ການນຳກະຊວງກະສິກຳ ຢ້ຽມຢາມການຜະລິດຢູ່ເມືຶອງເຟືອງ

  ເມື່ອວັນທີ 21 ມັງກອນ 2019 ທ່ານ ທອງວັນ ວິໄລເຮືອງ ການນຳກະຊວງກະສິກຳ ແລະປ່າໄມ້ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະຊຸກຍູ້ການຜະລິດທີ່ເມືອງເຟືອງ, ແຂວງວຽງຈັນ.

        ທ່ານ ລີເຮີ ເລ່ຍລ້ຽງເຊີ ຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ ເມືອງເຟືອງໄດ້ລາຍງານໃຫ້ຮູ້ວ່າ: ການເກັບກ່ຽວເຂົ້ານາປີຂອງຊາວກະສິກອນສຳເລັດ 100%, ສະເລ່ຍຜົນຜະລິດ 4,5 ໂຕນຕໍ່ເຮັກຕາ, ເຂົ້າໄຮ່ເກັບກ່ຽວສຳເລັດ 100% ສະເລ່ຍຜົນຜະລິດ 2 ໂຕນຕໍ່ເຮັກຕາ; ແຜນການປູກເຂົ້ານາແຊງຈຳ ນວນ 320,25 ເຮັກຕາ ປະຕິບັດໄດ້ແລ້ວ 140,82 ເຮັກຕາ,ແຜນການປູກພືດລະດູແລ້ງ 612 ເຮັກຕາ ປະຕິບັດສຳເລັດແລ້ວ 323,48 ເຮັກຕາ, ພືດທີ່ປູກເດັ່ນກວ່າໝູ່ແມ່ນໝາກແຕງ ແລະ ສາລີຫວານ 76,48 ເຮັກຕາ, ສັກຢາປ້ອງກັນພະຍາດສັດລ້ຽງທັງໝົດ 1.791 ໂຕ,ສົ່ງເສີມປະຊາຊົນລ້ຽງໄກ່ພັນໄຂ່ ຈຳນວນ 7.500 ແມ່ສາມາດຜະລິດໄຂ່ປ້ອນຕະ ຫຼາດໄດ້ 184.800 ໜ່ວຍຕໍ່ເດືອນ, ລົງກວດກາເກັບຊື້-ຂາຍປາໜ້າເຂື່ອນນໍ້າລີກໄດ້ທັງໝົດ 5.496 ກິໂລ, ປາບໍລິໂພກພາຍໃນເມືອງ 3.361 ກິໂລ, ປາອອກເມືອງ 2.137 ກິໂລ, ລົງຕິດຕາມການສະໜອງນໍ້າໃຫ້ແກ່ການປູກເຂົ້ານາແຊງ ແລະປູກພືດລະດູແລ້ງຕາມໂຄງການຊົນລະປະທານເຊັ່ນ: ໂຄງການນ້ຳຕົງ,ໂຄງການນໍ້າສັງ,ໂຄງການນໍ້າໄຮ,ໂຄງການນໍ້າໄຊ ແລະໂຄງການນໍ້າເຊືອດ,ການກໍ່ສ້າງລະບົບຊົນລະປະ ທານນໍ້າຕົງປະຕິບັດໄດ້ 87,07%. ສຳລັບວຽກງານພັດທະນາຊົນນະບົດເຫັນວ່າເມືອງເຟືອງບໍ່ມີບ້ານທຸກຍາກແຕ່ຍັງມີຄອບຄົວທຸກຍາກ 53 ຄອບຄົວ, ປະ ກາດເປັນບ້ານພັດທະນາ ແລະຮັບນາມມະຍົດແລ້ວ 7 ບ້ານ, ມີຄອບຄົວພັດທະນາ 2.575 ຄອບຄົວເທົ່າກັບ 85,1%, ມີ 10 ບ້ານທີ່ຜ່ານ 18 ມາດຕະ ຖານຕາມດຳລັດ 348/ລບ, ມີ 1 ຈຸດສຸມພັດທະນາຂອງແຂວງທີ່ຈະສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດຄື: ຈຸດສຸມພັດທະນາຜາສັງ.

  ຫຼັງຈາກນັ້ນ, ການນໍາກະຊວງກະສິກຳ ແລະ ປ່າໄມ້ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ພົບພະໂອ້ລົມຈຸດສຸມພັດທະນາຜາສັງຊຶ່ງ ທ່ານ ຄຳເພັດ ຈັນສົມພູ ປະທານກວດກາພັກເມືອງ, ຮອງຫົວໜ້າຄະນະຊີ້ນຳໃຫ້ຮູ້ວ່າ: ຈຸດສຸມພັດທະນາຜາສັງສາມາດລົບລ້າງຄວາມທຸກຍາກໄດ້ແລ້ວ 27 ຄອບຄົວຈາກ 53 ຄອບຄົວໃນເມື່ອກ່ອນ, ມີຄອບຄົວຕົວແບບ 9 ຄອບຄົວໃນນີ້ມີຄອບຄົວປູກໝາກກ້ຽງ 3 ຄອບຄົວສາມາດສ້າງລາຍຮັບສະເລ່ຍ 120 ລ້ານກີບຕໍ່ປີ, ລ້ຽງໄກ່ພັນໄຂ່ 4 ຄອບຄົວຜົນຜະລິດໄດ້ 270 ແຕະຕໍ່ມື້ສະເລ່ຍລາຍຮັບ 2,13 ຕື້ກີບຕໍ່ປີ, ລ້ຽງງົວ 1 ຄອບຄົວລາຍໄດ້ສະເລ່ຍ 45 ລ້ານກີບຕໍ່ປີ ແລະ    ຄອບຄົວຕົວແບບປູກຜັກ 1 ຄອບຄົວ ສ້າງລາຍຮັບໄດ້ 25 ລ້ານກີບຕໍ່ປີ, ຜະລິດເຂົ້າເປືອກໄດ້ທັງໝົດ 20.991,66 ໂຕນສະເລ່ຍ 1.338,33 ກິໂລຕໍ່ຄົນຕໍ່ປີທຽບໃສ່ປີຜ່ານມາເພີ່ມຂຶ້ນ 318,33 ກິໂລ. ອີງໃສ່ຜົນການເກັບກໍາຂໍ້ມູນຕາມດຳລັດ 348/ລບ ມີຄອບຄົວພັດທະນາທັງໝົດ 1.245 ຄອບຄົວ ເທົ່າກັບ 46,32%, ສຳລັບຄອບຄົວ ແລະບ້ານແບບຢ່າງກະສິກຳ ແລະປ່າໄມ້ແມ່ນເປີດຂະບວນການແລ້ວ 10 ບ້ານປະຈຸບັນແມ່ນຢູ່ໃນຂັ້ນຕອນການ ປະເມີນຕາມມາດຕະຖານ.

  ໃນໂອກາດດັ່ງກ່າວ ທ່ານ ທອງວັນ ວິໄລເຮືອງ ໄດ້ເນັ້ນໜັກບາງບັນຫາເຊັ່ນ: ໃຫ້ຫ້ອງການກະສິກຳ ແລະປ່າໄມ້ເມືອງເຟືອງສົ່ງພະນັກງານລົງເກັບກໍາຂໍ້ມູນ ການຜະລິດລະດູແລ້ງຂອງແຕ່ລະບ້ານ ແລະລົງເກັບກຳຂໍ້ມູນບ້ານພົ້ນທຸກ ແລະພັກພັດທະນາຕາມມາດຕະຖານດຳລັດ 348/ລບ, ໃຫ້ຈຸດສຸມພັດທະນາຜາວັງເລັ່ງ ສ້າງກຸ່ມການຜະລິດ ແລະຄອບ ຄົວຕົວແບບໃຫ້ຫຼາຍຂຶ້ນ, ຫ້ອງ ການກະສິກຳ ແລະປ່າໄມ້ເມືອງ ເຟືອງລົງຊຸກຍູ້ສົ່ງເສີມດ້ານເຕັກນິກວິຊາການໃຫ້ຈຸດສຸມພັດທະນາຜາສັງ.