະ ສສຂ ໃນບັນຫາສໍາຄັນອື່ນໆນຳອີກ. ໂດຍກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາ 3 ວັນ ຈິ່ງສໍາເລັດຕາມລະດັບຄາດໝາຍ.