ເມື່ອວັນທີ 11 ຕຸລາ 2019 ທີ່ຫໍວັດທະນະທຳແຫ່ງຊາດ, ກະຊວງຖະແຫຼງຂ່າວວັດທະນະທໍາ ແລະທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມສໍາມະນາວິທະຍາ ສາດໃນຫົວຂ “ເສີມຂະຫຍາຍ ຄຸນຄ່າສຽງແຄນເຊື້ອຊາດລາວ ມໍລະດົກລາວ-ມໍລະດົກໂລກ” ໂດຍ ການເປັນປະທານຂອງທ່ານ ບໍ່ ແສງຄໍາ ວົງດາລາ, ລັດຖະມົນ ຕີກະຊວງ ຖວທ, ມີບັນດາສິນລະປິນແຫ່ງຊາດ, ຫົວໜ້າ ແລະຮອງ ຫົວໜ້າກົມຕ່າງໆ, ບັນດາຕົວແທນ ພາກລັດ ແລະເອກະຊົນ, ສະມາຄົມສີລະປະ-ວັດທະນະທຳຕ່າງໆ ແລະນັກຮຽນນັກສຶກສາຈໍານວນ ຫຼວງຫຼາຍ.
ທ່ານ ບໍ່ແສງຄໍາ ວົງດາລາ ໄດ້ຍົກໃຫ້ເຫັນສຽງແຄນລາວເປັນມໍ ລະດົກອັນລໍ້າຄ່າຂອງປວງຊົນ ລາວມາແຕ່ບູຮານນະການ; ສຽງ ແຄນໄດ້ຕິດແໜ້ນກັບການດໍາລົງຊີ ວິດຂອງຄົນເຊື້ອຊາດລາວທຸກພາກ ແລະທຸກເຂດທັງພາຍໃນ ແລະຕ່າງ ປະເທດຈົນເຄີຍມີຄໍາເວົ້າສືບທອດ ກັນມາວ່າຢູ່ບ່ອນໃດມີສຽງແຄນຢູບ່ອນນັ້ນແມ່ນມີຄົນລາວ, ນອກ ຈາກນັ້ນໃນຍຸກແຫ່ງການເຊື່ອມ ໂຍງກັບສາກົນ ຫຼື ຍຸກໂລກາພິວັດນີ້ ສຽງແຄນລາວຍັງໄດ້ຮັບຄວາມ ສົນໃຈ ແລະນິຍົມຊົມຊອບຈາກ ເພື່ອນມິດຊາວຕ່າງປະເທດຫຼາຍ ສົມຄວນ; ດັ່ງນັ້ນເພື່ອປະຕິບັດຕາມ ທິດທາງຂອງພັກ ແລະລັດເຮົາຕໍ່ ວຽກງານວັດທະນະທໍາໃນໄລຍະ ໃໝ່ນີ້ ໂດຍສະເພາະແມ່ນການສືບຕໍ່ເສີມຂະຫຍາຍຜົນສໍາເລັດທີ່ສຽງ ແຄນລາວໄດ້ຖືກຮັບຮອງຈາກອົງ ການອຸຍເນສໂກ ໃຫ້ເປັນມໍລະດົກໂລກດ້ານນາມມະທໍາພ້ອມກັບທົ່ງໄຫຫີນທີ່ໄດ້ຮັບການຮັບຮອງຈາກອົງການອຸຍເນສໂກ ໃຫ້ເປັນມໍລະ ດົກໂລກທາງດ້ານຮູບປະທໍາໃນໄລຍະຕໍ່ມານັ້ນ, ຊຶ່ງໄດ້ນໍາເອົາຄວາມ ເອກອ້າງທະນົງໃຈ, ກຽດສັກສີອັນ ສູງສົ່ງມາໃຫ້ແກ່ຄົນລາວທັງພາຍໃນ ແລະຕ່າງປະເທດນັ້ນ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈຶ່ງໄດ້ພະຍາຍາມເອົາໃຈໃສ່ຄົ້ນຄວ້າການຟື້ນຟູອານຸລັກຮັກສາ ແລະເສີມຂະຫຍາຍມູນເຊື້ອວັດທະນະທໍາອັນດີງາມຂອງຊາດ-ຂອງບັນດາເຜົ່າໃຫ້ມີຄວາມຍືນຍົງ ຄຽງຄູ່ກັບຄົນລາວ ໂດຍຕ້ອງມີ ລັກສະນະຊາດ,ມະຫາຊົນ ແລະ ກ້າວໜ້າຕາມນະໂຍບາຍຂອງພັກ ແລະລັດເຮົາໄດ້ກຳນົດໄວ້.
ຈາກນັ້ນ, ທ່ານ ບົວເງິນ ຊາພູວົງ ສິນລະປິນແຫ່ງຊາດ, ຮອງລັດຖະມົນຕີກະຊວງ ຖວທ ໄດ້ຂຶ້ນມີຄຳເຫັນວ່າ:ແຄນແມ່ນການເອົາສຽງດົນຕີສຽງຕໍ່າ-ສຽງກາງ-ສຽງສູງມາລວມເຂົ້າກັນເປັນໜຶ່ງດຽວດ້ວຍການປະດິດສ້າງເຕົ້າ ແຄນດ້ວຍໄມ້ແຄນໄມ້ດູ່ເຮັດລີ້ນ ດ້ວຍເງິນ ແລະທອງປະສົມກັບຂີ້ສູດໃສ່ຮູແຄນ; ຈາກນັ້ນສຽງແຄນ ຈຶ່ງຄ່ອຍໆມີຄວາມທັນສະໄໝ ແລະອຸດົມສົມບູນດ້ວຍສຽງປະສານຂຶ້ນຕາມແຕ່ລະຍຸກສະໄໝ,ຊຶ່ງມາເຖິງ ປະຈຸບັນເພີ່ນກໍ່ໄດ້ແບ່ງແຄນເປັນ ແຄນສີ່, ແຄນຫ້າ, ແຄນຫົກ, ແຄນ ເຈັດ ແລະແຄດແປດ; ໂດຍປະເພດ ແຄນເຈັດ ແລະແຄນແປດ ແມ່ນສາມາດເປົ່າເຂົ້າກັບວົງດົນຕີສາກົນ ປະເພດຕ່າງໆ ໄດ້ຢ່າງສະບາຍ; ນອກຈາກນັ້ນ, ແຄນຍັງສາມາດ ເປົ່າດ່ຽວ, ເປົ່າຄູ່, ເປົ່າລວມໝູ່, ເປົ່າໃຫ້ຮ້ອງເພງ, ເປົ່າໃຫ້ຟ້ອນ ແລະເປົ່າໃຫ້ຂັບລຳໄດ້ອີກ, ເຊັ່ນ:ຂັບຊຳເໜືອ-ຂັບໄທແດງ-ຂັບໄທດຳ-ຂັບຊຽງແຂວງ-ຂັບງື່ມ-ຂັບ ເມີ້ຍ-ຂັບມະຫາໄຊ-ລຳຜູ້ໄທ-ລຳ ຕັ່ງຫວາຍ-ລຳຄອນສະຫວັນ-ລຳບ້ານຊອກ, ລຳໂສມ, ລຳສີພັນ ດອນ, ລຳສາລະວັນ, ລຳທາງສັ້ນ, ລໍາລ່ອງ, ລໍາເຕີ້ຍ, ລໍາເພີນ, ລໍາເດີນ ແລະອື່ນໆ, ໃນແຕ່ລະຍຸກສະ ໄໝຜ່ານມາ ກໍ່ໄດ້ມີບັນດານັກປາດ ແລະອາຈານທັງພາຍໃນ ແລະຕ່າງປະເທດຫຼາຍຕໍ່ຫຼາຍທ່ານໄດ້ທຸ້ມເທ ເຫື່ອແຮງ, ສະຕິປັນຍາເວລາ ແລະ ທຶນຮອນເຂົ້າໃນການຄົ້ນຄວ້າປະ ຫວັດທີ່ມາຄວາມມີສະເໜ່ ແລະ ຄວາມອອນຊອນແບບໜຶ່ງບໍ່ມີສອງຂອງແຄນ; ຫຼາຍທ່ານກໍ່ໄດ້ ຂຽນເປັນຕຳລາຮຽນ ແລະຂຽນ ປຶ້ມເພື່ອການຄົ້ນຄວ້າຈົນມີນັກວິ ຊາການຫຼາຍຄົນສາມາດຂຽນບົດ ວິທະຍານິພົນ ເພື່ອປ້ອງກັນເອົາວຸດທິການສຶກສາຂັ້ນຕ່າງໆ ຈົນ ເຖິງຂັ້ນປະລິນຍາເອກ, ແຄນໄດ້ກາຍເປັນດົນຕີຊະນິດໜຶ່ງທີ່ຕິດພັນ ຢູ່ກັບວິຖີຊີວິດຂອງປະຊາຊົນລາວ ບັນດາເຜົ່າຢູ່ຕາມພາກເໜືອ, ພາກກາງ ແລະພາກໃຕ້ຂອງປະເທດ
ເຮົາ; ນອກຈາກນີ້ ກໍ່ຍັງມີແຄນ ເຜົ່າມົ້ງ-ເຜົ່າຂະມຸ-ແຄນໄຕດຳ,ແຄນໝາກນໍ້າເຕົ້າຂອງເຜົ່າຕະ ໂອຍ, ເຜົ່າອາລັກຢູ່ທາງພາກໃຕ້. ຄ່ຽງຄູ່ກັນນັ້ນ, ແຄນກໍ່ຍັງມີຢູ່ຫຼາຍປະເທດຕື່ມອີກ,ໂດຍສະເພາະຢູ່ ທາງພາກອີສານຂອງໄທ, ຢູ່ພາກ ຕາເວັນຕົກສ່ຽງເໜືອຂອງ ສສ ຫວຽດນາມ, ຢູ່ພາກເໜືອຂອງປະ ເທດກຳປູເຈຍ, ຢູ່ພາກໃຕ້ຂອງຈີນ ແລະຢູ່ພາກຕາເວັນອອກສຽງເໜືອຂອງປະເທດມຽນມາ, ເປັນຕົ້ນ, ສຽງແຄນລາວໄດ້ກາຍເປັນມໍລະ ດົກດ້ານວັດທະນະທໍານາມມະທໍາ ເປັນມໍລະດົກໂລກ ໃນວັນທີ 14 ມິນາ 2018 ທີ່ສຳນັກງານໃຫຍ່ອົງການອຸຍເນສໂກ ນະຄອນຫຼວງ ປາຣີ ປະເທດຝຣັ່ງປະຈຸບັນ ສປປ ລາວເຮົາພວມສະເໜີລາຍຂີດສິ້ນ ແລະລໍາວົງລາວໃຫ້ເປັນມໍລະດົກດ້ານວັດທະນະທໍານາມມະທໍາຂອງໂລກຕໍ່ອົງການອຸຍເນສໂກ ຕື່ມອີກ ແລະຢູ່ໃນຂັ້ນຕອນການຄົ້ນຄວ້າພິຈະລະນາ, ຊຶ່ງກໍ່ໄດ້ຮັບການແນະນໍາເປັນຢ່າງດີຈົນເກືອບຈະສໍາເລັດໝົດທຸກຂັ້ນຕອນແລ້ວ.
--------------------------
ໜັງສືພິມເສດຖະກິດ-ສັງຄົມ